ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໔. ພຣະຜູ້ມີພຣະພາກພຣະອົງນັ້ນ ທົງບັນຍັດນິບພານະຄາມິນີປະຕິປະທາແກ່ສາວົກ ທ. ເປັນຢ່າງດີແລ້ວ : ນິບພານແລະປະຕິປະທາຍ່ອມກົມກືນກັນ ປຽບເໝືອນ ນໍ້າໃນແມ່ນໍ້າຄົງຄາ ກັບນໍ້າໃນແມ່ນໍ້າຍະມຸນາ ຍ່ອມໄຫຼກົມກືນສະເໝີກັນ.

໕໒໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ເຮົາບໍ່ເຫັນພຣະສາສດາ ຜູ້ປະກອບດ້ວຍອົງຄຸນແມ່ນວ່າແນວນີ້ ຜູ້ບັນຍັດປະຕິປະທາ ເພື່ອໃຫ້ເຖິງຊຶ່ງນິບພານດັ່ງນີ້ເລີຍ ໃນອະດີຕຕະກາລ ແມ່ນແຕ່ໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ.

໕. ພຣະຜູ້ມີພຣະພາຄພຣະອົງນັ້ນ ທົງໄດ້ຊຶ່ງສະຫາຍເປັນຜູ້ປະຕິບັດໃນລະດັບ ພຣະເສຂະແລະຜູ້ຢູ່ຈົບພຣົມມະຈັນດັບສິ້ນອາສະວະ ; ເພາະເຫດນັ້ນ ພຣະຜູ້ມີ ພຣະພາຄຈຶ່ງທົງລະຈາກໝູ່ແລ້ວ ປະກອບຄວາມຍິນດີໃນການຢູ່ພຣະອົງດຽວ ຢູ່. ເຮົາບໍ່ເຫັນພຣະສາສດາ ຜູ້ປະກອບດ້ວຍອົງຄຸນແມ່ນວ່າແນວນີ້ ຜູ້ປະກອບຄວາມຍິນດີໃນການຢູ່ພຣະອົງດຽວ ດັ່ງນີ້ເລີຍ ໃນອະດີດຕະກາລ ແມ່ນແຕ່ໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄພຣະອົງນັ້ນ.

໖. ລາບ ແລະສຽງສັນລະເສີນ ໄດ້ພຽບພ້ອມແກ່ພຣະຜູ້ມີພຣະພາຄແບບດຽວກັນກັບທີ່ພວກກະສັດເຂົາພໍໃຈກັນຢູ່ ແຕ່ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ປາສະຈາກຄວາມມົວເມົາ ສະເຫວີຍພຣະກະຍາຫາຣ. ເຮົາບໍ່ເຫັນພຣະສາສດາຜູ້ປະກອບດ້ວຍອົງຄຸນແມ່ນວ່າແນວນີ້ ຜູ້ສະເຫວີຍພຣະກະຍາຫາຣຢູ່ ໂດຍປາສະຈາກຄວາມມົວເມົາດັ່ງນີ້ເລີຍ ໃນອະດີດຕະກາລ ແມ່ນແຕ່ໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ.

໗. ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຕຣັດແນວໃດເຮັດດັ່ງນັ້ນ ເຮັດແນວ ໃດຕຣັດດັ່ງນັ້ນ ; ເພາະເຫດນັ້ນ ພຣະອົງຈຶ່ງຊື່ວ່າເປັນຜູ້ ຍະຖາວາທີຕະຖາກາຣີ ຍະຖາກາຣີຕະຖາວາທີ. ເຮົາບໍ່ເຫັນພຣະສາສດາຜູ້ປະກອບດ້ວຍອົງຄຸນແມ່ນວ່າແນວນີ້ ຜູ້ປະຕິບັດທັມສົມຄວນແກ່ທັມແລ້ວ ດັ່ງນີ້ເລີຍ ໃນອະດີດຕະກາລ ແມ່ນແຕ່ໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ.

໘. ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ທົງເປັນຜູ້ຂ້າມວິຈິກິຈສາໄດ້ແລ້ວ ປາສະຈາກ ຄວາມສົງໄສວ່າອັນໃດເປັນອັນໃດ ມີຄວາມດໍາຣິປະສົບຜົລສໍາເລັດແລ້ວ ເຖິງກັບມີອາທິພຣົມມະຈັນເປັນອັດທະຍາໄສ. ເຮົາບໍ່ເຫັນພຣະສາສດາຜູ້ປະກອບດ້ວຍອົງຄຸນ ແມ່ນວ່າແນວນີ້ ຜູ້ອາທິພຣົມມະຈັນເປັນອັດທະຍາໄສ ດັ່ງນີ້ເລີຍ ໃນອະດີດຕະກາລ ແມ່ນແຕ່ໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໒໕

(ທ້າວສັກກະຜູ້ຈອມເທບ ໄດ້ກ່າວປະກາດພຣະຄຸນຂອງພຣະຜູ້ມີພຣະພາຄຕາມທີ່ເປັນຈິງ ແກ່ເທວະດາ ຊັ້ນດາວະດຶງ ທ. ໘ ປະການເຫຼົ່ານີ້ແລ້ວ ; ພວກເທວະດາພາກັນຍິນດີປີດາ ສົ່ງສຽງກຶກກ້ອງ, ບາງພວກຮ້ອງຂຶ້ນວ່າ ຢາກຈະໃຫ້ມີພຣະພຸດທະເຈົ້າແບບນີ້ເກີດຂຶ້ນໃນໂລກຈັກ ໔ ອົງ, ບາງພວກ ຢາກໃຫ້ເກີດຂຶ້ນຈັກ ໓ ອົງ, ບາງພວກ ຢາກໃຫ້ເກີດຂຶ້ນຈັກ ໒ ອົງ ; ທ້າວສັກກະ ອະທິບາຍໃຫ້ຟັງວ່າ ເປັນໄປບໍ່ໄດ້ ທີ່ພຣະພຸດທະເຈົ້າຈະເກີດຂຶ້ນໃນໂລກພ້ອມກັນຍາມດຽວເກີນກວ່າ ໑ ອົງ.)

ຕາມສຽງຂອງໂລຫິດຈະພຣາມ ໑

: ທົງມີອະນາໄມເປັນຢ່າງດີ

ເຂົ້າມານີ່, ສະຫາຍໂຣສິກະ ! ພຣະສະມະນະໂຄດົມ ອັນມະຫາຊົນຈະໄປເຝົ້າໄດ້ ນະ ທີ່ບ່ອນໃດ ທ່ານຈົ່ງເຂົ້າໄປເຝົ້າໂດຍທີ່ບ່ອນນັ້ນ ແລ້ວກ່າວຕາມຄຳຂອງເຮົາກັບພຣະສະມະນະໂຄດົມ ຜູ້ມີອາພາດໜ້ອຍ ມີໂຣຄາໜ້ອຍ ລຸກໄດ້ຄ່ອງແຄ່ວວ່ອງໄວ ມີພະລະກໍາລັງ ມີອັນຢູ່ເປັນຜາສຸຂ ວ່າ … ຂໍພຣະໂຄດົມຜູ້ຈະເຣີນ ພ້ອມທັງພິກຂຸສົງຄ໌ ຈະທົງຮັບພັຕຕາຫາຣຂອງໂລຫິດຈະພຣາມ ເພື່ອພັຕຕະບໍຣິໂພກ ໃນມື້ອື່ນເຊົ້າເຖີ້ນ.

: ທົງດຶງຜົມຊ່ວຍຄົນຈະຕົກເຫວໄວ້ໄດ້ ໒

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ປຽບເໝືອນບຸຣຸສ ຈັບບຸຣຸສຜູ້ໜຶ່ງຊຶ່ງກໍາລັງຈະຕົກໄປສູ່ເຫວ ດຶງຜົມລາກຂຶ້ນມາໃຫ້ຢືນຢູ່ເທິງພື້ນເບື້ອງເທິງ ເຊັ່ນໃດ ; ໃນກໍລະນີນີ້ ກໍເຊັ່ນນັ້ນ : ຂ້ານ້ອຍກໍເປັນຜູ້ຊຶ່ງກໍາລັງຈະຕົກໄປສູ່ເຫວ ອັນພຣະໂຄດົມຜູ້ຈະເຣີນດຶງຜົມລາກຂຶ້ນມາ ໃຫ້ຢືນຢູ່ເທິງພື້ນເບື້ອງເທິງແລ້ວ ເຊັ່ນດຽວກັນ. …

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ