ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຣາຊະກຸມາຣ ! ເຮົາຮໍ່າຮຽນທັມນັ້ນໄດ້ຢ່າງວ່ອງໄວ ບໍ່ເຫິງເລີຍ. ຣາຊະກຸມາຣ ! ເຮົານັ້ນກ່າວທັງ ຍານະວາດ ແລະ ເຖຣະວາດ ດ້ວຍອາການມາດວ່າທ່ອງດ້ວຍປາກ ແລະດ້ວຍເວລາຊົ່ວທີ່ເຈຣະຈາຕອບຕະຫຼອດກາລເທົ່ານັ້ນ. ອັນໜຶ່ງເຮົາແລະສິດ ອື່ນໆ ປະຕິນຍາໄດ້ວ່າເຮົາຮູ້ເຮົາເຫັນ ດັ່ງນີ້. ຣາຊະກຸມາຣ ! ຄວາມຮູ້ສຶກເກີດຂຶ້ນແກ່ເຮົາວ່່າ “ອຸທະກະຜູ້ຣາມະບຸຕ ໄດ້ປະກາດວ່າ ເຮົາເຮັດໃຫ້ແຈ້ງທັມນີ້ດ້ວຍປັນຍາອັນຍິ່ງເອງແລ້ວແລຢູ່ ດ້ວຍຄຸນສັກວ່າສັດທາຢ່າງດຽວກໍຫາບໍ່ໄດ້, ທີ່ແທ້ອຸທະກະຜູ້ຣາມະບຸຕ ຄົງຮູ້ຢູ່ເຫັນຢູ່ເຊິ່ງທັມນີ້ເປັນແທ້”. ຣາຊະກຸມາຣ ! ຄັ້ງນັ້ນເຮົາເຂົ້າໄປຫາ ອຸທະກະຜູ້ຣາມະບຸຕເຖິງທີ່ຢູ່ແລ້ວ ກ່າວວ່່າ “ທ່ານຣາມະ ! ທ່ານເຮັດໃຫ້ແຈ້ງທັມນີ້ ດ້ວຍປັນຍາອັນຍິ່ງເອງແລ້ວ ແລະປະກາດໄດ້ພຽງເທົ່າໃດໜໍ ?” ຄັນເຮົາກ່າວດັ່ງນີ້ ອຸທະກະຜູ້ຣາມະບຸຕ ໄດ້ປະກາດໃຫ້ຮູ້ເຖິງ ເນວະສັນຍານາສັນຍາຢະຕະນະ ແລ້ວ.
ຣາຊະກຸມາຣ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ “ສັດທາ, ວິຣິຢະ, ສະຕິ, ສະມາທິ, ປັນຍາຈະມີແຕ່ຂອງ ອຸທະກະຜູ້ຣາມະບຸຕຜູ້ດຽວ ກໍຫາບໍ່ໄດ້. ສັດທາ, ວິຣິຢະ, ສະຕິ, ສະມາທິ, ປັນຍາຂອງເຮົາກໍມີຢູ່. ແນວໃດກໍຕາມ ເຮົາຈະຕັ້ງຄວາມພຽນ ເຮັດໃຫ້ແຈ້ງທັມ ທີ່ທ່ານຣາມະປະກາດແລ້ວວ່າ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວແລຢູ່ ດັ່ງນີ້ໃຫ້ຈົນໄດ້”. ຣາຊະກຸມາຣ ! ເຮົາໄດ້ບັນລຸ ເຮັດໃຫ້ແຈ້ງທັມນັ້ນ ດ້ວຍປັນຍາອັນຍິ່ງເອງຢ່າງວ່ອງໄວ ບໍ່ເຫິງເລີຍ. ຣາຊະກຸມາຣ ! ຄັ້ງນັ້ນເຮົາເຂົ້າໄປຫາ ອຸທະກະຜູ້ຣາມະບຸຕເຖິງທີ່ຢູ່ແລ້ວ ກ່າວວ່າ “ມີເທົ່ານີ້ຫຼືທີ່ທ່ານບັນລຸເຖິງ ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດແກ່ຜູ້ອື່ນຢູ່ ?”. “ເທົ່ານີ້ເອງຜູ້ມີອາຍຸ ! ທີ່ເຮົາບັນລຸເຖິງ ເຮັດໃຫ້ແຈ້ງແລ້ວ ປະກາດແກ່ຜູ້ອື່ນຢູ່”. “ທ່ານຣາມະ ! ເຖິງແມ່ນເຮົາກໍບັນລຸ ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງເທົ່ານັ້ນ ເໝືອນກັນ”.
ຣາຊະກຸມາຣ ! ອຸທະກະຜູຣາມະບຸຕ ໄດ້ກ່າວກັບເຮົາວ່າ “ລາບຂອງເຮົາແລ້ວທ່ານຜູ້ມີອາຍຸ ! ເຮົາໄດ້ດີແລ້ວ, ທ່ານຜູ້ມີອາຍຸ ! ບໍ່ເສຍແຮງທີ່ໄດ້ພົບເພື່ອນຮ່ວມພຣົມມະຈັນ ເຊັ່ນກັບທ່ານ ຜູ້ເຮັດໃຫ້ແຈ້ງທັມ ທີ່ຣາມະຮູ້ດ້ວຍປັນຍາອັນຍິ່ງເອງ, ແມ່ນວ່າຣາມະກໍເຮັດໃຫ້ແຈ້ງທັມ ທີ່ທ່ານເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງນັ້ນ ເຊັ່ນດຽວກັນ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໕໕
ຣາມະຮູ້ທົ່ວເຖິງທັມໃດ ທ່ານຮູ້ທັມນັ້ນ, ທ່ານຮູ້ທັມໃດ ຣາມະຮູ້ທົ່ວເຖິງທັມນັ້ນ, ຣາມະເປັນ ເຊັ່ນໃດ ທ່ານເປັນເຊັ່ນນັ້ນ, ທ່ານເປັນເຊັ່ນໃດ ຣາມະເປັນເຊັ່ນນັ້ນ ; ມາເຖີ້ນທ່ານຜູ້ມີອາຍຸ ! ທ່ານຈົ່ງປົກຄອງຄະນະນີ້ຕໍ່ໄປ”.
ຣາຊະກຸມາຣ ! ອຸທະກະຣາມະບຸຕ ເມື່ອເປັນສະພຣົມມະຈາຣີຕໍ່ເຮົາ ກໍໄດ້ແຕ່ງ ຕັ້ງເຮົາໄວ້ ໃນຖານະແຫ່ງອາຈາຣຍ໌ນັ້ນແລ, ໄດ້ບູຊາເຮົາດ້ວຍການບູູຊາຢ່າງຍິ່ງ. ຣາຊະກຸມາຣ ! (ເມື່ອເຮົາໄດ້ສະເໝີດ້ວຍອາຈາຣຍ໌ ໄດ້ການບູຊາທີ່ຍິ່ງດັ່ງນັ້ນ) ໄດ້ເກີດຄວາມຮູ້ສຶກນີ້ວ່າ “ກໍທັມນີ້ຈະໄດ້ເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບສະນິດ ເພື່ອຄວາມສະງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມ ເພື່ອນິບພານ ກໍຫາກບໍ່ແມ່ນ, ແຕ່ເປັນໄປພ້ອມພຽງເພື່ອການບັງເກີດໃນ ເນວະສັນຍານາສັນຍາຍະຕະນະພົບ໑ ເທົ່ານັ້ນເອງ”. ຣາຊະກຸມາຣ ! ຕະຖາຄົຕ (ເມື່ອເຫັນໂທດໃນສະມາບັດທັງແປດ) ຈຶ່ງບໍ່ພໍໃຈໃນທັມນັ້ນ ເບື່ອໜ່າຍຈາກທັມນັ້ນ ຫຼີກອອກໄປເສຍ.
ສະເດັດໄປອຸຣຸເວລາເສນານິຄົມ ໒








