ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ທ່ານຜູ້ຈະເຣີນ ! ພຣະສະມະນະໂຄດົມນັ້ນ ຮູ້ສຶກໂຕຂະນະຮູ້ຣົສແຫ່ງອາຫາຣ, ບໍ່ຮູ້ສຶກຄວາມຍິນດີຕິດໃຈໃນຣົສ. ພຣະສະມະນະໂຄດົມສັນອາຫາຣປະກອບພ້ອມດ້ວຍອົງແປດ ຄື ສັນເພື່ອຫຼິ້ນກໍຫາບໍ່ໄດ້, ສັນເພື່ອມົວເມົາໃນຣົສ ກໍບໍ່ແມ່ນ, ສັນເພື່ອປະດັບຜິວ ກໍຫາບໍ່ໄດ້, ສັນເພື່ອຕົກແຕ່ງອະໄວຍະວະ ກໍບໍ່ແມ່ນ ; ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້, ເພື່ອໃຫ້ມີຄວາມເປັນໄປແຫ່ງອັຕຕະພາບສືບຕໍ່ໄປ, ເພື່ອຫ້າມກັນເສຍຊຶ່ງຄວາມຫິວລໍາບາກ, ເພື່ອອະນຸເຄາະແກ່ພຣົມມະຈັນ ; ໂດຍຄິດເຫັນວ່າ “ດ້ວຍການເຮັດເຊັ່ນນີ້ ເຮົາຍ່ອມກໍາຈັດເວທະນາເກົ່າ ແລະບໍ່ເຮັດເວທະນາໃໝ່ໃຫ້ເກີດຂຶ້ນໄດ້ ; ຄວາມເປັນໄປໄດ້ແຫ່ງອັຕຕະພາບ, ຄວາມບໍ່ມີໂທດເພາະອາຫາຣ, ແລະຄວາມຢູ່ຜາສຸກ ຈັກມີແກ່ເຮົາ” ດັ່ງນີ້.
: ທົງມີວັຕໃນບາຕ
ທ່ານຜູ້ຈະເຣີນ ! ພຣະສະມະນະໂຄດົມນັ້ນ ເມື່ອຈະຮັບນໍ້າລ້າງບາຕ ຍ່ອມບໍ່ຊູບາຕຮັບ ບໍ່ຕະແຄງບາຕຮັບ ບໍ່ໝູນບາຕຮັບ ບໍ່ແກວ່ງບາຕຮັບ, ຍ່ອມບໍ່ຮັບນໍ້າລ້າງບາຕຫຼາຍເກີນ ໜ້ອຍໂພດ, ບໍ່ລ້າງບາຕມີສຽງກຸ່ງໆ ບໍ່ໝູນບາຕລ້າງ, ບໍ່ວາງບາຕທີ່ພື້ນແລ້ວຈຶ່ງລ້າງມື, ແຕ່ບາຕກັບມືເປັນອັນລ້າງແລ້ວພ້ອມກັນ. ບໍ່ຖອກນໍ້າລ້າງບາຕໄກເກີນ ໃກ້ໂພດ ແລະບໍ່ຖອກໃຫ້ກະເດັນຟົ້ງ, ສັນຈົບແລ້ວ ບໍ່ວາງບາຕໄວ້ ໄກເກີນ ໃກ້ໂພດ, ບໍ່ລະເລີຍບາຕ, ບໍ່ລະເລີຍການຮັກສາບາຕຈົນກາຍເວລາ.
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໓໓
: ການສະເດັດກັບຈາກສັນໃນໝູ່ບ້ານ
ພຣະສະມະນະໂຄດົມນັ້ນ ສັນແລ້ວ ນັ່ງນິ້ງຢູ່ຂະນະໜຶ່ງ ແລະ ບໍ່ປ່ອຍໃຫ້ເວລາແຫ່ງການອະນຸໂມທະນາຜ່ານກາຍໄປ, ສັນແລ້ວກໍອະນຸໂມທະນາ ໂດຍບໍ່ຕິຕຽນອາຫາຣນັ້ນ ຍົກຍ້ອງອາຫາຣອື່ນ (ເລືອກສິ່ງມັກ), ຍ່ອມສົນທະນາຊັກຊວນ ບໍຣິສັດນັ້ນໆ ໃຫ້ອາດຫານລ່າເລີງດ້ວຍທັມມິກະຖາ ໂດຍແທ້, ແລ້ວຈຶ່ງລຸກຈາກອາສະນະ ຫຼີກໄປ. ພຣະສະມະນະໂຄດົມນັ້ນ ບໍ່ຜຸນຜັນໄປ ບໍ່ເສີຍຊາໄປ, ແລະ ບໍ່ໄປໂດຍເຂົາບໍ່ຮູ້ບໍ່ເຫັນ.
: ທົງນຸ່ງຫົ່ມກະທັດຮັດ
ຈີວອນທີ່ຄຸມກາຍຂອງພຣະສະມະນະໂຄດົມ ບໍ່ປົກສູງເກີນຕໍ່າໂພດ, ບໍ່ຮັດແໜ້ນ ບໍ່ຫຼຸດໆ ຫຼົມໆ, ລົມບໍ່ອາດເວີກຈີວອນ ທີ່ກາຍຂອງພຣະສະມະນະໂຄດົມ, ທຸລີລະອອງບໍ່ອາດຕິດກາຍຂອງພຣະສະມະນະໂຄດົມ.
: ທົງມຸ່ງແຕ່ຄວາມເກື້ອນກູນສັຕ
ພຣະສະມະນະໂຄດົມນັ້ນ ໄປເຖິງອາຣາມແລ້ວ ຈຶ່ງນັ່ງ, ນັ່ງເທິງບ່ອນນັ່ງທີ່ຈັດໄວ້ແລ້ວ ຈຶ່ງລ້າງບາທາ, ແລະພຣະສະມະນະໂຄດົມ ບໍ່ເປັນຄົນປະກອບການປະດັບປະດາຕົກແຕ່ງບາທາ, ຄັນລ້າງບາທາແລ້ວ ກໍນັ່ງຄູ້ບັນລັງຕັ້ງກາຍຕົງ ດໍາຣົງສະຕິສະເພາະໜ້າ. ຈະໄດ້ຄິດເພື່ອບຽດບຽນຕົນ ກໍຫາບໍ່ໄດ້ ເພື່ອບຽດບຽນຜູ້ອື່ນ ກໍບໍ່ແມ່ນ ເພື່ອບຽດບຽນທັງສອງຝ່າຍກໍບໍ່ແມ່ນ, ເປັນຜູ້ນັ່ງຄິດຢູ່ຊຶ່ງສິ່ງອັນເປັນ ປະໂຍຊນ໌ເກື້ອກູນຕົນ, ເກື້ອກູນທ່ານ, ເກື້ອກູນທັງສອງຝ່າຍ, ຄື ເກື້ອກູນແກ່ໂລກທັງປວງນັ້ນແລ.
໕໓໔ ພຸດທະປະວັດຈາກພຣະໂອຖ - ພາກ ໔
: ການສະແດງທັມດ້ວຍພຣະສໍານຽງມີອົງຄ໌ ໘
ພຣະສະມະນະໂຄດົມນັ້ນ ໄປເຖິງອາຣາມແລ້ວ (ຄໍ່າລົງ) ຍ່ອມປະຊຸມບໍຣິສັດ ສະແດງທັມ, ບໍ່ປະຈົບປະແຈງບໍຣິສັດ, ຍ່ອມສົນທະນາຊັກຊວນບໍຣິສັດໃຫ້ອາດຫານລ່າເລີງດ້ວຍທັມມິກະຖາ.
ສຽງກ້ອງກັງວານ ທີ່ເປັ່ງອອກຈາກພຣະໂອຖຂອງພຣະສະມະນະໂຄດົມນັ້ນປະກອບພ້ອມດ້ວຍອົງຄ໌ແປດ ຄື ບໍ່ຂັດ, ຟັງເຂົ້າໃຈ, ອອນຊອນ, ໜ້າຟັງ, ອ່ອນຫວານ, ບໍ່ແຫບເບົາ, ຊາບຊຶ້ງ, ບັນລືແຈ່ມແຈ້ງ. ສຽງທີ່ພຣະສະມະນະໂຄດົມໃຊ້ເພື່ອຍັງບໍຣິສັດໃຫ້ເຂົ້າໃຈເນື້ອຄວາມ ບໍ່ສະນັ່ນກ້ອງ ແພ່ໄປພາຍນອກແຫ່ງ ບໍຣິສັດ. ບໍຣິສັດເຫຼົ່ານັ້ນ ຄັນພຣະສະມະນະໂຄດົມ ທົງສົນທະນາຊັກຊວນໃຫ້ ອາດຫານລ່າເລີງດ້ວຍທັມມິກະຖາ. ແລ້ວລຸກຈາກບ່ອນນັ່ງຫຼີກໄປ ກໍຍັງຫຼຽວເບິ່ງຢູ່ດ້ວຍພາວະ ແຫ່ງຄົນຜູ້ບໍ່ຢາກຈາກໄປ.








