ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣະສະມະນະໂຄດົມ ມີກຽດຕິສັບອັນງົດງາມ ຟຸ້ງໄປແລ້ວ ເຊັ່ນນີ້ວ່າ ພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ຊອບໄດ້ດ້ວຍຕົນເອງ ສົມບູນດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກໄດ້ ບໍ່ມີໃຜຍິ່ງໄປກວ່າ ເປັນຄູຂອງເທວະດາແລະມະນຸສ ເປັນຜູ້ເບີກບານ ຈໍາແນກທັມສັ່ງສອນສັຕ ດັ່ງນີ້, ໆລໆ.

ພຣະສະມະນະໂຄດົມ ເປັນຜູ້ປະກອບດ້ວຍມະຫາປຸຣິສະລັກຂະນະ ໓໒ ປະການ, ໆລໆ. ພຣະສະມະນະໂຄດົມ ເປັນຜູ້ມີປົກກະຕິກ່າວຄໍາຕ້ອນຮັບເຊື້ອເຊີນ ມີຖ້ອຍຄໍານຸ້ມນວນ ໜ້າຕາເບີກບານ ບໍ່ໜ້າບູດ ບໍ່ລັງເລ ເປັນຜູ້ມີຖ້ອຍຄໍາຖືກຕ້ອງກາລະເທສະ ສໍາລັບທັກທາຍເຂົາກ່ອນ, ໆລໆ.

ພຣະສະມະນະໂຄດົມ ເປັນຜູ້ ບໍຣິສັດທັງສີ່ ສັກກາຣະ ເຄົາຣົບ ນັບຖືບູຊາ ນອບນ້ອມແລ້ວ, ໆລໆ. ເທວະດາແລະມະນຸສທັງຫຼາຍ ເຫຼື້ອມໃສຢ່າງຍິ່ງແລ້ວສະເພາະ ພຣະສະມະນະໂຄດົມ, ໆລໆ.

ພຣະສະມະນະໂຄດົມ ປະທັບຢູ່ ນະ ບ້ານຫຼືເມືອງໃດ ອະມະນຸສຍ່ອມບໍ່ລົບກວນ ມະນຸສໃນບ້ານຫຼືເມືອງນັ້ນ, ພຣະສະມະນະໂຄດົມ ໆລໆ. ພຣະສະມະນະໂຄດົມ ເປັນຜູ້ມີໝູ່ມີຄະນະ ເປັນອາຈາຣຍ໌ ຜູ້ຝຶກຝົນໝູ່ຄະນະ ປາກົດວ່າເປັນຜູ້ທີ່ ເລີດກວ່າບັນດາເຈົ້າລັດທິທັງຫຼາຍ ອັນມີຢູ່ເກື່ອນກົ່ນ, ກຽດຕິຍົສເກີດແກ່ສະມະນະພຣາມເຈົ້າລັດທິເຫຼົ່ານັ້ນ ດ້ວຍອາການແບບໃດ ແຕ່ຈະເກີດແກ່ພຣະສະມະນະໂຄດົມດ້ວຍອາການແນວນັ້ນ ກໍຫາບໍ່ໄດ້ ທີ່ແທ້ ກຽດຕິຍົສເກີດແກ່ພຣະສະມະນະໂຄດົມເພາະຄວາມສົມບູນດ້ວຍວິຊຊາແລະຈະຣະນະ ອັນບໍ່ມີແນວອື່ນຍິ່ງໄປກວ່າ ໆລໆ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໒໙

ພຣະເຈົ້າພິມພິສາຣຜູ້ຈອມທັບຣາຊາແຫ່ງມະຄົດ ພ້ອມດ້ວຍບຸຕແລະພັນຣະຍາ ບໍຣິສັດແລະອາມາດ ໄດ້ເຖິງພຣະສະມະນະໂຄດົມເປັນສະຣະນະຈົນຕະຫຼອດຊີວິຕ, ໆລໆ. ພຣະເຈົ້າປະເສນທິໂກສົລ ພ້ອມດ້ວຍບຸຕແລະພັນຣະຍາ ບໍຣິສັດແລະອາມາດ ກໍເຖິງພຣະສະມະນະໂຄດົມເປັນສະຣະນະ ຈົນຕະຫຼອດຊີວິຕ, ໆລໆ. ພຣາມໂປກຂະຣະສາຕິ ພ້ອມດ້ວຍບຸຕແລະພັນຣະຍາ ບໍຣິສັດແລະອາມາດ ກໍເຖິງ ພຣະສະມະນະໂຄດົມເປັນສະຣະນະ ຈົນຕະຫຼອດຊີວິຕ, ໆລໆ. ພຣະສະມະນະໂຄດົມ ເປັນຜູ້ທີ່ພຣະເຈົ້າພິມພິສາຣຜູ້ຈອມທັບ ຜູ້ຣາຊາແຫ່ງມະຄົດ, ພຣະເຈົ້າປະເສນທິໂກສົລ ແລະພຣາມໂປກຂະຣະສາຕິ ສັກກາຣະ ເຄົາຣົບ ນັບຖື ບູຊາ ນອບນ້ອມ ແລ້ວ ໆລໆ.

ພຣະສະມະນະໂຄດົມ ສະເດັດມາເຖິງເມືອງຈໍາປາ ປະທັບຢູ່ທີ່ແຄມຝັ່ງ ສະໂບກຂະຣະນີ ຊື່ ຄັກຄະຣາ ໃກ້ນະຄອນຈໍາປານີ້ແລ້ວ. ທ່ານຜູ້ຈະເຣີນ ທ. ! ກໍສະມະນະຫຼືພຣາມໃດໆ ກໍຕາມ ທີ່ມາເຖິງຄາມເຂດຂອງເຮົາ ກໍເປັນແຂກຂອງພວກເຮົາ. ຂຶ້ນຊື່ວ່າແຂກຍ່ອມເປັນຜູ້ທີ່ພວກເຮົາຄວນ ສັກກາຣະ ເຄົາຣົບ ນັບຖື ບູຊາ ນອບນ້ອມ. ພຣະສະມະນະໂຄດົມ ກໍເຖິງແລ້ວ ເພາະເຫດນັ້ນ ພຣະສະມະນະໂຄດົມ ຈຶ່ງເປັນແຂກຂອງພວກເຮົາ ເປັນແຂກທີ່ພວກເຮົາຄວນສັກກາຣະ ເຄົາຣົບ ນັບຖື ບູຊາ ນອບນ້ອມ, ນີ້ກໍອີກຂໍ້ໜຶ່ງທີ່ ພຣະສະມະນະໂຄດົມ ບໍ່ຄວນສະເດັດມາຫາພວກເຮົາ ; ທີ່ແທ້ ພວກເຮົານັ້ນແຫຼະ ຄວນໄປຢ້ຽມເຝົ້າພຣະສະມະນະໂຄດົມ.

ເຮົາພັນລະນາກຽດຕິຄຸນຂອງທ່ານໂຄຕະມະ ຢູ່ພຽງເທົ່ານີ້ ກໍຈິງແລ ແຕ່ພຣະສະມະນະໂຄດົມ ຈະປະກອບດ້ວຍກຽດຕິຄຸນພຽງເທົ່ານີ້ ກໍບໍ່ແມ່ນ ທີ່ແທ້ ພຣະສະມະນະໂຄດົມນັ້ນມີກຽດຕິຄຸນຫຼາຍ ຫາປະມານບໍ່ໄດ້.

໕໓໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຕາມສຽງຂອງອຸດຕະຣະມານົບ ໑

: ທົງປະກອບດ້ວຍມະຫາປຸຣິສະລັກຂະນະ ໓໒

ທ່ານຜູ້ຈະເຣີນ ! ຕາມສຽງເລົ່າລືອັນມີແກ່ພຣະໂຄດົມ ເປັນເຊັ່ນນັ້ນແທ້, ພຣະສະມະນະໂຄດົມ ກໍເປັນຈິງຕາມສຽງເລົ່າລື ບໍ່ແປກໄປໂດຍປະການອື່ນ, ພຣະສະມະນະໂຄດົມນັ້ນ ປະກອບດ້ວຍມະຫາປຸຣິສະລັກຂະນະຄົບທັງ ໓໒ ປະການ ຄື ພຣະສະມະນະໂຄດົມມີພື້ນຝ່າບາທາເຕັມສະເໝີ (ບໍ່ແຫວ່ງໂຫວ້), ນີ້ເປັນມະຫາປຸຣິສະ ລັກຂະນະຂໍ້ໜຶ່ງ (ຄໍາຕໍ່ໄປໆ ເຊັ່ນດຽວກັບທີ່ກ່າວແລ້ວໃນພາກ ໑ ເບື້ອງຕົ້ນ ຊຶ່ງເປັນຄໍາທີ່ ຕຣັດເອງທັງ ໓໒ ລັກສະນະ) …ໆລໆ… ພຣະສະມະນະໂຄດົມ ມີຫົວຮັບກັບກອບໜ້າ, ນີ້ກໍເປັນມະຫາປຸຣິສລັກຂະນະຂໍ້ໜຶ່ງ. ເຫຼົ່ານີ້ແຫຼະ ເປັນມະຫາປຸຣິສະລັກຂະນະ ໓໒ ຂອງພຣະສະມະນະໂຄດົມ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ