ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຈຸນທະ ! ໃນບັດນີ້ເຮົາແລ ເປັນສາສດາ ບັງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ, ອັນໜຶ່ງທັມເຮົາໄດ້ກ່າວໄວ້ດີແລ້ວ ໄດ້ປະກາດໄວ້ດີແລ້ວ ເປັນເຄື່ອງນໍາສັຕອອກຈາກກອງທຸກຂ໌ ເປັນໄປພ້ອມເພື່ອຄວາມສະງົບລະງັບ ຊື່ວ່າປະກາດໄວ້ແລ້ວ ໂດຍພຣະສັມມາສັມພຸດທະເຈົ້າ, ອັນໜຶ່ງ ສາວົກທັງຫຼາຍ ເຮົາກໍໄດ້ສອນໃຫ້ຮູ້ແລ້ວ ໃນສັດທັມ, ພຣົມມະຈັນອັນບໍຣິບູນສິ້ນເຊີງ ສໍາລັບສັຕເຫຼົ່ານັ້ນ ເຮົາໄດ້ເຮັດໃຫ້ແຈ່ມແຈ້ງ ເຮັດໃຫ້ເປັນຂອງຫງາຍ (ເຂົ້າໃຈໄດ້ທັນທີ) ເຮັດໃຫ້ເປັນບົດສົງເຄາະຫ໌ ເຮັດໃຫ້ເປັນສິ່ງປະກອບດ້ວຍຄວາມໜ້າອັດສະຈັນ ພຽງພໍເພື່ອໃຫ້ປະກາດໄດ້ດີແລ້ວ ໂດຍເທວະດາແລະມະນຸສທັງຫຼາຍ (ສືບຕໍ່ໄປ) ແລ້ວ. ຈຸນທະ ! ໃນບັດນີ້ ເຮົາເປັນສາສດາທີ່ແກ່ເຖົ້າ ຮູ້ຣາຕຣີຍາວນານ ບວດດົນ ມີວັຍຍືດຍາວຜ່ານໄປແລ້ວ ໂດຍລໍາດັບ.

ຈຸນທະ ! ໃນບັດນີ້ ພິກຂຸຜູ້ເຖຣະຜູ້ເປັນສາວົກຂອງເຮົາ ກໍມີຢູ່ ລ້ວນເປັນຜູ້ສະຫຼາດ ເປັນຜູ້ຈູງໄດ້ ເປັນຜູ້ເກັ່ງກ້າ ບັນລຸທັມເປັນເຄື່ອງກະເສມຈາກໂຢຄະແລ້ວ ; ສາມາດຈະບອກສອນທັມ ສາມາດຂົ່ມຂີ່ຖ້ອຍຄໍາ ອັນເປັນຂ້າເສິກທີ່ບັງເກີດແລ້ວ ໃຫ້ສະງົບຮາບຄາບໂດຍທັມ ແລ້ວສະແດງທັມພ້ອມທັງຄວາມໜ້າອັດສະຈັນໄດ້.

໑. ບາລີ ປສາທິກາສູຕ ປາ. ທີ. ໑໑/໑໓໗/໑໐໕. ຕຣັດແກ່ທ່ານຈຸນທະສາມະເນຣ.

໕໕໖ ພຸດທະປະວັດຈາກພຣະໂອຖະ - ພາກ ໕

ຈຸນທະ ! ໃນບັດນີ້ ພິກຂຸຜູ້ລຸ້ນກາງ, ຜູ້ໃໝ່, ຜູ້ເປັນສາວົກຂອງເຮົາກໍມີຢູ່. ຈຸນທະ ! ໃນບັດນີ້ ພິກຂຸນີຜູ້ເຖຣະ, ຜູ້ລຸ້ນກາງ, ຜູ້ໃໝ່, ຜູ້ເປັນສາວິກາຂອງເຮົາກໍມີຢູ່. ຈຸນທະ ! ໃນບັດນີ້ ອຸປາສົກຜູ້ເປັນຄະຣືຫັດນຸ່ງຫົ່ມຂາວ ປະພຶດພຣົມມະຈັນ ຜູ້ເປັນສາວົກຂອງເຮົາກໍມີຢູ່, ຜູ້ເປັນຄະຣືຫັດນຸ່ງຫົ່ມຂາວ ຍັງບໍຣິໂພກກາມ ຜູ້ເປັນສາວົກຂອງເຮົາກໍມີຢູ່. ຈຸນທະ ! ໃນບັດນີ້ ອຸປາສິກາ ຜູ້ເປັນຄະຣືຫັດນຸ່ງຫົ່ມຂາວ ປະພຶດພຣົມມະຈັນ ແລະພວກທີ່ຍັງບໍຣິໂພກກາມ, ຜູ້ເປັນສາວິກາຂອງເຮົາ ກໍມີຢູ່.

ຈຸນທະ ! ໃນບັດນີ້ ພຣົມມະຈັນ (ຄືສາສນາ) ຂອງເຮົາ ໝັ້ນຄົງ ຈະເຣີນແພ່ຫຼາຍ ເປັນທີ່ຮູ້ຈັກຂອງມະຫາຊົນ ເປັນປຶກແຜ່ນ ພໍເພື່ອເທວະດາ ແລະມະນຸສທັງຫຼາຍ ປະກາດໄດ້ດ້ວຍດີ (ສືບຕໍ່ໄປ) ໄດ້ແລ້ວ.

ເລື່ອງປີກຫຍ່ອຍກ່ອນໜ້າປະຣິນິບພານ ໑

: ການຕຣັດພິກຂຸອະປະຣິຫານິຍະທັມ ໒

ອານົນທ໌ ! ເຈົ້າຈົ່ງໄປ ສັ່ງໃຫ້ພິກຂຸທຸກອົງ ບັນດາອາໄສທີ່ນະຄອນຣາຊະຄຶ ມາປະຊຸມກັນ ນະ ທີ່ອຸປັຕຖານະສາລາ. (ທ່ານພຣະອານົນທ໌ ປະຊຸມສົງແລ້ວແລ້ວ ຂາບທູນໃຫ້ທົງຊາບ ໄດ້ຕຣັດ ພິກຂຸອະປະຣິຫານິຢະທັມ ໖ ໝວດ. ດັ່ງຍົກມາເປັນຕົວຢ່າງພຽງ ໑ ໝວດ ຄື :-)

໑. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໘໕/໖໗. ຕຣັດແກ່ພິກຂຸ ທ. ສ່ວນຫຼາຍ, ໃນທີ່ຫຼາຍແຫ່ງ.

໒. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໙໒/໗໑. ຕຣັດແກ່ພິກຂຸ ທ. ທີ່ອຸປັຕຖານະສາລາ

ນະຄອນຣາຊະຄຶ.

ການປະຣິນິບພານ ໕໕໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ