ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ຖ້າຕອບວ່າ “ອັຕຕາ ມີ” ມັນກໍຈະເປັນການອະນຸໂລມເພື່ອໃຫ້ເກີດຍານວ່າ “ສັບເພ ທັມມາ ອະນັຕຕາ” ດັ່ງນີ້ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.

ອານົນທ໌ ! ຖ້າຕອບວ່າ “ອັຕຕາ ບໍ່ມີ” ກໍຈະເຮັດໃຫ້ ວັດສະໂຄຕປະຣິບພາຊົກ ຜູ້ຫຼົງໄຫຼຢູ່ແລ້ວ ເຖິງຄວາມງົມງວາຍໜັກຍິ່ງຂຶ້ນໄປອີກວ່າ “ອັຕຕາຂອງເຮົາໃນກາລກ່ອນ ຈະໄດ້ມີຫຼືວ່າໄດ້ມີແລ້ວເປັນແນ່ນອນ, ບັດນີ້ກາຍເປັນວ່າອັຕຕານັ້ນບໍ່ມີ” ດັ່ງນີ້.

໑. ບາລີ ສລາ. ສັງ. ໑໘/໔໘໖/໘໐໑. ຕຣັດແກ່ພຣະອານົນທ໌.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໙໙

ບໍ່ໄດ້ທົງຕໍານິການບໍາເພັນຕະບະ ໄປເສຍຕະພຶດ ໑

ກັດສະປະ ! ພວກສະມະນະພຣາມ ທີ່ກ່າວຫາເຮົາວ່າ “ພຣະສະມະນະໂຄດົມ ຕິຕຽນຕະບະທຸກຢ່າງ, ກ່າວຢຽບຢໍ່າ ກ່າວຮ້າຍຜູ້ບໍາເພັນຕະບະ ມີຊີວິຕຢູ່ຢ່າງເສົ້າໝອງທຸກໆຄົນ ໂດຍສ່ວນດຽວ” ດັ່ງນີ້, ສະມະນະພຣາມເຫຼົ່ານັ້ນ ບໍ່ໄດ້ກ່າວຕົງຕາມທີ່ເຮົາກ່າວ ເຂົາກ່າວຕູ່ເຮົາດ້ວຍຄໍາແຕ່ງເອງ ບໍ່ຈິງ ບໍ່ເປັນຈິງ.

ກັດສະປະ ! ໃນເລື່ອງນີ້, ເຮົາເຫັນຜູ້ບໍາເພັນຕະບະມີຊີວິຕຢ່າງເສົ້າໝອງ, ບາງຄົນຫຼັງຈາກການຕາຍ ເພາະການທໍາລາຍແຫ່ງກາຍ ບັງເກີດແລ້ວໃນອະບາຍທຸຄະຕິ ວິນິບາຕ ນະຣົກ, ບາງຄົນຫຼັງຈາກການຕາຍ ເພາະການທໍາລາຍແຫ່ງກາຍ ບັງເກີດແລ້ວໃນສຸຄະຕິໂລກສະຫວັນ, ເຫັນດ້ວຍຈັກຂຸອັນເປັນທິບ ບໍຣິສຸດປອດກ້ຽງ ຂ້າມຜ່ານຈັກຂຸສາມັນມະນຸສ.

ກັດສະປະ ! ໃນເລື່ອງນີ້, ເຮົາເຫັນຜູ້ບໍາເພັນຕະບະ ມີຄວາມຍາກລໍາບາກແຕ່ພຽງເລັກນ້ອຍ, ບາງຄົນ ຫຼັງຈາກການຕາຍ ເພາະການທໍາລາຍແຫ່ງກາຍ ບັງເກີດແລ້ວໃນອະບາຍ ທຸຄະຕິ ວິນິບາຕ ນະຣົກ, ບາງຄົນຫຼັງຈາກການຕາຍເພາະການທໍາລາຍແຫ່ງກາຍ ບັງເກີດແລ້ວໃນສຸຄະຕິໂລກສະຫວັນ, ເຫັນດ້ວຍຈັກຂຸອັນເປັນທິບ ບໍຣິສຸດປອດກ້ຽງ ຂ້າມຜ່ານຈັກຂຸສາມັນມະນຸສ.

ກັດສະປະ ! ເຮົາຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງການມາ ການໄປ ການຈຸຕິ ການບັງເກີດ ຂອງຜູ້ບໍາເພັນຕະບະເຫຼົ່ານີ້ ດັ່ງນີ້, ເຫດໃດເຮົາຈັກຕິຕຽນ ຕະບະ ທຸກຢ່າງ ຢຽດຫຍາມ ກ່າວຮ້າຍຜູ້ບໍາເພັນຕະບະ ມີຊີວິຕຢ່າງເສົ້າໝອງ ທຸກໆຄົນ ໂດຍຝ່າຍດຽວ ໄດ້ໜໍ.໒

໑. ບາລີ ມຫາສີຫະນາທະສູຕ ສີ. ທີ. ໙/໒໐໕/໒໖໐. ຕຣັດແກ່ອະເຈລະກັສສະປະ ທີ່ປ່າກັນນະກະຖະລະ

ມິຄະທາຍະວັນ ເມືອງອຸຊຸນຍາ.

໒. ການບໍາເພັນຕະບະ ອັຕຕະກິລະມະຖານຸໂຍຄ ພໍເປັນໄປໄດ້ແດ່ເພື່ອສະຫວັນບາງຖານະ, ແຕ່ບໍ່ອາດເປັນ

ໄປໄດ້ເພື່ອນິບພານ. ທົງຫ້າມເດັດຂາດສໍາລັບຜູ້ປາຖນາໄປສູ່ນິບພານ, ແຕ່ກໍບໍ່ທົງຕິຕຽນຜູ້ໃດເລີຍ.

໔໐໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ບໍ່ທົງຕໍານິການບູຊາຍັນໄປເສຍທັງໝົດ ໑

ອຸດຊະຍະພຣາມໄດ້ທູນຖາມພຣະຜູ້ມີພຣະພາຄເຈົ້າວ່າ “ພຣະໂຄດົມຍ່ອມກ່າວສັນລະເສີນຍັນແດ່ ຫຼືຫາກບໍ່ໜໍ ?”

ພຣາມ ! ເຮົາຈະກ່າວສັນລະເສີນຍັນໄປເສຍທັງໝົດ ກໍຫາກບໍ່, ແຕ່ວ່າ ເຮົາຈະຕໍານິຍັນໄປເສຍທັງໝົດ ກໍຫາກບໍ່.

ພຣາມ ! ກໍໃນຍັນຊະນິດໃດ ງົວຖືກຂ້າ ແບ້ແກະຖືກຂ້າ ໄກ່ໝູຖືກຂ້າ ສັຕຕ່າງໆຖືກຂ້າ, ເຮົາບໍ່ສັນລະເສີນຍັນນັ້ນ ຊຶ່ງມີການເຮັດສັຕອື່ນໃຫ້ພອຍທຸກຂ໌. ເພາະເຫດໃດ ? ເພາະເຫດວ່າ ພຣະອະຣະຫັນຕ໌ ຫຼືຜູ້ທີ່ເຖິງອະຣະຫັຕຕະມັກຄະ ຍ່ອມບໍ່ເຂົ້າໃກ້ຍັນຊະນິດນີ້ ຊຶ່ງມີການເຮັດສັຕອື່ນໃຫ້ພອຍທຸກຂ໌.

ພຣາມ ! ສ່ວນໃນຍັນຊະນິດໃດ ງົວບໍ່ຖືກຂ້າ ແບ້ແກະບໍ່ຖືກຂ້າ ໄກ່ໝູບໍ່ຖືກຂ້າ ສັຕຕ່າງໆບໍ່ຖືກຂ້າ, ເຮົາສັນລະເສີນຍັນນັ້ນ ຊຶ່ງບໍ່ມີການເຮັດສັຕອື່ນໃຫ້ພອຍທຸກຂ໌. ໄດ້ແກ່ນິດຈະທານ ອັນເປັນຍັນທີ່ປະພຶດສືບຕະກູນຕໍ່ກັນມາ. ເພາະເຫດໃດ ? ເພາະພຣະອະຣະຫັນຕ໌ທັງຫຼາຍກໍດີ ຫຼືຜູ້ທີ່ເຖິງອະຣະຫັຕຕະມັກຄະທັງຫຼາຍກໍດີ ຍ່ອມເຂົ້າມາຂ້ອງແວະດ້ວຍຍັນຊະນິດນີ້.

໑. ບາລີ ຈຕຸກກ. ອັງ. ໒໑/໕໔/໓໙. ຕຣັດແກ່ອຸຊຊະຢະພຣາມ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໐໑

ຄວາມບໍຣິສຸດໃຈຂອງພຣະອົງຄ໌ໃນການປະຕິບັດຕໍ່ລັດທິອື່ນ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ