ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອານົນທ໌ ! ບັນດາສະມະນະພຣາມ ທ. ເຫຼົ່ານັ້ນ (ກ) ສະມະນະພຣາມ ຜູ້ໃດ ກ່າວແນວນີ້ວ່າ “ທ່ານຜູ້ຈະເຣີນ ທ. ! ກັມທີ່ເປັນກັມດີ (ກັນລະຍານະກັມມະ) ມີຢູ່, ວິບາກແຫ່ງສຸຈະຣິຕກໍມີຢູ່” ດັ່ງນີ້ ; ຄໍາກ່າວຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາ ຍອມຮັບຮູ້ດ້ວຍ. (ຂ) ແຕ່ຂໍ້ໃດ ທີ່ສະມະນະພຣາມຜູ້ນັ້ນກ່າວຕໍ່ໄປວ່າ “ຂ້າພະເຈົ້າໄດ້ເຫັນບຸກຄົນ ຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ເວັ້ນຂາດຈາກການປະພຶດຜິດໃນກາມ ເວັ້ນຂາດຈາກການເວົ້າຂີ້ຕົວະ ຈາກເວົ້າສໍ່ສຽດ ຈາກເວົ້າຄໍາຫຍາບ ຈາກເວົ້າຄໍາໂລເລ ບໍ່ເປັນຜູ້ອັ່ງດ້ວຍອະພິຊຊາ ບໍ່ມີຈິຕພະຍາບາດ ເປັນສັມມາທິຕຖິ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ເຂົ້າເຖິງສຸຄະຕິໂລກສະຫວັນ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ຍອມຮັບຮູ້ດ້ວຍ. (ຄ) ສ່ວນຂໍ້ທີ່ສະມະນະພຣາມຜູ້ນັ້ນກ່າວແນວນີ້ວ່າ “ທ່ານຜູ້ຈະເຣີນ ທ. ! ບຸກຄົນໃດ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ...ໆລໆ... ບໍ່ມີຈິຕພະຍາບາດ ເປັນສັມມາທິຕຖິ, ບຸກຄົນນັ້ນ ທຸກຄົນ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ” ດັ່ງນີ້ ; ຄໍາກ່າວ ແມ່ນວ່າຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. (ງ) ເຖິງແມ່ນຂໍ້ໃດ ທີ່ສະມະນະພຣາມຜູ້ນັ້ນ ກ່າວແນວນີ້ວ່າ “ຊົນເຫຼົ່າໃດຮູ້ແນວນີ້ ຊົນເຫຼົ່ານັ້ນຊື່ວ່າຮູ້ຖືກຕ້ອງ, ຊົນເຫຼົ່າໃດຮູ້ແນວອື່ນ ຄວາມຮູ້ຂອງຊົນເຫຼົ່ານັ້ນຜິດ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. (ຈ) ເຖິງແມ່ນຂໍ້ທີ່ສະມະນະພຣາມຜູ້ນັ້ນ ປັກໃຈຕາມກໍາລັງແຫ່ງຄວາມຮູ້ ຕາມຄວາມລູບຄໍາແຫ່ງທິຕຖິ ແລ້ວປະກອບເຊິ່ງໂວຫາຣຕາມທີ່ເຂົາຮູ້ເອງ ເຫັນເອງ ແຈ່ມແຈ້ງເອງ (ສືບຕໍ່ໄປ) ແນວນີ້ວ່າ “ຂໍ້ນີ້ເທົ່ານັ້ນຈິງ, ຂໍ້ອື່ນເປັນໂມຄະ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. ຂໍ້ນັ້ນເພາະເຫດໃດໜໍ ? ອານົນທ໌ ! ຂໍ້ນັ້ນເພາະເຫດວ່າ ຍານໃນການຈໍາແນກຊຶ່ງກັມ ອັນກວ້າງຂວາງຂອງຕະຖາຄົຕ ຍ່ອມມີໂດຍປະການອື່ນ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໐໗








