ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໕໑໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ກັດສະປະ ! ຂໍ້ນີ້ເປັນຖານະທີ່ມີຢູ່ແລ : ...ກັດສະປະ ! ໃນກໍລະນີເຊັ່ນນີ້ນັ້ນ ເມື່ອວິນຍູຊົນຢີບຂຶ້ນມາພິຈາຣະນາ ໄຈ້ແຍກ ສອບສວນເບິ່ງຢູ່ ເຂົາຈະສັນລະເສີນພວກເຮົາ (ພຣະອົງຄ໌ກັບສາວົກຂອງພຣະອົງຄ໌) ໃນຂໍ້ນັ້ນແຫຼະ ຢ່າງຫຼວງຫຼາຍ.
ຕາມສຽງຂອງວັຊຊິຢະມາຫິຕະຄະຫະບໍດີ
: ທົງເປັນວິພັຊຊະວາທີ ບໍ່ແມ່ນເອກັງສະວາທີ ໑
(ພວກອັນຍະເດຍຣະຖີ ໄດ້ກ່າວກັບວັຊຊິຢະມາຫິຕະຄະຫະບໍດີ ວ່າ “ຄະຫະບໍດີ ! ໄດ້ຍິນວ່າ ພຣະສະມະນະໂຄດົມຕິຕຽນຕະບະທັງປວງຫຼື ຍ່ອມຕິ ຍ່ອມກ່າວຮ້າຍຊຶ່ງຜູ້ບໍາເພັນຕະບະ ມີການເປັນຢູ່ເກົ່າໆໂຊມໆ ທັງປວງ ໂດຍສ່ວນດຽວຫຼື ?” ຄະຫະບໍດີ ຕອບວ່າ :-)
“ທ່ານຜູ້ຈະເຣີນ ທ. ! ພຣະຜູ້ມີພຣະພາຄບໍ່ໄດ້ຕິຕຽນຕະບະທັງປວງ ຍ່ອມບໍ່ຕິ ຍ່ອມບໍ່ກ່າວຮ້າຍຊຶ່ງຜູ້ບໍາເພັນຕະບະ ມີການເປັນຢູ່ເກົ່າໆໂຊມໆ ທັງປວງ ໂດຍສ່ວນດຽວດ້ວຍ. ທ່ານຜູ້ຈະເຣີນ ທ. ! ພຣະຜູ້ມີພຣະພາຄທົງຕໍານິຜູ້ທີ່ຄວນຕໍານິ ທົງສັນລະ ເສີນຜູ້ທີ່ຄວນສັນລະເສີນ. ທ່ານຜູ້ຈະເຣີນ ທ. ! ເມື່ອພຣະຜູ້ມີພຣະພາຄທົງຕິຕຽນຜູ້ທີ່ຄວນຕິຕຽນ ສັນລະເສີນຜູ້ທີ່ຄວນສັນລະເສີນຢູ່ເຊັ່ນນີ້ ຈຶ່ງທົງເປັນ ວິພັຊຊະວາທີ໒ ພຣະຜູ້ມີພຣະພາຄນັ້ນຫາກໄດ້ທົງເປັນ ເອກັງສະວາທີ໒ ໃນຂໍ້ນີ້ກໍບໍ່ແມ່ນ”.
໑. ບາລີ ທຸຕິຢະປັນນາສ. ອັງ. ໒໔/໒໐໔/໙໔. ຄໍາຂອງວັຊຊິຢະມາຫິຕະຄະຫະບໍດີ
ກ່າວຕອບພວກປະຣິບພາຊົກເດຍຣະຖີອື່ນ ທີ່ປະຣິບພາຊິກາຣາມ.
໒. ວິພັຊຊະວາທີ ຄືຜູ້ກ່າວໄຈ້ແຍກຂັນທ໌ ທາດ ອາຍະຕະນະ ໂດຍບໍ່ມີສັຕບຸກຄົນຕົວຕົນ ມີແຕ່ສິ່ງທີ່ເປັນ
ເຫດປັດຈັຍ ອັນເຮັດໃຫ້ມີຄວາມແຕກຕ່່າງກັນ ຈົນບັນຍັດໄດ້ວ່າ ກຸສົລຫຼືອະກຸສົລ ເປັນຕົ້ນ ກົງກັນຂ້າມ
ຈາກພວກອະວິພັຊຊະວາທີ ຊຶ່ງບັນຍັດເປັນໂຕເປັນຕົນ ເປັນດຸ້ນເປັນກ້ອນ ບໍ່ປະກອບດ້ວຍເຫດ
ປັຈຈັຍໃດໆ. ບໍ່ມີການຈໍາແນກໂດຍຄວາມເປັນຂັນທ໌ ທາດ ອາຍະຕະນະເປັນຕົ້ນ ຊຶ່ງຜິດຫຼັກຂອງ
ພຸດທະສາສນາ. ພວກ ເອກັງສະວາທີ ຄືພວກທີ່ກ່່າວອັນໃດໂດຍສ່ວນດຽວເຍື່ອງດຽວ ດັ່ງພວກ
ອັນຕະຄາຫິກະທິຕຖິທັງຫຼາຍ ບໍ່ມີລັກສະນະແຫ່ງມັຊຊິມາປະຕິປະທາ ຈັດໄວ້ໃນຖານະເປັນມິດສາທິຕຖິ
ນອກພຸດທະສາສນາດ້ວຍເໝືອນກັນ.
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໑໑
(ຄັນວັຊຊິຢະມາຫິຕະຄະຫະບໍດີກ່າວດັ່ງນີ້ແລ້ວ ປະຣິບພາຊົກໄດ້ກ່າວກັບຄະຫະບໍດີນັ້ນວ່າ “ຄະຫະບໍດີ ! ທ່ານຢຸດກ່ອນ ໃນຂໍ້ທີ່ທ່ານກ່າວສັນລະເສີນຄຸນຂອງພຣະສະມະນະໂຄດົມ, ພຣະສະມະນະໂຄດົມ ນັ້ນ ເປັນ ເວນະຢິໂກ (ຜູ້ນໍາໄປເຮັດໃຫ້ວິນາດ) ເປັນ ອັປປັນຍັຕຕິໂກ (ຜູ້ບໍ່ມີບັນຍັດ) ດັ່ງນີ້. ວັຊຊິຢະມາຫິຕະຄະຫະບໍດີ ໄດ້ກ່າວຕອບ ດັ່ງນີ້ວ່າ :-)
“ທ່ານຜູ້ຈະເຣີນ ທ. ! ແມ່ນວ່າໃນຂໍ້ນີ້ ຂ້າພະເຈົ້າຂໍກ່າວກັບທ່ານ ທ. ຢ່າງເປັນທັມວ່າ ພຣະຜູ້ມີພຣະພາຄ ທົງບັນຍັດວ່າ ຂໍ້ນີ້ເປັນກຸສົລ ຂໍ້ນີ້ເປັນອະກຸສົລ ເມື່ອພຣະຜູ້ມີພຣະພາຄ ທົງບັນຍັດຊຶ່ງກຸສົລ ອະກຸສົລຢູ່ ດັ່ງນີ້ ຈຶ່ງຊື່ວ່າເປັນ ສັປປັນຍັຕຕິໂກ (ຜູ້ມີບັນຍັດ) ພຣະຜູ້ມີພຣະພາຄນັ້ນ ຫາກໄດ້ເປັນເວນະຢິໂກ ອັປປັນຍັຕຕິໂກ ກໍບໍ່ແມ່ນ ດັ່ງນີ້. (ເມື່ອໄດ້ຟັງດັ່ງນີ້ ພວກອັນຢະເດຍຣະຖີປະຣິບພາຊົກກໍງຽບໄປ.)
ຕາມສຽງຂອງໂປຕຖະປາທະປະຣິບພາຊົກ
: ທົງບັນຍັດຫຼັກເລື່ອງ “ຕະຖາ” ໑
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຄັ້ງນັ້ນ ເມື່ອພຣະຜູ້ມີພຣະພາຄສະເດັດຫຼີກໄປແລ້ວບໍ່ດົນ. ປະຣິບພາຊົກເຫຼົ່ານັ້ນ ໄດ້ຫຸ້ມກັນເວົ້າໃຫ້ຂ້ານ້ອຍໂດຍຮອບດ້ານວ່າ ທ່ານໂປຕຖະປາທະປະຣິບພາຊົກຜູ້ຈະເຣີນນີ້ ເປັນແນວນີ້ເອງ : ພຣະສະມະນະໂຄດົມກ່າວຖ້ອຍຄໍາໃດ ທ່ານກໍອະນຸໂມທະນາຖ້ອຍຄໍາຂອງພຣະສະມະນະໂຄດົມນັ້ນວ່າ “ຂ້າແຕ່ພຣະຜູ້ມີພຣະພາຄ ! ຂໍ້ນັ້ນຖືກແລ້ວ, ຂ້າແຕ່ພຣະສຸຄົຕ ! ຂໍ້ນັ້ນຖືກແລ້ວ” ດັ່ງນີ້ ; ແຕ່ວ່າພວກເຮົາບໍ່ໄດ້ຮັບຊາບເອກັງສິກະທັມ ຈາກພຣະສະມະນະໂຄດົມແມ່ນແຕ່ໜ້ອຍດຽວ ວ່າໂລກທ່ຽງຫຼືບໍ່ທ່ຽງ, ໂລກມີທີ່ສິ້ນສຸດຫຼືບໍ່ມີທີ່ສິ້ນສຸດ, ຊີວະກໍດວງນັ້ນ ຮ່າງກາຍກໍຮ່າງນັ້ນ ຫຼືວ່າ ຊີວະກໍດວງອື່ນຮ່າງກາຍກໍຮ່າງອື່ນ, ຕາຍແລ້ວຍ່ອມເປັນດັ່ງທີ່ເປັນມາແລ້ວ ຫຼືວ່າຕາຍແລ້ວບໍ່ເປັນດັ່ງທີ່ເປັນມາແລ້ວອີກ,








