ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ມີເລື່ືຶອງ : ສະເດັດສໍານັກອາລາຣະດາບົສ -- ສະເດັດສໍານັກອຸທະກະດາບົສ -- ສະເດັດໄປອຸຣຸເວລາເສນານິຄົມ -- ທົງປະພຶດອັດຕະກິຣະມັດຖານຸໂຍຄ -- ອຸປະມາປາກົດແຈ່ມແຈ້ງ -- ທຸກະຣະກິຣິຍາ -- ທົງແນ່ພຣະທັຍວ່າບໍ່ອາດຕຣັສຮູ້ເພາະການທໍາທຸກະຣະກິຣິຍາ -- ທົງກັບພຣະທັຍສັນອາຫາຣຫຍາບ -- ພິກຂຸປັນຈະວັກຄີໜີຈາກ -- ທົງນຶກຕຶກເພື່ອຕຣັສຮູ້ -- ທົງທ່ຽວສະແຫວງເພື່ອຄວາມຕຣັສຮູ້ -- ທົງຄອຍຄວບຄຸມວິຕົກ ກ່ອນຕຣັສຮູ້ -- ທົງກໍານົດສະມາທິນິມິຕກ່ອນຕຣັສຮູ້ -- ທົງຄອຍກັ້ນຈິຕຈາກກາມະຄຸນ ກ່ອນຕຣັສຮູ້ -- ທົງຄິດຄົ້ນວິທີແຫ່ງອິດທິບາດ ກ່ອນຕຣັສຮູ້ -- ທົງຄິດຄົ້ນເລື່ອງເບັນຈະຂັນທ໌ ໆລໆ ກ່ອນຕຣັສຮູ້ -- ທົງຄິດເລື່ອງເວທະນາໂດຍລະອຽດ ກ່ອນຕຣັສຮູ້ -- ທົງສະແຫວງເນື່ອງດ້ວຍເບັນຈະຂັນທ໌ ໆລໆ ກ່ອນຕຣັສຮູ້ -- ທົງຄົ້ນຕ່ອງໂສ້ແຫ່ງທຸກຂ໌ ກ່ອນຕຣັສຮູ້ -- ທົງຄົ້ນຕ່ອງໂສ້ແຫ່ງທຸກຂ໌ ກ່ອນຕຣັສຮູ້ (ອີກນັຍໜຶ່ງ) -- ທົງພະຍາຍາມໃນອະທິເທວະຍານະທັສສະນະເປັນຂັ້ນໆ ກ່ອນຕຣັສຮູ້ -- ທົງທໍາລາຍຄວາມຂີ້ຂາດ ກ່ອນຕຣັສຮູ້ -- ທັມທີ່ທົງອົບຮົມຢ່າງຫຼາຍ ກ່ອນຕຣັສຮູ້ -- ວິຫາຣທັມທີ່ທົງຢູ່ຫຼາຍທີ່ສຸດ ກ່ອນຕຣັສຮູ້ -- ທົງພະຍາຍາມໃນເນກຂັມມະຈິຕ ແລະອະນຸປຸບພະວິຫາຣະສະມາບັດ ກ່ອນຕຣັສຮູ້ -- ທົງອະທິດຖານຄວາມພຽນ ກ່ອນຕຣັສຮູ້ -- ຄວາມຝັນຄັ້ງສໍາຄັນ ກ່ອນຕຣັສຮູ້ -- ອາການແຫ່ງການຕຣັສຮູ້ -- ສິ່ງທີ່ຕຣັສຮູ້ -- ການຕຣັສຮູ້ຄືການທັບຮອຍແຫ່ງພຣະພຸດທະເຈົ້າໃນອະດີຕ -- ການຕຣັສຮູ້ຄືການທົງຮູ້ແຈ້ງຜັສສາຍະຕະນະໂດຍອາການຫ້າ -- ເກີດແສງສະຫວ່າງເນື່ອງດ້ວຍການຕຣັສຮູ້ -- ແຜ່ນດິນໄຫວເນື່ອງດ້ວຍການຕຣັສຮູ້ -- ການຮູ້ສຶກພຣະອົງວ່າໄດ້ຕຣັສຮູ້ແລ້ວ -- ວິຫາຣທັມທີ່ທົງຢູ່ເມື່ອຕຣັສຮູ້ແລ້ວໃໝ່ໆ.

໕໑

ພາກ ໒

ເລີ່ມແຕ່ອອກຜະນວດແລ້ວ

ທ່ຽວຊອກສະແຫວງຫາຄວາມຮູ້ ທໍຣະມານພຣະອົງຈົນໄດ້ຕຣັສຮູ້

ສະເດັດສໍານັກອາລາຣະດາບົສ ໑

ເຮົານັ້ນ ຄັນບວດເຊັ່ນນີ້ແລ້ວ ສະແຫວງຫາຢູ່ວ່າອັນໃດເປັນກຸສົລ ຄົ້ນຫາແຕ່ສິ່ງທີ່ປະເສີດຝ່າຍສັນຕິ ຊະນິດທີ່ບໍ່ມີອັນໃດຍິ່ງໄປກວ່າ ; ໄດ້ເຂົ້າໄປຫາອາລາຣະດາບົສຜູ້ກາລາມະໂຄຕເຖິງທີ່ສໍານັກ ແລ້ວກ່າວວ່າ “ທ່ານກາລາມະ ! ເຮົາຢາກປະພຶດພຣົມມະຈັນໃນທັມວິນັຍນີ້ນໍາ”. ຣາຊະກຸມາຣ ! ຄັນເຮົາກ່າວດັ່ງນີ້ແລ້ວ ອາລາຣະດາບົສຜູ້ກາລາມະໂຄຕໄດ້ຕອບວ່າ “ຢູ່ເຖີ້ນທ່ານຜູ້ມີອາຍຸ ທັມນີ້ເປັນເຊັ່ນນີ້ໆ ; ຖ້າບຸຣຸດເຂົ້າໃຈແລ້ວ ບໍ່ດົນນານເລີຍ ຄົງຈະເຮັດໃຫ້ແຈ້ງ ບັນລຸໄດ້ດ້ວຍປັນຍາອັນຍິ່ງເອງ ທົ່ວເຖິງລັດທິຂອງອາຈາຣຍ໌ຕົນ”.

໑. ຕຣັດແກ່ ໂພທິຣາຊະກຸມາຣ, ບາລີ ໂພທິຣາຊະກຸມາຣສູຕ ຣາຊະວັກຄະ ມ. ມ. ໑໓/໔໔໓/໔໘໙, ແລະ

ໃນສະຄາຣະວະສູຕ ພຣາມະນະວັກຄະ ມ. ມ. ໑໓/໖໗໐/໗໓໘, ປາສະຣາສູຕ ໂອປັມມະວັກຄະ ມູ.ມ.

ມີຫຍໍ້ສັ້ນຫຼາຍ, ມະຫາສັຈຈະກະສູຕ ມະຫາຢະມະກະວັກຄະ ມູ. ມ.

໕໒ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ຣາຊະກຸມາຣ ! ເຮົາຮໍ່າຮຽນທັມນັ້ນໄດ້ຢ່າງວ່ອງໄວ ບໍ່ເຫິງເລີຍ. ຣາຊະກຸມາຣ ! ເຮົານັ້ນກ່າວທັງ ຍານະວາດ ແລະ ເຖຣະວາດ ດ້ວຍອາການມາດວ່າທ່ອງດ້ວຍປາກ ແລະດ້ວຍເວລາຊົ່ວທີ່ເຈຣະຈາຕອບ ຕະຫຼອດກາລເທົ່ານັ້ນ. ອັນໜຶ່ງເຮົາແລະສິດ ອື່ນໆ ປະຕິນຍາໄດ້ວ່າເຮົາຮູ້ເຮົາເຫັນ ດັ່ງນີ້. ຣາຊະກຸມາຣ ! ຄວາມຮູ້ສຶກເກີດຂຶ້ນແກ່ເຮົາວ່່າ “ອາລາຣະຜູ້ກາລາມະໂຄຕປະກາດໃຫ້ຜູ້ອື່ນຮູ້ວ່າ ເຮົາເຮັດໃຫ້ແຈ້ງທັມນີ້ ດ້ວຍປັນຍາອັນຍິ່ງເອງແລ້ວແລຢູ່ ດ້ວຍຄຸນສັກວ່າສັດທາຢ່າງດຽວ ກໍຫາບໍ່ໄດ້, ທີ່ແທ້ ອາລາຣະຜູ້ກາລາມະໂຄຕ ຄົງຮູ້ຢູ່ເຫັນຢູ່ເຊິ່ງທັມນີ້ເປັນແທ້”. ຣາຊະກຸມາຣ ! ຄັ້ງນັ້ນ ເຮົາເຂົ້າໄປຫາອາລາຣະຜູ້ກາລາມະໂຄຕເຖິງທີ່ຢູ່ ແລ້ວກ່າວວ່່າ “ທ່ານກາລາມະ ! ທ່ານເຮັດໃຫ້ແຈ້ງທັມນີ້ດ້ວຍປັນຍາອັນຍິ່ງເອງແລ້ວ ແລະປະກາດໄດ້ພຽງເທົ່າໃດໜໍ ?” ຄັນເຮົາກ່າວດັ່ງນີ້ ອາລາຣະຜູ້ກາລາມະໂຄຕໄດ້ປະກາດໃຫ້ຮູ້ເຖິງ ອາກິນຈັນຍາຢະຕະນະ ແລ້ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ