ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໒. ໃນບາລີແຍກກ່າວເທື່ອລະພວກ ຄວາມແບບດຽວກັນ.

໕໔໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທ່ານເຫຼົ່ານັ້ນກ່າວແບບນີ້ ວ່າ ພວກເຮົາບໍ່ຢໍ່າຢີຫົວໃຈເຮົາອີກຕໍ່ໄປແລ້ວ. ຈິງຢູ່ເມື່ອກ່ອນ ເຮົາບໍ່ເປັນສະມະນະ ກໍປະຕິຍານຕົນວ່າເປັນສະມະນະ, ບໍ່ເປັນພຣາມ ກໍປະຕິຍານຕົນວ່າເປັນພຣາມ, ບໍ່ເປັນພຣະອະຣະຫັນຕ໌ ກໍປະຕິຍານຕົນວ່າເປັນພຣະອະຣະຫັນຕ໌. ແຕ່ບັດນີ້ໜໍເຮົາເປັນສະມະນະ, ເປັນພຣາມ, ເປັນພຣະອະຣະຫັນຕ໌ໂດຍແທ້, ດັ່ງນີ້ ພຣະອົງຜູ້ຈະເຣີນ ! ແມ່ນວ່ານີ້ກໍເປັນຂໍ້ສັງເກດຂອງຂ້ານ້ອຍ ໃນພຣະຜູ້ມີພຣະພາຄ.

: ທົງສາມາດປາບໂຈຣທີ່ມະຫາກະສັດກໍປາບບໍ່ໄດ້

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກະສັດພິມພິສາຣ ຫຼືກະສັດລິຈສະວີ ຫຼືພຣະຣາຊາປະຕິປັກເຫຼົ່າອື່ນ ຫາກໄດ້ເຮັດຂ້ານ້ອຍໃຫ້ຂັດໃຈກໍບໍ່ ຫາກແຕ່ວ່າມີໂຈຣຊື່ອົງຄຸລິມາລເກີດຂຶ້ນໃນເຂດແຄວ້ນຂອງຂ້ານ້ອຍ ເປັນຄົນຫຍາບຊ້າ ຝ່າມືເປື້ອນເລືອດ ມຸ່ງໝັ້ນຢູ່ແຕ່ໃນການຂ້າຟັນລັນແທງ ບໍ່ມີຄວາມກະຣຸນາປານີໃນສັຕ ທ. ອົງຄຸລິມາລໂຈຣນັ້ນ ເຮັດໝູ່ບ້ານບໍ່ໃຫ້ເປັນໝູ່ບ້ານ ເຮັດເມືອງບໍ່ໃຫ້ເປັນເມືອງ ເຮັດຊົນນະບົດບໍ່ໃຫ້ເປັນຊົນນະບົດ ມັນຂ້າແລ້ວຂ້າອີກຊຶ່ງໝູ່ມະນຸສ ເອົານິ້ວມືມາເຮັດເປັນພວງມະໄລແຂວນຢູ່ ຂ້ານ້ອຍຈັກກຳຈັດມັນເສຍ.”

ມະຫາຣາຊະ ! ຖ້າມະຫາບໍພິດ ຈະໄດ້ທົງເຫັນອົງຄຸລິມາລໂກນຜົມແລະໜວດ ນຸ່ງຫົ່ມຜ້າກາສາຍະ ອອກຈາກເຮືອນບວດເປັນບັນພະຊິຕ ເວັ້ນຂາດຈາກການຂ້າ ຈາກການລັກຂະໂມຍ ຈາການເວົ້າຕົວະ ເປັນຜູ້ມີການສັນອາຫາຣວັນໜຶ່ງເທື່ອດຽວ ປະພຶດພຣົມມະຈັນ ມີສີລ ມີກັນລະຍານະທັມ ດັ່ງນີ້ແລ້ວ ຈະທົງເຮັດແນວໃດໜໍ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍກໍຈະອະພິວາດ ຈະລຸກຮັບ ຈະນິມົນຫຼືເຊື້ອເຊີນ ດ້ວຍຈີວອນ ບິນດະບາຕ ເສນາສະນະ ຄິລານະປັດຈັຍເພສັຊບໍຣິຂາຣ ຫຼືຈັດການຮັກສາປ້ອງກັນຄຸ້ມຄອງຢ່າງເປັນທັມ ຂ້ານ້ອຍ ! ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍແຕ່ວ່າ ມັນຈະເປັນໄປໄດ້ແນວໃດທີ່ຄົນທຸສີລ ມີທັມອັນລາມົກນັ້ນ ຈະກາຍເປັນຜູ້ສັງລວມດ້ວຍສີລແບບນີ້ ຂ້ານ້ອຍ !”

໑. ບາລີ ມ. ມ. ໑໓/໔໘໔/໕໒໙. ຄໍາຂອງພຣະເຈົ້າປະເສນທິໂກສົລ ທູນແດ່ພຣະຜູ້ມີພຣະພາຄເຈົ້າ

ທີ່ເຊຕະວັນ ໃກ້ເມືອງສາວັຕຖີ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໔໕

ມະຫາຣາຊະ ! ນັ້ນ ອົງຄຸລິມາລຢູ່ນັ້ນ. (ພຣະຜູ້ມີພຣະພາຄທົງຊາບວ່າ ພຣະເຈົ້າປະເສນທິໂກສົລຢ້ານຈົນໂລມຊາດລຸກຕັ້ງ, ໄດ້ຕຣັດວ່າ) ມະຫາຣາຊະ ! ຢ່າໄດ້ຢ້ານເລີຍ. ມະຫາຣາຊະ ! ຢ່າໄດ້ຢ້ານເລີຍ. ພັຍບໍ່ມີແລ້ວແກ່ພຣະອົງຄ໌ ຈາກອົງຄຸລິມາລນີ້.

(ລໍາດັບນັ້ນ ພຣະເຈົ້າປະເສນທິໂກສົລ ທົງລະງັບຄວາມຢ້ານແລ້ວ ເຂົ້າໄປສ້າງຄວາມຄຸ້ນເຄີຍກັບ ພິກຂຸອົງຄຸລິມາລ ທົງປະວໍຣະນາດ້ວຍປັດຈັຍສີ່ ແຕ່ພຣະເຖຣະປະຕິເສດ ເພາະເປັນຜູ້ສະມາທານທຸດົງຄ໌. ພຣະເຈົ້າປະເສນທິໂກສົລ ໄດ້ກັບມາເຝົ້າພຣະຜູ້ມີພຣະພາຄ ແລ້ວຂາບທູນວ່າ :-)

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ໜ້າອັດສະຈັນຫຼາຍ, ຂ້າແຕ່ພຣະອົງຜູ້ຈະເຣີນ ! ບໍ່ເຄີຍມີມາເລີຍ ; ຄືຂໍ້ທີ່ພຣະຜູ້ມີພຣະພາຄ ທົງທໍຣະມານບຸກຄົນທີ່ໃຜໆທໍຣະມານບໍ່ໄດ້ ທົງເຮັດໃຫ້ລະງັບ ຊຶ່ງບຸກຄົນທີ່ໃຜເຮັດໃຫ້ລະງັບບໍ່ໄດ້ ທົງເຮັດຄວາມດັບເຢັນແກ່ບຸກຄົນຜູ້ຍັງບໍ່ດັບເຢັນ ;໑ ໄດ້ແກ່ຂໍ້ທີ່ ຂ້ານ້ອຍບໍ່ສາມາດຈະທໍຣະມານຜູ້ໃດດ້ວຍອາຊະຍາ ດ້ວຍສາສຕຣາ ຜູ້ນັ້ນພຣະຜູ້ມີພຣະພາຄ ທົງທໍຣະມານແລ້ວໂດຍບໍ່ຕ້ອງໃຊ້ອາຊະຍາ ບໍ່ຕ້ອງໃຊ້ສາສຕຣາ. ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ຂໍລາໄປບັດນີ້ ຂ້ານ້ອຍມີກິດຫຼາຍ ມີທຸຣະຫຼາຍ ຂ້ານ້ອຍ !”

໑. ຄໍານີ້ ບາລີວ່າ ອັປປະຣິນິບພຸຕານັງ ປະຣິນິບພາເປຕາ ຊຶ່ງສະແດງໃຫ້ເຫັນວ່າ ຄໍາວ່າ “ປະຣິນິບພານ”

ນັ້ນ ໃຊ້ກັບຄວາມໝົດພະຍົດໂດຍສິ້ນເຊີງຂອງໂຈຣທີ່ໂຫດຮ້າຍ ກໍໄດ້; ເພື່ອຈະໄດ້ເຂົ້າໃຈຄວາມໝາຍ

ຂອງຄໍາຄໍານີ້ກັນຢ່າງຖືກຕ້ອງແລະຄົບຖ້ວນສືບຕໍ່ໄປ ເຊັ່ນດຽວກັບໃນບາລີແຫ່ງອື່ນ ໃຊ້ສໍາລັບສັຕ

ເດຣັດສານທີ່ໝົດພະຍົດຮ້າຍ ເພາະການຝຶກເຖິງທີ່ສຸດ ແລະຄວາມທີ່ຖ່ານໄຟແດງໆ ເຢັນລົງຈົນດໍາ

ຫຼືອາຫາຣຮ້ອນໆ ເຢັນລົງຈຶ່ງບໍຣິໂພກໄດ້ ດັ່ງນີ້ກໍມີ. -- ຜູ້ລວບລວມ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ