ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຣາຊະກຸມາຣ ! ຄວາມລະລຶກອັນນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ເອີກໍເຮົາຍັງຈໍາໄດ້ຢູ່ ເມື່ອງານແຮກນາແຫ່ງບິດາ ເຮົານັ່ງທີ່ຮົ່ມໄມ້ຫວ້າ ມີເງົາເຢັນຊື່ນໃຈ ມີຈິຕສະງັດແລ້ວຈາກກາມ ແລະ ອະກຸສົລທັມທັງຫຼາຍ ບັນລຸປະຖົມມະຊານ ມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່ ບາງເທື່ອນັ້ນຈັກເປັນທາງແຫ່ງການຕຣັສຮູ້ໄດ້ແດ່ ດັ່ງນີ້. ຣາຊະກຸມາຣ ! ວິນຍານອັນແລ່ນໄປຕາມຄວາມລະນຶກ ໄດ້ມີແລ້ວແກ່ເຮົາວ່າ ນີ້ແລ ແນ່ແທ້ແລ້ວ ຫົນທາງແຫ່ງການຕຣັສຮູ້ ດັ່ງນີ້.
ຣາຊະກຸມາຣ ! ຄວາມສົງໄສອັນນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ເຮົາຄວນຈະຢ້ານກົວຕໍ່ຄວາມສຸຂຊະນິດທີ່ເວັ້ນຈາກກາມ ແລະອະກຸສົລທັມຫຼືບໍ່ໜໍ ? ຣາຊະກຸມາຣ ! ຄວາມແນ່ໃຈອັນນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ ເຮົາບໍ່ຄວນຢ້ານຕໍ່ສຸຂອັນເວັ້ນຈາກກາມ ແລະອະກຸສົລທັງຫຼາຍ. ຣາຊະກຸມາຣ ! ຄວາມຄິດໄດ້ມີແກ່ເຮົາສືບຕໍ່ໄປວ່າ ກໍຄວາມສຸຂຊະນິດນັ້ນ ຄົນທີ່ມີຮ່າງກາຍຫິວໂຫຍເກີນກວ່າເຫດເຊັ່ນນີ້ ຈະບັນລຸໄດ້ໂດຍງ່າຍບໍ່ໄດ້ເລີຍ ຖ້າຈັ່ງໃດເຮົາຄວນກືນກິນອາຫາຣຫຍາບ ຄືເຂົ້າສຸກ ແລະ ເຂົ້າໜົມສົດເຖີ້ນ. ຣາຊະກຸມາຣ ! ເຮົາໄດ້ກືນກິນອາຫາຣຫຍາບ ຄືເຂົ້າສຸກ ແລະ ເຂົ້າໜົມສົດແລ້ວ.
໑. ໂພທິຣາຊະກຸມາຣສູຕ ຣາຊະວັກຄະ ມ. ມ. ໑໓/໔໕໘/໕໐໔. ແລະສະຄາຣະວະສູຕ ພຣາມມະນະວັກ ມ. ມ.;
ມຫາສັຈຈະກະສູຕ ມະຫາຢະມະກະວັກຄະ ມູ. ມ. ; ປາສະຣາສິສູຕ ບໍ່ມີຂໍ້ຄວາມນີ້.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໖໙
ພິກຂຸປັນຈະວັກຄີຫຼີກໜີ ໑
ຣາຊະກຸມາຣ ! ເຮົານັ້ນໄດ້ກືນກິນອາຫາຣຫຍາບ ຄືເຂົ້າສຸກ ແລະເຂົ້າໜົມສົດແລ້ວ. ຣາຊະກຸມາຣ ! ກໍຄັ້ງນັ້ນ ມີພິກຂຸຜູ້ເປັນພວກກັນ ໕ ຕົນ (ປັນຈະວັກຄີ) ເປັນຜູ້ຄອຍບໍາລຸງເຮົາ ດ້ວຍຫວັງຢູ່ວ່າ ພຣະສະມະນະໂຄດົມໄດ້ບັນລຸທັມໃດ ຈະບອກທັມນັ້ນແກ່ເຮົາທັງຫຼາຍ. ຣາຊະກຸມາຣ ! ຄັນຕະຖາຄົຕກືນກິນອາຫາຣຫຍາບ ຄືເຂົ້າສຸກແລະເຂົ້າໜົມສົດແລ້ວ ພິກຂຸຜູ້ເປັນພວກກັນ ໕ ຕົນນັ້ນ ພາກັນເປີດໜ່າຍໃນເຮົາ ຜ່າຍໄປເສຍ ດ້ວຍຄິດວ່າພຣະສະມະນະໂຄດົມ ເປັນຄົນມັກມາກ ຄາຍຄວາມພຽນ ວຽນມາເປັນຄົນມັກມາກເສຍແລ້ວ ດັ່ງນີ້.
ທົງນຶກຕຶກເພື່ອຕຣັສຮູ້ ໒
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງເປັນ ໂພທິສັຕ ຍັງບໍ່ໄດ້ ຕຣັສຮູ້ນັ້ນແລ ໄດ້ເກີດຄວາມປະຣິວິຕົກຂຶ້ນວ່າ ອັນໃດໜໍເປັນສະເໜ່ໃນໂລກ ? ອັນໃດເປັນໂທດໃນໂລກ ? ອັນໃດເປັນອຸບາຍເຄື່ອງອອກໄປຈາກໂລກ?
ພິກຂຸ ທ. ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ສຸຂໂສມະນັດທີ່ປາຣົບໂລກເກີດຂຶ້ນນີ້ເອງ ເປັນ ສະເໜ່ໃນໂລກ. ໂລກທີ່ບໍ່ທ່ຽງ ເປັນທຸກຂ໌ທໍຣະມານ ມີການປ່ຽນແປງເປັນທໍາມະດານີ້ເອງ ເປັນໂທດໃນໂລກ. ການນໍາອອກ ແລະ ການລະເສຍໃຫ້ໝົດສິ້ນ ເຊິ່ງຄວາມກໍາໜັດດ້ວຍອໍານາດຄວາມເພີນໃນໂລກນີ້ເອງ ເປັນອຸບາຍເຄື່ອງອອກໄປຈາກໂລກໄດ້.
ພິກຂຸ ທ. ! ຕະຫຼອດເວລາພຽງໃດ ທີ່ເຮົາຍັງບໍ່ຮູ້ຈັກສະເໜ່ຂອງໂລກ ວ່າເປັນສະເໜ່, ຍັງບໍ່ຮູ້ຈັກໂທດຂອງໂລກ ວ່າເປັນໂທດ, ຍັງບໍ່ຮູ້ຈັກອຸບາຍເຄື່ອງອອກ ວ່າເປັນອຸບາຍເຄື່ອງອອກຕາມທີ່ເປັນຈິງ
໑. ໂພທິຣາຊະກຸມາຣະສູຕ ຣາຊະວັກຄະ. ມ. ມ. ໑໓/໔໕໙/໕໐໕. ແລະ ສະຄາຣະວະສູຕ
ພຣາມມະນະວັກຄະ ມ. ມ., ມະຫາສັຈຈະກະສູຕ ມະຫາຢະມະກະວັກຄະ ມູ. ມ.; ປາສະຣາສິສູຕບໍ່ມີ.
໒. ປະຖະມະສູຕ ສັມໂພທິວັກຄະ ຕະຕິຢະປັນນາສະ ຕິກ. ອັງ. ໒໐/໓໓໒/໕໔໓.
໗໐ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ຕະຫຼອດເວລາພຽງນັ້ນ ເຮົາຍັງບໍ່ຮູ້ສຶກວ່າໄດ້ຕຣັສຮູ້ພ້ອມສະເພາະເຊິ່ງອະນຸຕຕະຣະ ສັມມາສັມໂພທິຍານ ໃນໂລກພ້ອມທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມທັງສະມະນະພຣາມ ເທວະດາ ພ້ອມທັງມະນຸສ.
ພິກຂຸ ທ. ! ເມື່ອໃດແລ ເຮົາໄດຮູ້ຈັກສະເໜ່ຂອງໂລກ ວ່າເປັນສະເໜ່ ຮູ້ຈັກໂທດຂອງໂລກ ວ່າເປັນໂທດ ຮູ້ຈັກອຸບາຍເຄື່ອງອອກ ວ່າເປັນອຸບາຍເຄື່ອງອອກ ຕາມທີ່ເປັນຈິງ ດ້ວຍອາການດັ່ງນີ້ແລ້ວ ເມື່ອນັ້ນເຮົາຮູ້ສຶກວ່າໄດ້ ຕຣັສຮູ້ພ້ອມສະເພາະ ຊຶ່ງ ອະນຸຕຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມທັງສະມະນະພຣາມ ເທວະດາພ້ອມທັງມະນຸສ.








