ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ຈັກຂຸເກີດຂຶ້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄືຄວາມຈິງອັນປະເສີດ ຄືແດນເກີດຂອງທຸກຂ໌, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືແດນເກີດຂອງທຸກຂ໌ນີ້ ເປັນສິ່ງທີ່ຄວນລະເສຍ, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືແດນເກີດຂອງຄວາມທຸກຂ໌ນີ້ ເຮົາຕະຖາຄົຕລະໄດ້ແລ້ວ.

ພິກຂຸ ທ. ! ຈັກຂຸເກີດຂຶ້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄືຄວາມຈິງອັນປະເສີດ

໑໒໐ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ຄືຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ນີ້ ເປັນສິ່ງທີ່ຄວນເຮັດໃຫ້ແຈ້ງ, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ນີ້ ເຮົາຕະຖາຄົຕເຮັດໃຫ້ແຈ້ງແລ້ວ.

ພິກຂຸ ທ. ! ຈັກຂຸເກີດຂຶ້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄວາມຈິງອັນປະເສີດ ຄືຂໍ້ປະຕິບັດທີ່ເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຂໍ້ປະຕິບັດທີ່ເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ນີ້ ເປັນສິ່ງທີ່ຄວນເຮັດໃຫ້ເກີດມີ, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຂໍ້ປະຕິບັດທີ່ເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ນີ້ ເຮົາຕະຖາຄົຕ ເຮັດໃຫເກີດມີແລ້ວ.

ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ຍານທັດສະນະເຄື່ອງຮູ້ເຫັນຕາມທີ່ເປັນຈິງຂອງເຮົາ ອັນມີປະຣິວັຕສາມ ມີອາການສິບສອງ ໃນອະຣິຍະສັຈທັງສີ່ ເຫຼົ່ານີ້ ຍັງບໍ່ເປັນຍານທັດສະນະທີ່ບໍຣິສຸດສະອາດດ້ວຍດີ ; ຕະຫຼອດກາລພຽງນັ້ນ ເຮົາຍັງບໍ່ປະຕິຍານວ່າ ໄດ້ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ.

ພິກຂຸ ທ. ! ເມື່ອໃດ ຍານທັດສະນະເຄື່ອງຮູ້ເຫັນຕາມທີ່ເປັນຈິງຂອງເຮົາ ອັນມີປະຣິວັຕສາມ ມີອາການສິບສອງ ໃນອະຣິຍະສັຈທັງສີ່ເຫຼົ່ານີ້ ເປັນຍານທັດສະນະທີ່ບໍຣິສຸດສະອາດດ້ວຍດີ ; ເມື່ອນັ້ນ ເຮົາກໍປະຕິຍານວ່າ ເປັນຜູ້ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໒໑

ການຕຣັສຮູ້ຄືການທັບຮອຍແຫ່ງພຣະພຸດທະເຈົ້າໃນອະດີຕ ໑

ພິກຂຸ ທ. ! ປຽບເໝືອນບຸຣຸດທ່ຽວໄປໃນປ່າຕຶບ ໄດ້ພົບຮອຍທາງຊຶ່ງເຄີຍເປັນຫົນທາງເກົ່າ ທີ່ມະນຸສແຕ່ກາລກ່ອນເຄີຍໃຊ້ເດີນແລ້ວ. ບຸຣຸດນັ້ນຈຶ່ງຍ່າງຕາມທາງນັ້ນໄປ ເມື່ອຍ່າງໄປຕາມທາງນັ້ນຢູ່ ໄດ້ພົບຊາກນະຄອນ ຊຶ່ງເປັນຣາຊະທານີບູຮານ ອັນມະນຸສທັງຫຼາຍແຕ່ກາລກ່ອນ ເຄີຍຢູ່ອາໄສແລ້ວ ເປັນທີ່ອັນສົມບູນດ້ວຍສວນ ສົມບູນດ້ວຍປ່າໄມ້ ສົມບູນດ້ວຍສະໂບກຂະຣະນີ ມີຊາກກໍາແພງລ້ອມ ມີພູມພາກໜ້າຊື່ນໃຈ. ພິກຂຸ ທ. ! ລໍາດັບນັ້ນ ບຸຣຸດນັ້ນເຂົ້າໄປຂາບທູນ ແຈ້ງຂ່າວນີ້ແກ່ພຣະຣາຊາ ຫຼືແກ່ມະຫາອາມາດຂອງພຣະຣາຊາ ວ່າ “ຂໍທ້າວເຈົ້າຈົ່ງຊາບເຖີ້ນ : ຂ້າພະເຈົ້າ ເມື່ອທ່ຽວໄປໃນປ່າຕຶບ ໄດ້ເຫັນຮອຍທາງຊຶ່ງເຄີຍເປັນຫົນທາງເກົ່າ ທີ່ມະນຸສແຕ່ກາລກ່ອນເຄີຍໃຊ້ເດີນແລ້ວ. ຂ້າພະເຈົ້າໄດ້ຍ່າງຕາມທາງນັ້ນໄປ ເມື່ອຍ່າງໄປຕາມທາງນັ້ນຢູ່ ໄດ້ພົບຊາກນະຄອນ ຊຶ່ງເປັນຣາຊະທານີບູຮານ ອັນມະນຸສ ທ. ແຕ່ກາລກ່ອນເຄີຍຢູ່ອາໄສແລ້ວ ເປັນທີ່ອັນສົມບູນດ້ວຍສວນ ສົມບູນດ້ວຍປ່າໄມ້ ສົມບູນດ້ວຍສະໂບກຂະຣະນີ ມີຊາກກໍາແພງລ້ອມ ມີພູມພາກໜ້າຊື່ນໃຈ. ຂໍພຣະອົງຈົ່ງປັບປຸງສະຖານທີ່ນັ້ນ ໃຫ້ເປັນະຄອນເຖີ້ນ ຂ້ານ້ອຍ !” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ