ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
: ທົງຕັດຮອນອໍານາດມາຣເໝືອນເດັກນ້ອຍຫັກກ້າມປູ
ຂ້າແຕ່ພຣະອົງຜູ້ຈະເຣີນ ! ປຽບເໝືອນສະໂບກຂະຣະນີ ມີຢູ່ໃນບ່ອນບໍ່ໄກຈາກບ້ານຫຼືເມືອງ ; ມີປູຢູ່ໃນສະນັ້ນ. ມີເດັກນ້ອຍຍິງຊາຍຈໍານວນຫຼາຍອອກມາຈາກໝູ່ບ້ານແລ້ວ ໄປສູ່ສະໂບກຂະຣະນີ ; ເຖິງແລ້ວດຶງລາກປູນັ້ນຂຶ້ນມາຈາກນໍ້າ ວາງລົງເທິງບົກແລ້ວ. ປູຍົກກ້າມໃດໆ ຂຶ້ນມາ ເດັກນ້ອຍຍິງຊາຍເຫຼົ່ານັ້ນກໍຫັກກ້າມນັ້ນໆ ໃຫ້ຂາດ ໃຫ້ຫັກ ໃຫ້ຂຸ ດ້ວຍທ່ອນໄມ້ຫຼືກ້ອນຫີນແຮ່.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ປູນັ້ນມີກ້າມອັນຂາດແລ້ວ ຫັກແລ້ວ ຂຸແລ້ວດັ່ງນີ້ ບໍ່ອາດຈະລົງໄປສູ່ສະໂບກຂະຣະນີນັ້ນເໝືອນດັ່ງເດີມໄດ້ອີກ, ເຊັ່ນໃດ ; ທິຕຖິທີ່ເປັນສ້ຽນໜາມປົກຄຸມຢູ່ ດິ້ນໄປດິ້ນມາ ບໍ່ຢູ່ໃນຮ່ອງຮອຍໃດໆຂອງຂ້ານ້ອຍ ທັງໝົດທັງສິ້ນ ອັນພຣະຜູ້ມີພຣະພາຄທົງເຮັດໃຫ້ຂາດແລ້ວ ຫັກແລ້ວ ຂຸແລ້ວ ເຊັ່ນນັ້ນເໝືອນກັນ. ຂ້າແຕ່ຣະອົງຜູ້ຈະເຣີນ ! ບັດນີ້ຂ້ານ້ອຍ ບໍ່ສາມາດທີ່ຈະເຂົ້າໄປໃກ້ພຣະຜູ້ມີ ພຣະພາຄເພື່ອຫາຊ່ອງທໍາລາຍລ້າງອີກຕໍ່ໄປ.
໑. ບາລີ ສຄາ. ສັງ. ໑໕/໑໘໐/໕໐໓. ຄໍາຂອງມາຣເມື່ອຄັ້ງປະທັບຢູ່ທີ່ຕົ້ນອະຊະປາລະນິໂຄດ
ຮິມຝັ່ງແມ່ນໍ້າເນຣັນຊະຣາ ; ເປັນຕົ້ນ.
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໔໙
: ທົງເປັນກ້ອນຫີນໃຫ້ກາໂງ່ສໍາຄັນວ່າກ້ອນມັນຂຸ້ນ
ລໍາດັບນັ້ນ ມາຣຜູ້ມີບາບ ໄດ້ກ່າວກະຖາເປັນທີ່ຕັ້ງແຫ່ງຄວາມເບື່ອໜ່າຍເຫຼົ່ານີ້ ໃນສໍານັກຂອງພຣະຜູ້ມີພຣະພາຄ ວ່າ :-
“ຝູງກາພາກັນໄປຕອມຢູ່ຮອບໆ ກ້ອນຫີນ ຊຶ່ງມີສີເໝືອນກ້ອນມັນຂຸ້ນ
ໂດຍຫວັງວ່າ ເຮົາຈະໄດ້ຂອງອ່ອນກິນໃນບ່ອນນັ້ນແດ່ ຈະມີຣົສອັນແຊບນົວແດ່. ເມື່ອບໍ່ໄດ້ຮັບຄວາມແຊບນົວ, ຝູງກາກໍພາກັນບິນໄປຈາກບ່ອນນັ້ນ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້ານ້ອຍກໍສັງເວຊຕົນເອງເໝືອນກາທີ່
ຫຼົງກ້ອນຫີນ ສະນັ້ນ.”
ເທື່ອນັ້ນ ມາຣຜູ້ມີບາບ ຄັນກ່າວກະຖາເປັນທີ່ຕັ້ງແຫ່ງຄວາມເບື່ອໜ່າຍເຫຼົ່ານີ້ ໃນສໍານັກຂອງພຣະຜູ້ມີ ພຣະພາຄແລ້ວ ໄດ້ຫຼີກໄປຈາກບ່ອນນັ້ນ ແລ້ວໄປນັ່ງຄູ້ບັນລັງຢູ່ກາງເດີ່ນ ໃນບ່ອນບໍ່ໄກຈາກພຣະຜູ້ມີພຣະພາຄ ມິດງຽບສຽງ ມີອາການເກີ້ເຂີນ ຄໍຕົກ ກົ້ມໜ້າ ຫງອຍເຫງົາ ໝົດປະຕິພານ ເອົາໄມ້ຂີດພື້ນດິນຫຼິ້ນຢູ່.
: ບໍ່ມີໃຜນໍາພຣະອົງຄ໌ໄປໄດ້ດ້ວຍຣາຄະ
(ລໍາດັບນັ້ນ ທິດາມາຣ ຊື່ ຕັນຫາ ອໍຣະດີ ຣາຄະ ໄດ້ເຂົ້າໄປຫາມາຣຜູ້ມີບາບ ແລ້ວກ່າວກະຖານີ້ກັບມາຣນັ້ນວ່າ :-
“ ຂ້າແຕ່ພໍ່ ! ທ່ານເສຍໃຈຢູ່ດ້ວຍເລື່ອງອັນໃດ ທ່ານຕ້ອງເສົ້າໂສກເພາະບຸຣຸສໃດ
ພວກເຮົາຈະຜູກມັດບຸຣຸສນັ້ນດ້ວຍບ້ວງແຫ່ງຣາຄະ ແລ້ວນໍາເອົາມາໃຫ້ພໍ່
ເໝືອນນໍາເອົາຊ້າງມາຈາກປ່າ ບຸຣຸສນັ້ນຈະຢູ່ໃນອໍານາດຂອງພໍ່” ດັ່ງນີ້.)
໕໕໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
(ມາຣໄດ້ຕອບດັ່ງນີ້ວ່າ :-)
“ລູກເອີຍ ! ຜູ້ນັ້ນເປັນພຣະອະຣະຫັນຕ໌ ໄປດີແລ້ວຈາກໂລກ ບໍ່ອາດ
ຈະນໍາເອົາມາໄດ້ດ້ວຍບ້ວງແຫ່ງຣາຄະດອກ. ທ່ານຂ້າມຜ່ານບ້ວງມາຣເສຍແລ້ວ
ດັ່ງນັ້ນ ພໍ່ຈຶ່ງໂສກເສົ້າຢ່າງໃຫຍ່ຫຼວງ.”
: ສັຕຕູປະສົບຜົລເໝືອນເອົາຫົວທັ່ງຊົນພູເຂົາ
(...ລໍາດັບນັ້ນ ທິດາມາຣ ຊື່ ຕັນຫາ ອໍຣະດີ ຣາຄະ ໄດ້ເຂົ້າໄປຫາມາຣຜູ້ມີບາບ. ມາຣໄດ້ເຫັນທິດາຍ່າງມາແຕ່ໄກ ໄດ້ກ່າວກະຖາດັ່ງນີ້ວ່າ :-)
“ລູກເອີຍ ! ມັນຈະມີຜົລເທົ່າກັບ ເອົາກ້ານສາຍບົວໄປຟາດໜ່ວຍພູ ;
ຢິກໜ່ວຍພູດ້ວຍເລັບ ; ຄ້ຽວເຫຼັກດ້ວຍແຂ້ວ ; ແບກຫີນໃຫຍ່ແລ້ວ
ຫາທີ່ຢືນເທິງນໍ້າວົນ ; ຫຼືເອົາເອິກຕໍາຕໍ ; ເຊັ່ນໃດ ; ຄົນທີ່ຈະເອົາ
ຊະນະພຣະໂຄດົມ ກໍຈະປະສົບຜົລເຊັ່ນນັ້ນ.”
ຈົບຜະນວກພາກ ໔
ຈົບພາກ ໔
_________________
໕໕໑
ພາກ ໕
ການປະຣິນິບພານ.
໕໕໒
ພາກ ໕








