ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ດຽວກັບຄໍາວ່າ ຂີນາສົບ ເປັນຕົ້ນ, ຮຽກວ່າຜູ້ນິດທະສະ ແປວ່າ ຜູ້ບໍ່ເຫຼືອດ້າຍປາຍສົ້ນ ແມ່ນວ່າຄໍາອື່ນ
ເຊັ່ນຄໍາວ່າ ເກພະລີ, ອະຕັມມະໂຍ, ເປັນຕົ້ນ ກໍມີລັກສະນະແນວດຽວກັນ ; ຄວນເອີ້ນທັບສັບບາລີ
ບໍ່ຄວນແປ ພຽງແຕ່ໃຫ້ຮູ້ຄວາມໝາຍກໍພໍ. -- ຜູ້ລວບລວມ.
໓໙໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
໓. ເປັນຜູ້ມີສັນທະແກ່ກ້າໃນ ການກໍາຈັດຄວາມຢາກ ແລະມີຄວາມຮັກຢ່າງຍິ່ງໃນການກໍາຈັດຄວາມຢາກຕໍ່ໄປ.
໔. ເປັນຜູ້ມີສັນທະແກ່ກ້າໃນ ການຫຼີກງຽບ ແລະມີຄວາມຮັກຢ່າງຍິ່ງໃນການຫຼີກງຽບ ຕໍ່ໄປ.
໕. ເປັນຜູ້ມີສັນທະແກ່ກ້າໃນ ການປາຣົບຄວາມພຽນ ແລະມີຄວາມຮັກຢ່າງຍິ່ງໃນການປາຣົບຄວາມພຽນຕໍ່ໄປ.
໖. ເປັນຜູ້ມີສັນທະແກ່ກ້າໃນ ການຮັກສາຕົນດ້ວຍສະຕິ ແລະມີຄວາມຮັກຢ່າງຍິ່ງໃນການຮັກສາຕົນດ້ວຍສະຕິຕໍ່ໄປ.
໗. ເປັນຜູ້ມີສັນທະແກ່ກ້າໃນ ການແທງຕະຫຼອດດ້ວຍທິຕຖິ ແລະມີຄວາມຮັກຢ່າງຍິ່ງໃນການແທງຕະຫຼອດດ້ວຍທິຕຖິຕໍ່ໄປ.
ສາຣີບຸຕ ! ເຫຼົ່ານີ້ແລ ນິດທະສະວັຕຖຸ ໗ ປະການ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດແລ້ວ.
ສາຣີບຸຕ ! ພິກຂຸຜູ້ປະກອບດ້ວຍ ນິດທະສະວັຕຖຸ ໗ ປະການ ເຫຼົ່ານີ້ແລ້ວ ຈະປະພຶດພຣົມມະຈັນບໍຣິສຸດບໍຣິບູນຮອດ ໑໒ ປີ ກໍໄດ້ ... ໒໔ ປີ ກໍໄດ້ ... ໓໖ ປີ ກໍໄດ້ ... ໔໘ ປີ ກໍໄດ້ ຍ່ອມຄວນທີ່ຈະເອີ້ນວ່າ “ນິດທະສະພິກຂຸ”, ດັ່ງນີ້ແລ.
(ໃນບ່ອນອື່ນ ໄດ້ຕຣັດນິດທະສະວັຕຖຸ ໗ ປະການ ວ່າໄດ້ແກ່ ຜູ້ມີສັດທາ ມີຫິຣິ ມີໂອຕຕັບປະ ມີພາຫຸສັຈຈະ ມີອາຣັດທະວິຣິຢະ ມິສະຕິ ແລະມີປັນຍາ. - ສັຕຕກ. ອັງ. ໒໓/໔໐/໔໐. ຕຣັດແກ່ພຣະອານົນທ໌.)
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໙໗
ທົງບັນຍັດຄວາມໝາຍ ຂອງຄໍາວ່າ “ຍານ”
ບໍ່ຕົງກັບຄວາມໝາຍທີ່ເດຍຣະຖີອື່ນບັນຍັດ ໑
ຈຸນທະ ! ຖານະນັ້ນມີຢູ່ແນ່ນອນ, ຄືຖານະທີ່ເປັນປະຣິບພາຊົກ ຜູ້ເປັນລັດທິອື່ນ ທ. ຈະກ່າວແນວນີ້ວ່າ “ພຣະສະມະນະໂຄດົມ ຍ່ອມບັນຍັດຍານະທັດສະນະ ປາຣົບອະດີຕຕະກາລນານໄກຢ່າງບໍ່ມີຂອບເຂດ ; ແຕ່ຫາກບໍ່ໄດ້ປາຣົບອະນາຄົຕ ຕະກາລນານໄກ ຢ່າງບໍ່ມີຂອບເຂດເຊັ່ນນັ້ນ : ນັ້ນມັນອັນໃດກັນ ? ນັ້ນມັນອັນໃດກັນ ?” ດັ່ງນີ້.
ຈຸນທະ ! ປະຣິບພາຊົກຜູ້ເປັນລັດທິອື່ນ ທ. ເຫຼົ່ານັ້ນ ສໍາຄັນສິ່ງທີ່ຄວນບັນຍັດ ວ່າເປັນອະຍານະທັດສະນະນານາຢ່າງ ໃຫ້ເປັນຍານະທັດສະນະນານາຢ່າງໄປເສຍ ເໝືອນດັ່ງທີ່ພວກຄົນພານ ຄົນໂງ່ເຂົາປະພຶດກັນນັ້ນເອງ.
ຈຸນທະ ! ສະຕານຸສາຣິຍານ (ຍານອັນແລ່ນໄປຕາມຄວາມລະລຶກ) ປາຣົບອະດີຕ ຕະກາລນານໄກ ຍ່ອມມີແກ່ຕະຖາຄົຕ ເທົ່າທີ່ຕະຖາຄົຕຈະລະລຶກຕາມທີ່ຕ້ອງການ. ສໍາລັບ ຍານປາຣົບອະດີຕຕະກາລນານໄກ ອັນເປັນຍານທີ່ເກີດຈາກການຕຣັສຮູ້ (ທີ່ໃຕ້ຕົ້ນໂພ) ຍ່ອມເກີດແກ່ຕະຖາຄົຕວ່າ “ຊາດນີ້ ເປັນຊາດສຸດທ້າຍ, ບັດນີ້ ພົບໃໝ່ບໍ່ໄດ້ມີອີກຕໍ່ໄປ.” ດັ່ງນີ້.
ໝາຍເຫດ : ຍານຕາມຄວາມໝາຍໃນພຸດທະສາສນາມີຂອບເຂດຈໍາກັດ ສະເພາະເລື່ອງ ສະເພາະຢ່າງ ທັງທີ່ປາຣົບອະດີຕແລະອະນາຄົຕ ; ບໍ່ມີຂອບເຂດຈໍາກັດ ຄືດັ່ງທີ່ເດຍຣະຖີອື່ນກ່າວກໍບໍ່. ຂໍໃຫ້ສັງເກດໃຈຄວາມແຫ່ງຂໍ້ຄວາມເບື້ອງເທິງນີ້ໃຫ້ດີໆ ກໍພໍຈະເຂົ້າໃຈໄດ້ເອງ.
- ຜູ້ລວບລວມ.
໑. ບາລີ ປາ. ທີ. ໑໑/໑໔໗/໑໑໘. ຕຣັດແກ່ຈຸນທະສະມະນຸດເທດ ທີ່ອັມພະວັນ
ປາສາດຂອງເຈົ້າສາກະຍະພວກເວດັນຍາ..
໓໙໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ບໍ່ທົງບັນຍັດຢືນຢັນຫຼັກລັດທິກ່ຽວກັບ “ອັຕຕາ” ໑
(ປະຣິບພາຊົກວັດສະໂຄຕເຂົ້າໄປທູນຖາມວ່າ ອັຕຕາ ມີບໍ່ ? ທົງນິ້ງເສີຍ, ທູນຖາມວ່າ ອັຕຕາ ບໍ່ມີບໍ່ ? ກໍທົງນິ້ງເສີຍ, ປະຣິບພາຊົກນັ້ນໄດ້ລຸກໜີໄປ. ພຣະອານົນທ໌ຂາບທູນຖາມເຖິງສາເຫດທີ່ທົງນິ້ງເສີຍ ; ໄດ້ຕຣັດຕອບດັ່ງນີ້ວ່າ :-)
ອານົນທ໌ ! ເຮົາ, ເມື່ອຖືກວັດສະໂຄຕປະຣິບພາຊົກຖາມວ່າ “ອັຕຕາ ມີບໍ່ ?” ຖ້າຕອບວ່າ “ອັຕຕາ ມີ” ມັນກໍຈະໄປຕົງກັນກັບສັດສະຕະທິຕຖິຂອງສະມະນະ ພຣາມບາງພວກ ; ເມື່ອຖືກຖາມວ່າ “ອັຕຕາ ບໍ່ມີບໍ ?” ຖ້າຕອບວ່າ “ອັຕຕາ ບໍ່ມີ” ມັນກໍຈະໄປຕົງກັນກັບອຸດເສທະທິຕຖິ ຂອງສະມະນະພຣາມບາງພວກ ເຂົ້າອີກ.








