ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ມີສິ່ງທີ່ແລ່ນດິ່ງໄປສຸດໂຕ່ງຢູ່ສອງຢ່າງ ທີ່ບັນພະຊິຕບໍ່ຄວນຂ້ອງແວະ ດ້ວຍ. ສິ່ງທີ່ແລ່ນດິ່ງສຸດໂຕ່ງ ນັ້ນຄືອັນໃດ ? ຄື ການປະກອບຕົນພົວພັນຢູ່ດ້ວຍຄວາມໃຄ່ໃນກາມທັງຫຼາຍ ອັນເປັນການກະທໍາທີ່ຍັງຕໍ່າ ເປັນຂອງຊາວບ້ານ ເປັນຂອງຄົນຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ແລະ ການປະກອບຄວາມພຽນ ໃນການທໍຣະມານຕົນໃຫ້ລໍາບາກ ອັນນໍາມາຊຶ່ງຄວາມ ທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ສອງຢ່າງນີ້ແລ.

໑. ບາລີ ມຫາວາຣ. ສັງ. ໑໙/໕໒໘/໑໖໖໔. ຕຣັດແກ່ພິກຂຸທັງຫ້າ ທີ່ອິສິປະຕະນະມິຄະທາຍະວັນ.

໑໑໘ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ພິກຂຸ ທ. ! ຂໍ້ປະຕິບັດເປັນທາງສາຍກາງ ທີ່ບໍ່ດິ່ງໄປຫາສິ່ງສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັດທີ່ຕະຖາຄົຕ ໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັດເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັດເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້ ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.

ພິກຂຸ ທ. ! ຂໍ້ປະຕິບັດເປັນທາງສາຍກາງ ທີ່ບໍ່ດິ່ງໄປຫາທີ່ສຸດໂຕ່ງສອງຢ່າງນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ຂໍ້ປະຕິບັດອັນເປັນທາງສາຍກາງນັ້ນ ຄືຂໍ້ປະຕິບັດທີ່ເປັນຫົນທາງອັນປະເສີດ ປະກອບຢູ່ດ້ວຍອົງແປດປະການນີ້ເອງ. ແປດປະການຄືອັນໃດໜໍ ? ຄືຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການເຮັດການງານທີ່ຖືກຕ້ອງ ການລ້ຽງຊີບທີ່ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມລະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ. ພິກຂຸ ທ. ! ນີ້ແລ ຄືຂໍ້ປະຕິບັດທີ່ເປັນທາງສາຍກາງ ທີ່ຕະຖາຄົຕໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັດເຮັດໃຫ້ເກີດຈັກຂຸ ເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.

ພິກຂຸ ທ. ! ນີ້ແລ ຄືຄວາມຈິງອັນປະເສີດ ເລື່ອງຄວາມທຸກຂ໌ ຄືຄວາມເກີດກໍເປັນທຸກຂ໌ ຄວາມແກ່ກໍເປັນທຸກຂ໌ ຄວາມເຈັບໄຂ້ກໍເປັນທຸກຂ໌ ຄວາມຕາຍກໍເປັນທຸກຂ໌, ຄວາມພົບພໍ້ກັບສິ່ງທີ່ບໍ່ໜ້າຮັກເປັນທຸກຂ໌ ຄວາມພັດພາກຈາກສິ່ງທີ່ຮັກ ເປັນທຸກຂ໌ ຄວາມປາຖນາສິ່ງໃດແລ້ວບໍ່ໄດ້ສິ່ງນັ້ນ ເປັນທຸກຂ໌, ກ່າວໂດຍຫຍໍ້ ຂັນທ໌ຫ້າ ທີ່ປະກອບດ້ວຍອຸປາທານ ເປັນທຸກຂ໌.

ພິກຂຸ ທ. ! ນີ້ແລ ຄືຄວາມຈິງອັນປະເສີດ ເລື່ອງແດນເກີດຂອງຄວາມທຸກຂ໌ ຄືຕັນຫາ ອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ອັນປະກອບຢູ້ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ອັນເປັນເຄື່ອງໃຫ້ເພີດເພີນຢ່າງຍິ່ງ ໃນອາຣົມນັ້ນໆ, ໄດ້ແກ່ ຕັນຫາໃນກາມ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໑໙

ພິກຂຸ ທ. ! ນີ້ແລ ຄືຄວາມຈິງອັນປະເສີດ ເລື່ອງຄວາມດັບບໍ່ເຫຼືອຂອງຄວາມ ທຸກຂ໌ ຄື ຄວາມດັບສະນິດເພາະຈາງໄປ ໂດຍບໍ່ມີເຫຼືອຂອງຕັນຫານັ້ນ ນັ້ນເອງ ຄືຄວາມສະລັດຖີ້ມ ຄວາມສະລະຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສຊຶ່ງຕັນຫານັ້ນ.

ພິກຂຸ ທ. ! ນີ້ຄືຄວາມຈິງອັນປະເສີດ ເລື່ອງຂໍ້ປະຕິບັດ ອັນເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ ຄືຂໍ້ປະຕິບັດ ອັນເປັນຫົນທາງອັນປະເສີດ ອັນປະກອບດ້ວຍອົງແປດປະການນີ້ ໄດ້ແກ່ ຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການເຮັດການງານທີ່ຖືກຕ້ອງ ການລ້ຽງຊີບທີ່ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມລະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ.

ພິກຂຸ ທ. ! ຈັກຂຸເກີດຂຶ້ນແລ້ວ ຍານເກີດຂຶ້ນແລ້ວ ປັນຍາເກີດຂຶ້ນແລ້ວ ວິຊຊາ ເກີດຂຶ້ນແລ້ວ ແສງສະຫວ່າງເກີດຂຶ້ນແລ້ວ ເກີດຂຶ້ນໃນສິ່ງທີ່ເຮົາບໍ່ເຄີຍໄດ້ຟັງມາແຕ່ກ່ອນ ເກີດຂຶ້ນແກ່ເຮົາວ່າ ນີ້ຄືຄວາມຈິງອັນປະເສີດ ຄືຄວາມທຸກຂ໌, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຄວາມທຸກຂ໌ນີ້ ເປັນສິ່ງທີ່ຄວນກໍານົດຮູ້, ເກີດຂຶ້ນແກ່ເຮົາວ່າ ກໍຄວາມຈິງອັນປະເສີດ ຄືຄວາມທຸກຂ໌ນີ້ ເຮົາຕະຖາຄົຕກໍານົດຮູ້ຮອບແລ້ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ