ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
: ທົງມີທ່າທາງລີລາສະງ່າ ງົດງາມ
ທ່ານຜູ້ຈະເຣີນ ! ພຣະສະມະນະໂຄດົມນັ້ນ, ເມື່ອຈະດໍາເນີນ ຍ່ອມກ້າວຂາຂວາ ກ່ອນ, ບໍ່ຍົກຍ່າງໄກເກີນ ໃກ້ໂພດ, ເມື່ອດໍາເນີນ ບໍ່ກ້າວຖີ່ໄວເກີນ ແລະບໍ່ຊ້າໂພດ, ບໍ່ໃຫ້ແຂ່ງບຽດແຂ່ງ ບໍ່ໃຫ້ຂໍ້ບາທາກະທົບຂໍ້ບາທາ, ບໍ່ຍົກຂາສູງ (ເໝືອນຍ່າງໃນນໍ້າ), ບໍ່ລາກຂາຕໍ່າ, ບໍ່ໃຫ້ຂາເປັນກຽວ (ຄືຂັດໄຂວ່ກັນໄປໄຂວ່ກັນມາເວລາກ້າວຍ່າງ), ບໍ່ສ່າຍຂາໄປມາ, ເມື່ອພຣະໂຄດົມດໍາເນີນນັ້ນ ກາຍໝັ້ນຄົງ ບໍ່ສັ່ນຄອນ, ແລະບໍ່ຮູ້ສຶກວ່າຕ້ອງອອກແຮງໃນເມື່ອຍ່າງ, ເມື່ອຈະຫຼຽວເບິ່ງ ຍ່ອມຫຼຽວໝົດທັງກາຍ (ບໍ່ຫຼຽວສະເພາະພຣະພັກ), ບໍ່ແນມເບິ່ງສູງ ບໍ່ແນມເບິ່ງຕໍ່າ, ບໍ່ກະຟຸບກະຟ່າມຍ່າງ, ແຕ່ຫຼຽວເບິ່ງເພັ່ງຕົງອອກໄປ ປະມານຊົ່ວແອກ, ທີ່ນອກບໍຣິເວນຊົ່ວແອກອອກໄປ ທົງເຫັນໄດ້ດ້ວຍອະນາວະຕະຍານະທັດສະນະ.
໑. ບາລີ ມ. ມ. ໑໓/໕໓໒/໕໘໙. ຄໍາຂອງອຸດຕະຣະມານົບ ຜູ້ຕິດຕາມເບິ່ງພຣະຜູ້ມີພຣະພາຄຢູ່ເຖິງ ໘ ເດືອນ
ແລ້ວກັບໄປເລົ່າແກ່ອາຈາຣຍ໌ຕົນ ຕາມທີ່ໄດ້ສັງເກດເຫັນມາ.
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໓໑
: ທົງມີມາຣະຍາທທີ່ງົດງາມສະງ່າ ໜ້າເຫຼື້ອມໃສ
ທ່ານຜູ້ຈະເຣີນ ! ພຣະສະມະນະໂຄດົມນັ້ນ, ເມື່ອເຂົ້າໄປໃນໝູ່ບ້ານ ຍ່ອມບໍ່ກະຢ່ອງກາຍໃຫ້ສູງ ບໍ່ຫຍໍ້ກາຍໃຫ້ຕໍ່າ ບໍ່ບິດກາຍ ບໍ່ສ່າຍກາຍໄປມາ ເຂົ້າໄປ, ພຣະສະມະນະໂຄດົມນັ້ນ ບໍ່ໝູນກາຍເມື່ອນັ່ງ ໄກເກີນ ໃກ້ໂພດ, ບໍ່ຢັນກາຍດ້ວຍມືແລ້ວຈຶ່ງນັ່ງ, ບໍ່ນັ່ງຈົມທີ່ນັ່ງ (ເຊັ່ນນອນອີງພະນັກຈົນເກືອບເປັນນອນ ຫຼືທັ່ງໂຕນັ່ງແຮງ), ພຣະສະມະນະໂຄດົມນັ້ນ ບໍ່ນັ່ງກະດິກມື ກະດິກບາທາ, ບໍ່ນັ່ງຈຸນບີແຂ່ງຂຶ້ນໄວ້ດ້ວຍບີແຂ່ງ (ຂັດສະມາທິຊະນິດຊັນເຂົ່າຂຶ້ນສູງ ?). ບໍ່ນັ່ງເອົາຕາຕຸ່ມເຕັງດ້ວຍຕາຕຸ່ມ (ຕາຕຸ່ມຊ້ອນກັນຢູ່), ບໍ່ນັ່ງຄໍ້າຄາງດ້ວຍມື.
: ບໍ່ທົງຕື່ນເຕັ້ນພຣະທັຍ ໃນບ້ານ
ທ່ານຜູ້ຈະເຣີນ ! ພຣະສະມະນະໂຄດົມນັ້ນ ເມື່ອນັ່ງໃນບ້ານເຮືອນ ຍ່ອມບໍ່ສະດຸ້ງ ບໍ່ຫວາດສຽວ ບໍ່ເກີ້ເຂີນ ບໍ່ສັ່ນສະທ້ານ ເປັນຜູ້ມີປົກກະຕິບໍ່ສະດຸ້ງຫວາດສຽວເກີ້ເຂີນສັ່ນສະທ້ານ ປາສະຈາກຄວາມມີຂົນລຸກຕັ້ງ ມີຈິຕວຽນມາສູ່ວິເວກ.
: ທົງສັນພັຕຕາຫາຣໃນໝູ່ບ້ານຮຽບຮ້ອຍຍິ່ງ
ທ່ານຜູ້ຈະເຣີນ ! ພຣະສະມະນະໂຄດົມນັ້ນ ນັ່ງໃນບ້ານເຮືອນແລ້ວ, ເມື່ອຮັບ ນໍ້າລ້າງບາຕ໑ ຍ່ອມບໍ່ຊູບາຕຮັບ ບໍ່ອຽງບາຕຮັບ ບໍ່ໝູນບາຕຮັບ ບໍ່ແກວ່ງບາຕຮັບ, ຍ່ອມບໍ່ຮັບນໍ້າລ້າງບາຕຫຼາຍເກີນ ໜ້ອຍໂພດ, ບໍ່ລ້າງມືສຽງກຸ່ງໆ, ບໍ່ໝູນບາຕລ້າງ, ບໍ່ວາງບາຕທີ່ພື້ນແລ້ວຈຶ່ງລ້າງມື, ແຕ່ບາຕກັບມືເປັນອັນລ້າງແລ້ວພ້ອມກັນ. ບໍ່ຖອກ ນໍ້າລ້າງບາຕໄກເກີນ ໃກ້ໂພດ ແລະບໍ່ຖອກໃຫ້ຟົ້ງກະຈາຍ.
໑. ເປັນນໍ້າລ້າງບາຕ ກ່ອນແຕ່ຈະໃຊ້ຮັບພັຕຕາຫາຣ ຍຸກນັ້ນແມ່ນວ່າສັນທີ່ບ້ານເຮືອນ ກໍຄົງສັນດ້ວຍບາຕ ທີ່
ເອົາໄປນັ້ນເອງ. ເມື່ອຈະຮັບ ຈຶ່ງມີການຖວາຍນໍ້າໃຫ້ລ້າງບາຕເສຍກ່ອນ, ແລະຄົງຖວາຍເມື່ອຢູ່ໃນບ່ອນທີ່
ຖອກນໍ້າລ້າງບາຕໄດ້.
໕໓໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ພຣະສະມະນະໂຄດົມນັ້ນ ເມື່ອຮັບເຂົ້າສຸກ ຍ່ອມບໍ່ຊູບາຕຮັບ ບໍ່ອຽງບາຕຮັບ ບໍ່ໝູນບາຕຮັບ ບໍ່ສ່າຍບາຕຮັບ, ຍ່ອມຮັບເຂົ້າສຸກ ບໍ່ໜ້ອຍໂພດຫຼາຍເກີນ. ຍ່ອມຖືເອົາແກງແຕ່ພໍປະມານ, ບໍ່ໃຫ້ຄໍາເຂົ້າຫຼາຍເກີນກວ່າກັບແກງ, ຍ່ອມດັນຄໍາເຂົ້າໃນປາກໃຫ້ໝູນມາຖືກຄ້ຽວໃໝ່ ໒-໓ ຫຼົບ ແລ້ວຈຶ່ງກືນ, ເຍື່ອເຂົ້າສຸກທີ່ຍັງບໍ່ແຫຼກລະອຽດ ຍ່ອມບໍ່ເຂົ້າໄປໃນກາຍ, ແລະເຍື່ອເຂົ້າສຸກໜ້ອຍດຽວ ກໍບໍ່ເຫຼືອຢູ່ໃນປາກ, ຍ່ອມນ້ອມຄໍາເຂົ້າ ເຂົ້າໄປແຕ່ເຄິ່ງໜຶ່ງ (ສັນເທື່ອລະເຄິ່ງຄໍາ ຫຼື ເຄິ່ງປາກ).
: ບໍ່ທົງຕິດໃນຣົສອາຫາຣ








