ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໄດ້ໃຫ້ຖາດຄໍາຈໍານວນແປດໝື່ນສີ່ພັນ ອັນບັນຈຸດ້ວຍເງິນ. ໄດ້ໃຫ້ຖາດເງິນ ຈໍານວນແປດໝື່ນສີ່ພັນ ອັນບັນຈຸດ້ວຍຄໍາ. ໄດ້ໃຫ້ຖາດສໍາຣິດຈໍານວນແປດໝື່ນ ສີ່ພັນ ອັນບັນຈຸດ້ວຍເງິນ. ໃຫ້ຊ້າງຈໍານວນແປດໝື່ນສີ່ພັນເຊືອກ ປະດັບດ້ວຍເຄື່ອງຄໍາ ທຸງກໍເຮັດດ້ວຍຄໍາ ຕາຂ່າຍເຄື່ອງປົກຫຸ້ມ ກໍລ້ວນເຮັດດ້ວຍຄໍາ. ໄດ້ໃຫ້ລົດ ຈໍານວນແປດໝື່ນສີ່ພັນ ຫຸ້ມດ້ວຍໜັງຣາຊະສີ ໜັງເສືອໂຄ່ງ ໜັງເສືອເຫຼືອງຜ້າກັມພົລເຫຼືອງ ມີເຄື່ອງປະດັບລ້ວນເປັນຄໍາ ທຸງກໍເຮັດດ້ວຍຄໍາ ຕາຂ່າຍເຄື່ອງຫຸ້ມກໍລ້ວນເຮັດດ້ວຍຄໍາ ໃຫ້ແມ່ງົວນົມຈໍານວນແປດໝື່ນສີ່ພັນ ລ້ວນແຕ່ມີນ້ຳນົມໄຫຼ ສະດວກ. ໄດ້ໃຫ້ສາວນ້ອຍຈໍານວນແປດໝື່ນສີ່ພັນຄົນ ເຊິ່ງແຕ່ລະນາງມີຕຸ້ມຫູ ປະດັບດ້ວຍແກ້ວມະນີ. ໄດ້ໃຫ້ບັນລັງຈໍານວນແປດໝື່ນສີ່ພັນ ເຊິ່ງປູດ້ວຍຂົນສັຕ (ແກະສີຂາວ) ປູດ້ວຍຜ້າພຣົມ ປູດ້ວຍຜ້າປັກລວດລາຍງາມ ປູເຄື່ອງປູຢ່າງດີເຮັດດ້ວຍໜັງກວາງ ມີເຄື່ອງຫຸ້ມເພດານແດງ ມີໝອນຂ້າງແດງທັງສອງ. ໄດ້ໃຫ້ຜ້າ ຈໍານວນແປດໝື່ນສີ່ພັນໂກດ ຄືຜ້າຕໍ່າດ້ວຍເປືອກໄມ້ອັນລະອຽດອ່ອນ ຜ້າໄໝອັນລະອຽດອ່ອນ ຜ້າຝ້າຍເນື້ອລະອຽດອ່ນ. ສະນັ້ນ ຈຶ່ງບໍ່ຕອ້ງກ່າວເຖິງການໃຫ້ເຂົ້າ ໃຫ້ນໍ້າ ໃຫ້ຂອງຫຍໍ້າຂອງບໍຣິໂພກ ໃຫ້ເຄື່ອງລູບທາ ແລະໃຫ້ເຄື່ອງນອນ ເວລາມະ ພຣາມນັ້ນ ບໍຣິຈາຄໃຫ້ໄປໆ ເໝືອນດັ່ງແມ່ນ້ຳໄຫຼບໍ່ຂາດສາຍ.
ຄະຫະບໍດີ ! ກໍຄວາມຄິດອາດມີແກ່ທ່ານ ດັ່ງນີ້ ວ່າ ຜູ້ອື່ນຕ່າງຫາກທີ່ເປັນ ເວລາມະພຣາມ ຜູ້ທີ່ໃຫ້ທານອັັນໃຫຍ່ຫຼວງໃນຄັ້ງນັ້ນ. ຄະຫະບໍດີ ! ທ່ານບໍ່ຄວນເຫັນເປັນແບບນັ້ນ, ເຮົານີ້ເອງໄດ້ເປັນເວລາມະພຣາມໃນສະມັຍນັ້ນ ເຮົາເອງໄດ້ບໍຣິຈາຄທານອັນໃຫຍ່ຫຼວງນັ້ນ ກໍແຕ່ວ່າ ການໃຫ້ທານໃນຄັ້ງນັ້ນ ຜູ້ໃດທີ່ຈະສົມຄວນຮັບທັກຂິນາທານບໍ່ໄດ້ມີເລີຍ ໃຜໆທີ່ຈະຊ່ວຍຊໍາຣະໃຫ້ທັກຂິນາທານນັ້ນບໍຣິສຸດ ກໍບໍ່ມີເລີຍ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໖໐໗
ຄັ້ງມີພຣະຊາດເປັນພຣະເວດສັນດອນ ໑
ກະສັດໃດໄດ້ເປັນມານດາຂອງເຮົາ ມີນາມວ່າ ຜຸສະດີ ກະສັດນັ້ນເປັນມະເຫສີຂອງທ້າວສັກກະມາແລ້ວ ໃນອະດີຕຕະຊາດ. ທ້າວສັກກະຜູ້ຈອມເທບ ຊາບອາຍຸຂັຍຂອງພຣະມະເຫສີຕົນນັ້ນແລ້ວ ໄດ້ຕຣັດກັບນາງວ່າ “ເຈົ້າຜູ້ເລີດງາມ ເຮົາໃຫ້ພອນແກ່ເຈົ້າສິບປະການ ຕາມແຕ່ເຈົ້າຈະເລືອກເອົາ”໒.
ພຣະເທວີນັ້ນ ໄດ້ລໍາພັນຖາມທ້າວສັກກະວ່າ “ຜູ້ຂ້າມີຄວາມຜິດແນວໃດຫຼືໜໍ, ຜູ້ຂ້າເປັນທີ່ກຽດຊັງຂອງພຣະອົງຄ໌ເຈົ້າແລ້ວບໍ ຈຶ່ງຖືກບັງຄັບໃຫ້ລະໂລກອັນໜ້າ ພິຣົມນີ້ໄປ ດຸດດັ່ງພຶກສາຊາດທີ່ຖືກລົມພັດ ຖອນຂຶ້ນທັງຮາກແບບນັ້ນ”.
ທ້າວສັກກະຜູ້ອັນພຣະເທວີລໍາພັນເຊັ່ນນັ້ນແລ້ວ ໄດ້ຕຣັດແກ່ນາງວ່າ “ແມ່ນວ່າເຈົ້າຈະສ້າງບາບອັນໃດລົງໄປກໍຫາບໍ່ໄດ້ ແມ່ນວ່າເຈົ້າຈະບໍ່ເປັນທີ່ຮັກຂອງເຮົາກໍຫາກບໍ່ແມ່ນ ແຕ່ວ່າອາຍຸຂອງເຈົ້າມີພຽງເທົ່ານີ້ ບັດນີ້ເປັນເວລາທີ່ເຈົ້າຈະຈຸຕິ ສະນັ້ນ ເຈົ້າຈົ່ງຮັບເອົາພອນສິບປະການອັນເຮົາໃຫ້ເຖີ້ນ”.
ພຣະເທວີນັ້ນ ຈຸຕິແລ້ວ ບັງເກີດໃນຕະກູນກະສັດ ນາມວ່າ ຜຸສະດີ ໄດ້ສົມຣົດກັບພຣະຣາຊາສັນຊັຍ ໃນນະຄອນເຊຕຸດອນ. ໃນເວລາທີ່ເຮົາກ້າວລົງສູ່ພຣະຄັນແຫ່ງພຣະມານດາອັນເປັນທີ່ຮັກນັ້ນ ມານດາຂອງເຮົາ ໄດ້ເປັນຜູ້ຍິນດີໃນທານຕະຫຼອດເວລາ ເພາະເດຊຂອງເຮົາ. ທ່ານໄດ້ໃຫ້ທານແດ່ຍາຈົກຜູ້ໄຮ້ຊັບ ທຸກຂ໌ຍາກປາກໝອງ ແລະແກ່ສະມະນະພຣາມ ຢ່າງບໍ່ຜ່ອນເຊົາມື.
໑. ບາລີ ເວສສັນຕະຣະຈຣິຢາ ຈຣິຢາ. ຂຸ. ໓໓/໕໕໙/໙. ໃນຄໍາພີຈະຣິຍາປິດົກ ເຊິ່ງເປັນຄໍາພີຊັ້ນບາລີ ບໍ່ໄດ້
ລຽງເລື່ອງເວດສັນດອນ ໄວ້ເປັນເລື່ອງສຸດທ້າຍແຫ່ງເລື່ອງທັງຫຼາຍ ເໝືອນໃນຄໍາພີຊາດົກ ; ສະນັ້ນ
ໃນບ່ອນນີ້ ຂ້າພະເຈົ້າ ຈຶ່ງບໍ່ລຽງເລື່ອງເວດສັນດອນໄວ້ເປັນເລື່ອງສຸດທ້າຍດັ່ງທີ່ຄົນທັງຫຼາຍເຊື່ອກັນ.
໒. ຄໍາເວົ້າເຊັ່ນນີ້ ໃຫ້ນັຍວ່າເປັນປະເພນີ ເວົ້າກັບຜູ້ທີ່ຈະຕ້ອງຈຸຕິຈາກສະຫວັນ.
໖໐໘ ພຸດທະປະວັດຈາກພຣະໂອຖະ - ພາກ ໖








