ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຣາຊະກຸມາຣ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ “ສັດທາ, ວິຣິຢະ, ສະຕິ, ສະມາທິ, ປັນຍາ ຈະມີແຕ່ຂອງອາລາຣະຜູ້ກາລາມະໂຄຕຜູ້ດຽວກໍຫາບໍ່ໄດ້. ສັດທາ, ວິຣິຢະ, ສະຕິ, ສະມາທິ, ປັນຍາຂອງເຮົາກໍມີຢູ່. ແນວໃດກໍຕາມ ເຮົາຈະຕັ້ງຄວາມພຽນ ເຮັດໃຫ້ແຈ້ງທັມທີ່ທ່ານກາລາມະປະກາດແລ້ວ ວ່າ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວແລຢູ່ ດັ່ງນີ້ໃຫ້ຈົນໄດ້”. ຣາຊະກຸມາຣ ! ເຮົາໄດ້ບັນລຸ ເຮັດໃຫ້ແຈ້ງທັມນັ້ນ ດ້ວຍປັນຍາອັນຍິ່ງເອງຢ່າງວ່ອງໄວບໍ່ເຫິງເລີຍ. ຣາຊະກຸມາຣ ! ຄັ້ງນັ້ນເຮົາເຂົ້າໄປຫາ ອາລາຣະຜູ້ກາລາມະໂຄຕເຖິງທີ່ຢູ່ແລ້ວ ກ່າວວ່າ “ມີເທົ່ານີ້ຫຼືທີ່ທ່ານບັນລຸເຖິງ ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດແກ່ຜູ້ອື່ນຢູ່ ?”. “ເທົ່ານີ້ເອງຜູ້ມີອາຍຸ ! ທີ່ ເຮົາບັນລຸເຖິງ ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດແກ່ຜູ້ອື່ນຢູ່”. “ທ່ານກາລາມະ ! ເຖິງແມ່ນວ່າເຮົາກໍບັນລຸ ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງເຖິງພຽງນັ້ນ ເໝືອນກັນ”.

ຣາຊະກຸມາຣ ! ອາລາຣະຜູ້ກາລະມະໂຄຕໄດ້ກ່າວກັບເຮົາວ່າ “ລາບຂອງເຮົາແລ້ວ ທ່ານຜູ້ມີອາຍຸ ! ເຮົາໄດ້ດີແລ້ວ, ທ່ານຜູ້ມີອາຍຸ ! ບໍ່ເສຍແຮງທີ່ໄດ້ພົບເພື່ອນຮ່ວມພຣົມມະຈັນ ເຊັ່ນກັບທ່ານ ຜູ້ເຮັດໃຫ້ແຈ້ງທັມທີ່ເຮົາຮູ້ດ້ວຍປັນຍາອັນຍິ່ງເອງ, ແມ່ນວ່າເຮົາກໍເຮັດໃຫ້ແຈ້ງທັມທີ່ທ່ານເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງນັ້ນ ເຊັ່ນດຽວກັນ.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໕໓

ເຮົາຮູ້ທັມໃດ ທ່ານຮູ້ທັມນັ້ນ, ທ່ານຮູ້ທັມໃດ ເຮົາຮູ້ທັມນັ້ນ, ເຮົາເປັນເຊັ່ນໃດ ທ່ານເປັນເຊັ່ນນັ້ນ, ທ່ານເປັນເຊັ່ນໃດ ເຮົາເປັນເຊັ່ນນັ້ນ ; ມາເຖີ້ນທ່ານຜູ້ມີອາຍຸ ! ເຮົາສອງຄົນດ້ວຍກັນ ຈະຊ່ວຍກັນປົກຄອງຄະນະນີ້ຕໍ່ໄປ”.

ຣາຊະກຸມາຣ ! ອາລາຣະກາລາມະໂຄຕ ຜູ້ເປັນອາຈາຣຍ໌ຂອງເຮົາ ໄດ້ຕັ້ງເຮົາຜູ້ເປັນສິສ ໃຫ້ສະເໝີດ້ວຍຕົນແລ້ວ, ໄດ້ບູຊາເຮົາດ້ວຍການບູູຊາຢ່າງຍິ່ງ. ຣາຊະກຸມາຣ ! (ເມື່ອເຮົາໄດ້ສະເໝີດ້ວຍອາຈາຣຍ໌ ໄດ້ການບູຊາທີ່ຍິ່ງດັ່ງນັ້ນ) ໄດ້ເກີດຄວາມຮູ້ສຶກນີ້ວ່າ “ກໍທັມນີ້ຈະໄດ້ເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບສະນິດ ເພື່ອຄວາມສະງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມ ເພື່ອນິບພານ ກໍຫາກບໍ່ແມ່ນ, ແຕ່ເປັນໄປພ້ອມພຽງເພື່ອການບັງເກີດໃນ ອາກິນຈັນຍາຢະຕະນະພົບ໑ ເທົ່ານັ້ນເອງ”. ຣາຊະກຸມາຣ ! ຕະຖາຄົຕ (ເມື່ອເຫັນໂທດໃນສະມາບັດທັງເຈັດ) ຈຶ່ງບໍ່ພໍໃຈ ເບື່ອໜ່າຍຈາກທັມນັ້ນ ຫຼີກໄປເສຍ.

ສະເດັດສໍານັກອຸທະກະດາບົສ ໒

ຣາຊະກຸມາຣ ! ເຮົານັ້ນສະແຫວງຫາຢູ່ ວ່າອັນໃດເປັນກຸສົລ ຄົ້ນຫາແຕ່ສິ່ງທີ່ປະເສີດຝ່າຍສັນຕິ ຊະນິດທີ່ບໍ່ມີອັນໃດຍິ່ງໄປກວ່າ; ໄດ້ເຂົ້າໄປຫາອຸທະກະດາບົສຜູ້ຣາມະບຸຕເຖິງທີ່ສໍານັກແລ້ວກ່າວວ່າ “ທ່ານຣາມະ ! ເຮົາຢາກປະພຶດພຣົມມະຈັນໃນທັມວິນັຍນີ້ນໍາ”. ຣາຊະກຸມາຣ ! ຄັນເຮົາກ່າວດັ່ງນີ້ແລ້ວ ທ່ານອຸທະກະຜູ້ຣາມະບຸຕໄດ້ກ່າວຕອບວ່າ “ຢູ່ເຖີ້ນທ່ານຜູ້ມີອາຍຸ ! ທັມນີ້ເປັນເຊັ່ນນີ້ໆ ; ຖ້າບຸຣຸດເຂົ້າໃຈຄວາມແລ້ວ ບໍ່ດົນນານເລີຍ ຄົງຈະເຮັດໃຫ້ແຈ້ງ ບັນລຸໄດ້ດ້ວຍປັນຍາອັນຍິ່ງເອງ ທົ່ວເຖິງລັດທິຂອງອາຈາຣຍ໌ຕົນ”.

໑. ອະຣູບພຣົມຊັ້ນທີ ໓ ; ສະມາບັດທັງເຈັດໃນບ່ອນນີ້ຄື ຮູບຊານສີ່ ແລະ ອະຮູບສັນຍາ ໓.

໒. ທີ່ມາເໝືອນກັນກັບ ອາລາຣະດາບົສ : ບາລີ ໂພທິຣາຊະກຸມາຣສູຕ ຣາຊະວັກຄະ ມ. ມ. ໑໓/໔໔໖/໔໙໐,

ບາລີ ສະຄາຣະວະສູຕ ມ. ມ. ໑໓/໖໗໒/໗໓໙, ບາລີ ປາສະຣາສິສູຕ ມູ. ມ. ໑໒/໓໒໐/໓໑໘ ແລະ ບາລີ

ມະຫາສັຈຈະກະສູຕ ມ. ມ.

໕໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ