ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ບັນດາສະມະນະພຣາມ ທ. ເຫຼົ່ານັ້ນ (ກ) ສະມະນະພຣາມ ຜູ້ໃດ ກ່າວແນວນີ້ວ່າ “ທ່ານຜູ້ຈະເຣີນ ທ. ! ກັມທີ່ເປັນກັມດີ ບໍ່ມີ, ວິບາກແຫ່ງສຸຈະຣິຕ ກໍບໍ່ມີ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ ຂອງສະມະນະພຣາມຜູ້ນັ້ນ ເຮົາ ບໍ່ຍອມຮັບຮູ້ດ້ວຍ. (ຂ) ແຕ່ຂໍ້ໃດ ທີ່ສະມະນະພຣາມຜູ້ນັ້ນ ກ່າວຕໍ່ໄປວ່າ “ຂ້າພະເຈົ້າໄດ້ເຫັນບຸກຄົນຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ...ໆລໆ... ບໍ່ມີຈິຕພະຍາບາດ ເປັນສັມມາທິຕຖິ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງທຸຄະຕິວິນິບາຕ ນະຣົກ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ຍອມຮັບຮູ້ດ້ວຍ. (ຄ) ສ່ວນຂໍ້ທີ່ສະມະນະພຣາມຜູ້ນັ້ນກ່າວແນວນີ້ວ່າ “ທ່ານຜູ້ຈະເຣີນ ທ. ! ບຸກຄົນໃດ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ...ໆລໆ... ບໍ່ມີຈິຕພະຍາບາດ ເປັນສັມມາທິຕຖິ ບຸກຄົນນັ້ນ ທຸກຄົນ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງທຸຄະຕິ ວິນິບາຕ ນະຣົກ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. (ງ) ເຖິງແມ່ນຂໍ້ໃດທີ່ສະມະນະ ພຣາມຜູ້ນັ້ນກ່າວແນວນີ້ວ່າ “ຊົນເຫຼົ່າໃດຮູ້ແນວນີ້ ຊົນເຫຼົ່ານັ້ນຊື່ວ່າຮູ້ຖືກຕ້ອງ, ຊົນເຫຼົ່າໃດຮູ້ແນວອື່ນ ຄວາມຮູ້ຂອງຊົນເຫຼົ່ານັ້ນຜິດ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ ຂອງສະມະນະ ພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. (ຈ) ເຖິງແມ່ນຂໍ້ທີ່ສະມະນະພຣາມຜູ້ນັ້ນ ປັກໃຈຕາມກໍາລັງແຫ່ງຄວາມຮູ້ ຕາມຄວາມລູບຄໍາແຫ່ງທິຕຖິ ແລ້ວປະກອບເຊິ່ງໂວຫາຣຕາມທີ່ເຂົາຮູ້ເອງ ເຫັນເອງ ແຈ່ມແຈ້ງເອງ (ສືບຕໍ່ໄປ) ແນວນີ້ວ່າ “ຂໍ້ນີ້ເທົ່ານັ້ນຈິງ, ຂໍ້ອື່ນເປັນໂມຄະ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. ຂໍ້ນັ້ນເພາະເຫດໃດໜໍ ? ອານົນທ໌ ! ຂໍ້ນັ້ນເພາະເຫດວ່າ ຍານໃນການຈໍາແນກຊຶ່ງກັມອັນກວ້າງຂວາງຂອງຕະຖາຄົຕ ຍ່ອມມີໂດຍປະການອື່ນ.

໔໐໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

(ຕຣັດອະທິບາຍກ່ຽວກັບພວກທີ່ເຮັດບາບແລ້ວຕາຍໄປສູ່ນະຣົກ)

ອານົນທ໌ ! ບັນດາບຸກຄົນເຫຼົ່ານັ້ນ ບຸກຄົນໃດໃນໂລກແຫ່ງກາລະປັດຈຸບັນນີ້ ເປັນຜູ້ເສບປານາຕິບາຕ ປະກອບອະທິນນາທານ ...ໆລໆ... ເປັນມິດສາທິຕຖິ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຂໍ້ນີ້ເປັນເພາະ ໃນກາລກ່ອນ ເຂົາໄດ້ເຮັດບາບກັມອັນມີທຸກຂ໌ເປັນຜົລໄວ້ ; ຫຼືວ່າ ໃນກາລພາຍຫຼັງ ເຂົາໄດ້ເຮັດບາບກັມອັນມີທຸກຂ໌ເປັນຜົລໄວ້ ; ຫຼືວ່າ ໃນເວລາໃກ້ຕາຍ ເຂົາເປັນຜູ້ພຽບພ້ອມດ້ວຍມິດສາທິຕຖິ ເພາະເຫດນັ້ນ ບຸກຄົນນັ້ນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍທຸຄະຕິວິນິບາຕນະຣົກ. ສ່ວນຂໍ້ທີ່ເຂົາເປັນຜູ້ເສບປານາຕິບາຕ ປະກອບອະທິນນາທານ ...ໆລໆ... ເປັນມິດສາທິຕຖິ, ໃນໂລກແຫ່ງກາລະປັດຈຸບັນນີ້ ນັ້ນ ເຂົາຍ່ອມສະເຫວີຍຊຶ່ງວິບາກແຫ່ງກັມນັ້ນ ໃນກາລອັນເປັນທິຕຖະທັມ (ທັນຄວັນ) ແດ່, ຫຼືໃນກາລອັນເປັນອຸປະປັຊຊະ (ເວລາຖັດຕໍ່ໄປ) ແດ່, ຫຼືໃນກາລອັນເປັນ ອະປະຣະປະຣິຢາຢະ (ເວລາຖັດຕໍ່ໄປອີກ) ແດ່.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໐໙

(ຕຣັດອະທິບາຍກ່ຽວກັບພວກທີ່ເຮັດບາບແລ້ວຕາຍໄປສູ່ສະຫວັນ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ