ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ບຸກຄົນກຸລັງຄາຣະ (ແກະດໍາ) ເກີດຂຶ້ນລ້າງຜານໂພຄະຊັບໃນຕະກູນ ໑,
ຄວາມບໍ່ທ່ຽງ (ແຫ່ງສັງຂາຣ ທ.) ນັບເປັນທີແປດ ໑.
ຄາມະນິ ! ເຫຼົ່ານີ້ແລ ຄືເຫດປັດຈັຍມີຢູ່ ໘ ຢ່າງ ເພື່ອການທໍາລາຍແຫ່ງຕະກູນ.
ຄາມະນິ ! ເມື່ອເຫດປັດຈັຍ ເພື່ອການທໍາລາຍແຫ່ງຕະກູນ ມີ ໘ ຢ່າງເຊັ່ນນີ້, ໃຜມາກ່າວຫາເຮົາແນວນີ້ວ່າ ພຣະຜູ້ມີພຣະພາຄ ປະຕິບັດເພື່ອຄວາມຂາດສູນແຫ່ງຕະກູນ ພຣະຜູ້ມີພຣະພາຄປະຕິບັດເພື່ອຄວາມເສື່ອມແຫ່ງຕະກູນ ພຣະຜູ້ມີພຣະພາຄ ປະຕິບັດເພື່ອການທໍາລາຍແຫ່ງຕະກູນ ຢູ່ດັ່ງນີ້ ; ຄາມະນິ ! ຜູ້ນັ້ນຍັງບໍ່ລະຄໍາກ່າວນັ້ນ ບໍ່ລະຈິຕນັ້ນ ບໍ່ສະລະຄວາມເຫັນນັ້ນ ຈະຈົມຢູ່ໃນນະຣົກ ເໝືອນຖືກນໍາໂຕໄປເກັບ (ຝັງ) ໄວ້ ສະນັ້ນ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໓໙
ທົງແກ້ຂໍ້ທີ່ຖືກເຂົາຫາວ່າ ທົງຫຼົງ ໑
“ພຣະໂຄດົມຜູ້ຈະເຣີນ ! ພຣະໂຄດົມຍັງຈໍາການນອນຫຼັບກາງເວັນໄດ້ຢູ່ຫຼື ?” ສັຈຈະກະ ທູນຖາມ.
ອັກຄິເວສະນະ ! ເຮົາຍັງຈໍາໄດ້ຢູ່, ໃນເດືອນສຸດທ້າຍຂອງລະດູຮ້ອນ ກັບຈາກບິນດະບາຕໃນເວລາຫຼັງອາຫາຣແລ້ວ ໃຫ້ປູສັງຄາຕິເປັນສີ່ຊັ້ນ ເຮົາມີສະຕິ ສັມປະຊັນຍະ ຢັ່ງລົງສູ່ຄວາມຫຼັບ ໂດຍຕະແຄງຂ້າງເບື້ອງຂວາ.
“ພຣະໂຄດົມຜູ້ຈະເຣີນ ! ຂໍ້ນີ້ແຫຼະ ສະມະນະແລະພຣາມທັງຫຼາຍບາງພວກ ເຂົາກ່າວວ່າ ພຣະໂຄດົມຫຼັບ ເພາະການເປັນຢູ່ດ້ວຍຄວາມຫຼົງ”.
ອັກຄິເວສະນະ ! ຄົນເຮົາຈະຊື່ວ່າເປັນຄົນຫຼົງຫຼືບໍ່ຫຼົງ ເພາະເຫດພຽງເທົ່ານີ້ ກໍຫາກບໍ່ຖືກ. ແຕ່ວ່າ ຈະເປັນຄົນຫຼົງຫຼືບໍ່ຫຼົງໂດຍເຫດໃດນັ້ນ ທ່ານຈົ່ງກໍານົດໃນໃຈໃຫ້ດີ ເຮົາຈະກ່າວໃຫ້ຟັງ :
ອັກຄິເວສະນະ ! ອາສະວະເຫຼົ່າໃດ ທີ່ເຮັດຜູ້ນັ້ນໃຫ້ເສົ້າໝອງພ້ອມ ເປັນໄປເພື່ອຄວາມເກີດອີກ ປະກອບດ້ວຍຄວາມທຸລົນທຸລາຍ ມີທຸກຂ໌ເປັນຜົລ ເຮັດໃຫ້ມີຊາດຊະຣາມໍຣະນະອີກສືບຕໍ່ໄປ, ເມື່ອຜູ້ໃດລະມັນບໍ່ໄດ້ ເຮົາກ່າວວ່າຜູ້ນັ້ນເປັນຄົນຫຼົງ, ເມື່ອຜູ້ໃດລະໄດ້ຂາດ ເຮົາກ່າວວ່າຜູ້ນັ້ນເປັນຄົນບໍ່ຫຼົງ ເພາະວ່າຈະເປັນຜູ້ບໍ່ຫຼົງໄດ້ ກໍເພາະການລະອາສະວະໄດ້ເດັດຂາດ. ອັກຄິເວສະນະ ! ອາສະວະທັງຫຼາຍເຫຼົ່ານັ້ນ ເປັນສິ່ງທີ່ຕະຖາຄົຕ ລະໄດ້ຂາດແລ້ວ ຖອນຂຶ້ນໄດ້ຮອດທັງຮາກ ເຮັດໃຫ້ເປັນເໝືອນຕົ້ນຕານບໍ່ມີວັຕຖຸ (ຄືໜໍ່ຍອດສໍາລັບປົ່ງອີກຕໍ່ໄປ) ບໍ່ໃຫ້ມີ ບໍ່ໃຫ້ເກີດໄດ້ອີກຕໍ່ໄປ ດຸດດັ່ງວ່າຕົ້ນຕານຖືກຕັດທີ່ຄໍແຫ່ງຕົ້ນແລ້ວ ບໍ່ອາດຈໍ່ປົ່ງໄດ້ສືບຕໍ່ໄປ ເຊັ່ນໃດກໍເຊັ່ນນັ້ນ.
໑. ບາລີ ມຫາສັຈຈະກະສູຕ ມູ. ມ. ໑໒/໔໖໑/໔໓໐. ຕຣັດແກ່ສັຈຈະກະນິຄັນຖະບຸຕ ອັກຄິເວສະນະ
ທີ່ປ່າມະຫາວັນ ໃກ້ເມືອງເວສາລີ.
໔໔໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງແກ້ຄໍາຕູ່ຂອງພວກອື່ນທີ່ຕູ່ວ່າເຂົາກໍສອນເໝືອນດັ່ງພຣະອົງຄ໌ສອນ ໑
“...ຂ້າແຕ່ພຣະອົງຜູ້ຈະເຣີນ ! ພວກປະຣິບພາຊົກຜູ້ເປັນລັດທິອື່ນ ໄດ້ກ່າວກັບພວກຂ້ານ້ອຍວ່າ “ອາວຸໂສ ! ພຣະສະມະນະໂຄດົມຍ່ອມບັນຍັດຄວາມຮອບຮູ້ຊຶ່ງ ກາມ ທ. ແມ່ນວ່າພວກເຮົາ ກໍບັນຍັດຄວາມຮອບຮູ້ຊຶ່ງກາມ ທ. ; ອາວຸໂສ ! ພຣະສະມະນະໂຄດົມ ຍ່ອມບັນຍັດຄວາມຮອບຮູ້ຊຶ່ງ ຮູບ ທ. ແມ່ນວ່າພວກເຮົາກໍບັນຍັດຄວາມຮອບຮູ້ຊຶ່ງຮູບ ທ. ; ອາວຸໂສ ! ພຣະສະມະນະໂຄດົມ ຍ່ອມບັນຍັດຄວາມຮອບຮູ້ຊຶ່ງ ເວທະນາ ທ. ແມ່ນວ່າພວກເຮົາກໍບັນຍັດຄວາມຮອບຮູ້ຊຶ່ງເວທະນາ ທ. ; ອາວຸໂສ ! ໃນຂໍ້ນີ້ອັນໃດເປັນຄວາມຜິດແປກ ອັນໃດເປັນຂໍ້ສັງເກດສະເພາະ ອັນໃດເປັນເຄື່ອງສ້າງຊຶ່ງຄວາມແຕກຕ່າງ ລະຫວ່າງພຣະສະມະນະໂຄດົມກັບພວກເຮົາ ໂດຍການປຽບທຽບທັມມະເທສນາກັບທັມມະເທສນາ ອະນຸສາສນີກັບອະນຸສາສນີ ?” ດັ່ງນີ້. ຂ້າແຕ່ ພຣະອົງຜູ້ຈະເຣີນ ! ພວກຂ້ານ້ອຍ ບໍ່ໄດ້ພໍໃຈ ບໍ່ໄດ້ຄັດຄ້ານ ຖ້ອຍຄໍາຂອງພວກປະຣິບພາຊົກ ຜູ້ເປັນລັດທິອື່ນເຫຼົ່ານັ້ນ ; ຄັນບໍ່ພໍໃຈ ບໍ່ຄັດຄ້ານແລ້ວ ລຸກຈາກອາສນະຫຼີກອອກມາດ້ວຍຄິດວ່າ ຈະໄດ້ຮູ້ເນື້ອຄວາມແຫ່ງພາສິຕນີ້ ໃນສໍານັກຂອງພຣະຜູ້ມີພຣະພາຄ”.








