ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ໂມກຄັລລານະ ! ຕະຖາຄົຕເປັນຜູ້ມີ ຍານທັດສະນະບໍຣິສຸດ ດີຢູ່ສະເໝີ ຈຶ່ງປະຕິຍານວ່າ ເຮົາເປັນຜູ້ມີຍານທັດສະນະບໍຣິສຸດແລ້ວ. ຍານທັດສະນະຂອງເຮົາ ບໍຣິສຸດ ຜ່ອງໃສ ບໍ່ເສົ້າໝອງເລີຍ, ສາວົກທັງຫຼາຍ ຈຶ່ງບໍ່ຕ້ອງຊ່ວຍກັນສ້າງການປ້ອງກັນໃຫ້ຕະຖາຄົຕ ໃນເລື່ອງອັນກ່ຽວກັບຍານທັດສະນະ, ທັງຕະຖາຄົຕກໍບໍ່ຫວັງການປ້ອງກັນຈາກສາວົກທັງຫຼາຍ ໃນເລື່ອງທີ່ກ່ຽວກັບຍານທັດສະນະເລີຍ, ດັ່ງນີ້.

ທົງສະແດງສິ່ງທີ່ໜ້າອັດສະຈັນອັນແທ້ຈິງຂອງພຣະອົງ ໑

(ເມື່ອໄດ້ທົງສົນທະນາກັບພຣະອານົນທ໌ ເຖິງເລື່ອງອັນເປັນອິດທິປາຕິຫາຣ ກ່່ຽວກັບການຈຸຕິ ແລະ ການປະສູດ ເປັນຕົ້ນ ຂອງພຣະອົງຄ໌ ວ່າເປັນສິ່ງທີ່ໜ້າອັດສະຈັນແລ້ວ ໄດ້ທົງສະແດງເລື່ອງທີ່ເຮົາຄວນຈະເຫັນວ່າໜ້າອັດສະຈັນຍິ່ງໄປກວ່ານັ້ນອີກ ດັ່ງຕໍ່ໄປນີ້ :-)

ອານົນທ໌ ! ເພາະເຫດນັ້ນ ໃນເລື່ອງນີ້ ເຈົ້າຈົ່ງຊົງຈໍາສິ່ງໜ້າອັດສະຈັນ ບໍ່ເຄີຍມີມາແຕ່ກ່ອນຂອງຕະຖາຄົຕ ຂໍ້ນີ້ໄວ້. ອານົນທ໌ ! ໃນກໍລະນີນີ້ຄື :-

ເວທະນາ ເປັນຂອງແຈ່ມແຈ້ງແກ່ຕະຖາຄົຕແລ້ວຈຶ່ງເກີດຂຶ້ນ ແລ້ວຈຶ່ງຕັ້ງຢູ່ ແລ້ວຈຶ່ງດັບໄປ.

ສັນຍາ ເປັນຂອງແຈ່ມແຈ້ງແກ່ຕະຖາຄົຕແລ້ວຈຶ່ງເກີດຂຶ້ນ ແລ້ວຈຶ່ງຕັ້ງຢູ່ ແລ້ວຈຶ່ງດັບໄປ.

ວິຕົກ ເປັນຂອງແຈ່ມແຈ້ງແກ່ຕະຖາຄົຕແລ້ວຈຶ່ງເກີດຂຶ້ນ ແລ້ວຈຶ່ງຕັ້ງຢູ່ ແລ້ວຈຶ່ງດັບໄປ.

ອານົນທ໌ ! ເຈົ້າຈົ່ງຊົງຈໍາສິ່ງໜ້າອັດສະຈັນ ບໍ່ເຄີຍມີມາແຕ່ກ່ອນຂອງຕະຖາຄົຕ ຂໍ້ນີ້ໄວ້ແລ.

໑. ບາລີ ອັຈສະຣິຢະອັພພູຕະທັມມະສູຕ ອຸປຣິ. ມ. ໑໔/໒໕໔/໓໗໙. ຕຣັດແກ່ພຣະອານົນທ໌

ທີ່ອຸປັຕຖານະສາລາ ນະ ເຊຕະວະນາຣາມ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໕໓

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ທີ່ວ່າ ເວທະນາ ເປັນຂອງແຈ່ມແຈ້ງແກ່ພຣະຜູ້ມີພຣະພາຄແລ້ວຈຶ່ງເກີດຂຶ້ນ ແລ້ວຈຶ່ງຕັ້ງຢູ່ ແລ້ວຈຶ່ງດັບໄປ, ສັນຍາ ເປັນຂອງແຈ່ມແຈ້ງແກ່ພຣະຜູ້ມີພຣະພາຄແລ້ວຈຶ່ງເກີດຂຶ້ນ ແລ້ວຈຶ່ງຕັ້ງຢູ່ ແລ້ວຈຶ່ງດັບໄປ, ວິຕົກ ເປັນຂອງແຈ່ມແຈ້ງແກ່ພຣະຜູ້ມີພຣະພາຄແລ້ວຈຶ່ງເກີດຂຶ້ນ ແລ້ວຈຶ່ງຕັ້ງຢູ່ ແລ້ວຈຶ່ງດັບໄປ, ແມ່ນວ່າເຊັ່ນໃດ ; ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍຈະຊົງຈໍາໄວ້ວ່າ ເປັນສິ່ງອັນໜ້າອັດສະຈັນ ບໍ່ເຄີຍມີມາແຕ່ກ່ອນ ກ່ຽວກັບພຣະຜູ້ມີພຣະພາຄ, ດັ່ງນີ້.”

ທົງເປັນອັດສະຣິຢະມະນຸສໃນໂລກ ໑

ພິກຂຸ ທ. ! ບຸກຄົນເອກ ເມື່ອເກີດຂຶ້ນມາໃນໂລກ ຍ່ອມເກີດຂຶ້ນ ເປັນອັດສະຣິຍະ ມະນຸສ. ໃຜກັນໜໍເປັນບຸກຄົນເອກ ? ຕະຖາຄົຕ ຜູ້ເປັນອະຣະຫັນຕຣັສຮູ້ຊອບເອງ ນີ້ແລ ເປັນບຸກຄົນເອກ.

ພິກຂຸ ທ. ! ນີ້ແລ ບຸກຄົນເອກ ຊຶ່ງເມື່ອເກີດຂຶ້ນມາໃນໂລກ ຍ່ອມເກີດຂຶ້ນ ເປັນອັດສະຣິຍະມະນຸສ. ດັ່ງນີ້.

ທົງຕ່າງຈາກມະນຸສທໍາມະດາ ໒

ພິກຂຸ ທ. ! ເທວະດາແລະມະນຸສທັງຫຼາຍ ມີຮູບເປັນທີ່ຍິນດີ ກໍາໜັດແລ້ວໃນຮູບ ບັນເທີງດ້ວຍຮູບ. ເທວະດາແລະມະນຸສ ທ. ຍ່ອມທົນທຸກຂ໌ຢູ່ ເພາະຄວາມແປປ່ຽນ ຄວາມກະຈັດກະຈາຍ ຄວາມແຕກທໍາລາຍ ຂອງຮູບ. ພິກຂຸ ທ. ! ເທວະດາແລະມະນຸສທັງຫຼາຍມີສຽງ໓ ໆລໆ, ມີກິ່ນ ໆລໆ, ມີຣົສ ໆລໆ, ມີໂຜຕຖັບພະ ໆລໆ, ມີທັມມາຣົມເປັນທີ່ຍິນດີ ກໍາໜັດແລ້ວໃນທັມມາຣົມ ບັນເທີງດ້ວຍທັມມາຣົມ. ເທວະດາແລະມະນຸສ ທ. ຍ່ອມທົນທຸກຂ໌ຢູ່ ເພາະຄວາມແປປ່ຽນ ຄວາມກະຈັດກະຈາຍ ຄວາມແຕກທໍາລາຍ ຂອງທັມມາຣົມ.

໑. ບາລີ ເອກ. ອັງ. ໒໐/໒໙/໑໔໑. ຕຣັດແກ່ພິກຂຸທັງຫຼາຍ.

໒. ບາລີ ສລາ. ສັງ. ໑໘/໑໕໙/໒໑໖.

໓. ມີຂໍ້ຄວາມເໝືອນໃນຂໍ້ຕົ້ນທີ່ວ່າດ້ວຍຮູບເປັນທີ່ຍິນດີໂດຍຕະຫຼອດ ແຕ່ໃນບ່ອນນີ້ຫຍໍ້ໄວ້ໃຫ້ສະດວກແກ່

ການອ່ານ ບໍ່ຮົກສາຍຕາ.

໑໕໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ