ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຄັ້ງອື່ນອີກ, ເຮົາເປັນໂອຣົດຂອງພຣະຣາຊາເອກ ໃນນະຄອນບຸບຜະວະດີ ມີນາມອັນເຂົາຂະໜານໃຫ້ວ່າ ຈັນທະ. ໃນກາລນັ້ນ ເຮົາລອດພົ້ນໄປໄດ້ຈາກການຖືກຂ້າບູຊາຍັນ (ເຊິ່ງປຸໂຣຫິດຜູ້ອາຄາຕ ທູນຍຸແຍ່ພຣະຣາຊະບິດາໃຫ້ຫຼົງເຊື່ອ), ເກີດຄວາມສະລົດສັງເວຊຂຶ້ນພາຍໃນໃຈ ໄດ້ບໍາເພັນມະຫາທານແລ້ວ.
ເມື່ອບໍ່ໄດ້ທັກຂິເນີຍຍະບຸກຄົນຜູ້ມາຮັບທານ ເຮົາກໍຍັງບໍ່ດື່ມ ບໍ່ຄ້ຽວ໒ ບໍ່ບໍຣິໂພກ ອາຫາຣດ້ວຍຕົນເອງ ບາງເທື່ອ ໖ ວັນແດ່ ໕ ວັນແດ່. ພານິຊ (ພໍ່ຄ້າ) ສະສົມສິນຄ້າໄວ້ ເພື່ອນໍາເອົາໄປຂາຍໃນບ່ອນທີ່ຈະມີກໍາໄລຫຼາຍ ຍ່ອມໄດ້ກໍາໄລຫຼາຍເຊັ່ນໃດ ການງົດເວັ້ນສິ່ງທີ່ຈະບໍຣິໂພກເອງ ເພື່ອບໍາເພັນທານແກ່ຜູ້ອື່ນກໍເຊັ່ນນັ້ນ.
ເພາະເຫດນັ້ນ ທຸກຄົນຄວນໃຫ້ທານແກ່ຜູ້ອື່ນ ຈັກເປັນຄວາມດີເກີດຂຶ້ນ ໑໐໐ ເທົ່າ. ເຮົາມອງເຫັນອໍານາດແຫ່ງປະໂຍຊນ໌ດັ່ງນີ້ ນີ້ແລ້ວ ຈຶ່ງບໍາເພັນທານທຸກໆພົບ. ເຮົາບໍ່ກ້າວຖອຍກັບຈາກການໃຫ້ທານ ກໍເພື່ອການບັນລຸເຖິງໂດຍລໍາດັບ ເຊິ່ງປັນຍາ ເປັນເຄື່ອງຮູ້ພ້ອມ (ຕຣັສຮູ້).
໑. ບາລີ ຈັນທະກຸມາຣຈຣິຢາ ຈຣິຢາ. ຂຸ. ໓໓/໕໕໖/໗.
໒. ຄ້ຽວ ຄືຂອງກິນຫຼິ້ນ ຫຼືອາຫາຣວ່າງ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໖໐໕
ຄັ້ງມີພຣະຊາດເປັນສັງຂະພຣາມ ໑
ຄັ້ງອື່ນອີກ, ເມື່ອເຮົາເປັນພຣາມມີນາມວ່າ ສັງຂະ ໄດ້ໄປທີ່ທ່າເຮືອເພື່ອເດີນທາງ ຂ້າມສະມຸດ. ນະ ທີ່ບ່ອນນັ້ນ ເຮົາໄດ້ເຫັນທ່ານ ຜູ້ຊະນະກິເລສໄດ້ໂດຍຕົນເອງ ເປັນຜູ້ທີ່ກິເລສຈະເຮັດໃຫ້ຖືກຜາບແພ້ອີກບໍ່ໄດ້, ທ່ານຜູ້ນັ້ນເດີນທາງກັນດານ ໄປໃນທ່າມກາງພື້ນຊາຍອັນຮ້ອນເຮັ່ງ.
ເຮົາເຫັນທ່ານສະຢັມພູ໒ ຜູ້ນັ້ນ ໃນຂະນະທີ່ທ່ານເດີນທາງຢູ່, ເກີດຄວາມຄິດຂຶ້ນພາຍໃນໃຈວ່າ ນາບຸນຍ໌ນີ້ ອັນເຮົາຜູ້ສະແຫວງບຸນຍ໌ ມາຮອດເຂົ້າແລ້ວໂດຍລໍາດັບ. ກໍເມື່ອຊາວນາໄດ້ທົ່ງນາທີ່ດີແລ້ວ ຍັງບໍ່ຫວ່ານພືຊລົງໃນນານັ້ນ ກໍແປວ່າ ເຂົາບໍ່ໄດ້ເປັນຜູ້ມີຄວາມຕ້ອງການດ້ວຍເຂົ້າເປືອກ ນີ້ເປັນເຊັ່ນໃດ ເຮົາກໍຈະເປັນເຊັ່ນນັ້ນ ຖ້າວ່າເຮົາເປັນຜູ້ຕ້ອງການບຸນຍ໌ ເຫັນນາບຸນຍ໌ອັນສູງສຸດແລ້ວ ກໍຫາກບໍ່ລົງມືປະກອບກັມນັ້ນ ໆລໆ.
ເຮົາຄິດດັ່ງນີ້ແລ້ວ ລົງໄປຖອດເກີບ ຂາບລົງທີ່ບາທາຂອງທ່ານຜູ້ສະຢັມພູນັ້ນ ແລ້ວຖວາຍຄັນຮົ່ມແລະເກີບຂອງເຮົາແດ່ທ່ານ. ເພາະກັມນັ້ນ (ໃນຊາດນີ້) ເຮົາຈຶ່ງໄດ້ສະເຫວີຍສຸຂ ເປັນສຸຂຸມາລະຊາດຍິ່ງກວ່າຕັ້ງຮ້ອຍເທົ່າ, ແລະທັງເປັນການສ້າງທານະປາຣະມີຂອງເຮົາໃຫ້ເຕັມ ເຮົາຈຶ່ງໃຫ້ທານແດ່ທ່ານຜູ້ເຊັ່ນນັ້ນ.
ຄັ້ງມີພຣະຊາດເປັນເວລາມະພຣາມ ໓
ຄະຫະບໍດີ ! ໃນກາລເດິກດໍາບັນ ໄດ້ມີພຣາມຜູ້ໜຶ່ງຊື່ ເວລາມະ ເວລາມະພຣາມນັ້ນ ໄດ້ບໍຣິຈາຄທານອັນເປັນທານຢ່າງໃຫຍ່ຫຼວງ ເຫັນປານນີ້ຄື :-
໑. ບາລີ ສັງຂະຈຣິຢາ ຈຣິຢາ. ຂຸ. ໓໓/໕໕໒/໒.
໒. ພຣະປັດເຈກະພຸດທະເຈົ້າອົງຄ໌ໜຶ່ງ.
໓. ບາລີ ນວກ. ອັງ. ໒໓/໔໐໖/໒໒໔. ຕຣັດແກ່ອະນາຖະປິນດິກະຄະຫະບໍດີ ທີ່ອາຣາມເຊຕະວັນ.
໖໐໖ ພຸດທະປະວັດຈາກພຣະໂອຖະ - ພາກ ໖








