ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໑. ສີ. ທີ. ໙/໒໘໕/໓໕໓. ເມື່ອສັ່ງໃຫ້ໂຣສິກະໄປເຝົ້າພຣະພຸດທະເຈົ້າ ; ແລະບາລີແຫ່ງອື່ນອີກຫຼາຍແຫ່ງ.

໒. ຄໍາຂອງໂລຫິດຈະພຣາມ ທູນແດ່ພຣະຜູ້ມີພຣະພາຄ ຕອນເມື່ອທົງສະແດງທັມ ປົດແກ້ທິຕຖິຊົ່ວຮ້າຍຂອງ

ເຂົາກ່ຽວກັບການບໍ່ບອກກຸສົລທັມທີ່ຕົນເຖິງທັບແລ້ວ. ສີ. ທີ. ໙/໒໙໔/໓໖໔.

໕໒໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຕາມສຽງຂອງໂສນະທັນດະພຣາມ ໑

: ທົງມີຄຸນສົມບັດສູງທຸກປະການ

ພວກພຣາມ ໕໐໐ ຄົນ ໄດ້ກ່າວຄັດຄ້ານ ຫ້າມບໍ່ໃຫ້ໂສນະທັນດະພຣາມ ເຈົ້າເມືອງຈໍາປາ ໄປເຝົ້າພຣະຜູ້ມີພຣະພາຄ ຢ້ານວ່າຈະເສື່ອມເສຍກຽດຕິຍົສຂອງພວກພຣາມຊັ້ນສູງສຸດໄປ. ໂສນະທັນດະພຣາມ ໄດ້ກ່າວເຫດຜົລທີ່ເຂົາຄວນຈະໄປເຝົ້າພຣະຜູ້ມີພຣະພາຄ ດັ່ງຕໍ່ໄປນີ້ :-

ດູຣາທ່ານຜູ້ຈະເຣີນ ! ຖ້າເຊັ່ນນັ້ນ ຂໍພວກທ່ານຈົ່ງຟັງຄໍາຂອງຂ້າພະເຈົ້າແດ່ ວ່າເປັນຫຍັງພວກເຮົາຈຶ່ງເປັນຝ່າຍທີ່ຄວນໄປເຝົ້າຢ້ຽມພຣະສະມະນະໂຄດົມ ແທນທີ່ຈະໃຫ້ ພຣະສະມະນະໂຄດົມ ສະເດັດມາຫາພວກເຮົາ. ເທົ່າທີ່ເຮົາໄດ້ຊາບມາແລ້ວ : ພຣະສະມະນະໂຄດົມ ມີຊາດອັນດີທັງສອງຝ່າຍ ຄື ທັງຝ່າຍມານດາແລະຝ່າຍບິດາ ຖືປະຕິສົນທິໃນຄັນອັນບໍຣິສຸດ ຕະຫຼອດເຈັດຊົ່ວບັນພະບຸຣຸສ, ເປັນຜູ້ທີ່ບໍ່ມີໃຜຄັດຄ້ານທ້ວງຕິໄດ້ ດ້ວຍການກ່າວເຖິງຊາດ, ນີ້ກໍເປັນຂໍ້ໜຶ່ງ ທີ່ພວກເຮົາຄວນໄປເຝົ້າຢ້ຽມພຣະສະມະນະໂຄດົມ ແທນທີ່ຈະໃຫ້ພຣະສະມະນະໂຄດົມ ສະເດັດມາຫາພວກເຮົາ.

ພຣະສະມະນະໂຄດົມ ທົງລະໝູ່ພຣະຍາຕິວົງອັນໃຫຍ່ຍິ່ງ ແລ້ວອອກຜະນວດ ນີ້ກໍເປັນອີກຂໍ້ໜຶ່ງ ທີ່ ໆລໆ໒. ພຣະສະມະນະໂຄດົມ ທົງສະລະເງິນແລະຄໍາອັນຫຼວງຫຼາຍ ທັງທີ່ຢູ່ໃນແຜ່ນດິນ ແລະນໍາຂຶ້ນມາຈາກດິນແລ້ວ ອອກຜະນວດແລ້ວ, ນີ້ກໍເປັນຂໍ້ໜຶ່ງ ໆລໆ.

໑. ສີ. ທີ. ໙/໑໔໖/໑໘໒. ສຽງຂອງໂສນະທັນດະພຣາມ ບອກກ່າວແກ່ພວກພຣາມດ້ວຍກັນ ທີ່ຄັດຄ້ານຫ້າມ

ຕົນໃນການທີ່ຈະໄປເຝົ້າພຣະຜູ້ມີພຣະພາຄ.

໒. ທີ່ໃສ່ເຄື່ອງໝາຍໄວ້ນັ້ນ (ໆລໆ) ໝາຍຄວາມວ່າ ມີຄໍາເຕັມເໝືອນທ້າຍຂໍ້ທໍາອິດ ຊຶ່ງມີໃຈຄວາມວ່າເຮົາ

ຄວນໄປເຝົ້າພຣະສະມະນະໂຄດົມ ແທນທີ່ຈະໃຫ້ພຣະອົງຄ໌ມາຫາເຮົາ, ທຸກບ່ອນ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໒໗

ພຣະສະມະນະໂຄດົມ ຍັງເປັນຜູ້ໜຸ່ມແໜ້ນ ມີຜົມດໍາກ້ຽງ ປະກອບດ້ວຍວັຍ ທີ່ກໍາລັງຈະເຣີນ ຕັ້ງຢູ່ໃນປະຖົມມະວັຍ ອອກຈາກເຮືອນ ບວດບໍ່ຫວັງປະໂຍຊນ໌ເກື້ອກູນດ້ວຍເຮືອນ ແລ້ວ, ໆລໆ. ພຣະສະມະນະໂຄດົມນັ້ນ, ຂະນະເມື່ອມານດາບິດາ ບໍ່ປາຖນາໃຫ້ອອກບວດ ກໍາລັງມີໜ້າເຕັມໄປດ້ວຍນໍ້າຕາ ພວມຮ້ອງໄຫ້ຢູ່. ທ່ານໄດ້ປົງຜົມແລະໜວດ ນຸ່ງຫົ່ມຜ້າຍ້ອມດ້ວຍນໍ້າຝາດ ອອກບວດຈາກເຮືອນ ບໍ່ຫວັງປະໂຍຊນ໌ເກື້ອກູນດ້ວຍເຮືອນແລ້ວ. ໆລໆ.

ພຣະສະມະນະໂຄດົມ ມີຮູບສະງ່າຜ່າເຜີຍ ຄວນແກ່ການເບິ່ງ ເປັນທີ່ຕັ້ງແຫ່ງຄວາມເຫຼື້ອມໃສ ປະກອບດ້ວຍຄວາມງາມແຫ່ງຜິວພັນເປັນຢ່າງຍິ່ງ ມີຜິວພັນ ເໝືອນມະຫາພຣົມ ມີຮູບຊົງເໝືອນມະຫາພຣົມ ໜ້າເບິ່ງບໍ່ແມ່ນໜ້ອຍ ໆລໆ. ພຣະສະມະນະໂຄດົມ ເປັນຜູ້ມີສີລ ມີສີລອັນປະເສີດ ມີສີລເປັນກຸສົລ ປະກອບພ້ອມດ້ວຍສີລອັນເປັນກຸສົລ, ໆລໆ.

ພຣະສະມະນະໂຄດົມ ເປັນຜູ້ມີວາຈາອ່ອນຫວານ ໃຫ້ກຶກກ້ອງດ້ວຍອຸທາຫອນອັນອ່ອນຫວານ ປະກອບດ້ວຍວາຈາອັນເປັນທີ່ພໍໃຈແຫ່ງຊາວເມືອງ ບໍ່ສະນັ່ນກ້ອງ ບໍ່ຈົ່ມມຸບມິບ, ສາມາດໃຫ້ຜູ້ຟັງເຂົ້າໃຈເນື້ອຄວາມ, ໆລໆ. ພຣະສະມະນະໂຄດົມ ເປັນອາຈາຣຍ໌ ແລະ ປະທານອາຈາຣຍ໌ແຫ່ງຊົນທັງຫຼາຍ, ໆລໆ.

ພຣະສະມະນະໂຄດົມ ເປັນຜູ້ໝົດກາມຣາຄະ ປາສະຈາກຄວາມກະເສືອກກະສົນໃນກາມ, ໆລໆ. ພຣະສະມະນະໂຄດົມ ເປັນຜູ້ ກ່າວສອນລັດທິກັມ ກ່າວສອນກິຣິຍາ ຊີ້ນໍາສັຕໃນຄວາມດີ, ໆລໆ.

ພຣະສະມະນະໂຄດົມ ອອກຜະນວດຈາກຕະກູນອັນສູງ ຄືຕະກູນກະສັດ ອັນບໍ່ສັບປົນຄົນເລດ້ວຍຕະກູນອື່ນ, ໆລໆ. ພຣະສະມະນະໂຄດົມ ອອກຜະນວດຈາກຕະກູນອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ, ໆລໆ.

໕໒໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສະມະນະໂຄດົມ ຜູ້ເປັນມະຫາຊົນຊາວແຄວ້ນນອກໆ ຊາວຊົນນະບົດ ນອກໆ ກໍມາແລ້ວ ເພື່ອສອບຖາມຂໍ້ສົງໄສ, ໆລໆ. ພຣະສະມະນະໂຄດົມ ເປັນຜູ້ທີ່ ເທວະດາຈໍານວນພັນເປັນອະເນກ ຖືເອົາເປັນສະຣະນະດ້ວຍການມອບຊີວິຕ, ໆລໆ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ