ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ພວກເຈົ້າມີຄວາມຄິດນຶກຮູ້ສຶກໃນເຮົາ ດັ່ງນີ້ແດ່ບໍ່ ຄືຄິດວ່າ ພຣະສະມະນະໂຄດົມ ສະແດງທັມ ເພາະເຫດແຫ່ງຈີວອນ ຫຼືວ່າເພາະເຫດແຫ່ງບິນດະບາຕ ຫຼືວ່າເພາະເຫດແຫ່ງເສນາສະນະ ຫຼືວ່າເພາະເຫດແຫ່ງຄວາມເປັນນັ້ນເປັນນີ້ ດັ່ງນີ້.
໑. ບາລີ ກິນຕິສູຕ ອຸປຣິ. ມ. ໑໔/໔໑/໔໒. ຕຣັດແກ່ພິກຂຸ ທ. ທີ່ພະລິຫະຣະນະໄພສົນ ເຂດເມືອງກຸສິນາຣາ.
໓໓໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ທ. ບໍ່ໄດ້ມີຄວາມຄິດນຶກຮູ້ສຶກ ໃນພຣະຜູ້ມີພຣະພາຄ ເຊັ່ນນັ້ນເລີຍ ຂ້ານ້ອຍ !”
ພິກຂຸ ທ. ! ເປັນອັນຟັງກັນໄດ້ວ່າ ພວກເຈົ້າບໍ່ໄດ້ມີຄວາມຄິດເຊັ່ນນັ້ນໃນເຮົາ ; ຖ້າເຊັ່ນນັ້ນ ພວກເຈົ້າມີຄວາມຄິດໃນເຮົາແນວໃດໜໍ ?
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ທ. ມີຄວາມຄິດນຶກຮູ້ສຶກໃນພຣະຜູ້ມີພຣະພາຄ ເຊັ່ນນີ້ວ່າ ພຣະຜູ້ມີພຣະພາຄເປັນຜູ້ມີຄວາມເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈຶ່ງທົງສະແດງທັມ ດັ່ງນີ້ ຂ້ານ້ອຍ !”
ພິກຂຸ ທ. ! ເປັນອັນຟັງກັນໄດ້ວ່າ ພວກເຈົ້າມີຄວາມຄິດເຊັ່ນນັ້ນໃນເຮົາ ; ພິກຂຸ ທ. ! ເພາະສະນັ້ນ ໃນເລື່ອງນີ້ ຂໍໃຫ້ເປັນວ່າ ທັມ ທ. ເຫຼົ່າໃດອັນເຮົາສະແດງແລ້ວແກ່ເຈົ້າ ທ. ດ້ວຍປັນຍາອັນຍິ່ງ, ກ່າວຄື ສະຕິປັຕຖານ ໔ ສັມມັບປະທານ ໔ ອິດທິບາດ ໔ ອິນຊີ ໕ ພະລະ ໕ ໂພຊຊົງຄ໌ ໗ ອະຣິຍະມັຄມີອົງແປດ ; ໃນທັມເຫຼົ່ານັ້ນ ເຈົ້າ ທ. ຈົ່ງເປັນຜູ້ ສາມັກຄີກັນ ບັນເທີງຕໍ່ກັນ ບໍ່ວິວາດກັນແລ້ວ ສຶກສາຢູ່ເຖີ້ນ.
ທົງຂໍຮ້ອງໃຫ້ປາຣົບຄວາມພຽນເພື່ອອະນຸດຕະຣະວິມຸດ ໑
ພິກຂຸ ທ. ! ວິມຸດອັນບໍ່ມີວິມຸດອື່ນຍິ່ງໄປກວ່າ (ອະນຸດຕະຣະວິມຸຕຕິ) ເຮົາໄດ້ບັນລຸແລ້ວ ໄດ້ເຮັດໃຫ້ແຈ້ງແລ້ວ ດ້ວຍ ການຕັ້ງໃນໃຈໃຫ້ລະອຽດຖີ່ຖ້ວນ ດ້ວຍຄວາມພຽນອັນຖືກຕ້ອງໂດຍລະອຽດຮອບຄອບ (ໂຢນິໂສສັມມັບປະທານາ).
ພິກຂຸ ທ. ! ແມ່ນວ່າພວກເຈົ້າ ທ. ກໍຈົ່ງບັນລຸຕາມລໍາດັບ ຈົ່ງເຮັດໃຫ້ແຈ້ງ ຊຶ່ງວິມຸດອັນບໍ່ມີວິມຸດອື່ນຍິ່ງກວ່າ ດ້ວຍ ການຕັ້ງໃນໃຈໃຫ້ລະອຽດຖີ່ຖ້ວນ ດ້ວຍຄວາມພຽນອັນຖືກຕ້ອງໂດຍລະອຽດຮອບຄອບເຖີ້ນ.
໑. ບາລີ ມຫາ. ວິ. ໔/໔໒/໓໕; ສຄາ.ສັງ. ໑໕/໑໕໓/໔໒໕. ຕຣັດແກ່ພິກຂຸ ທ. ທີ່ອິສິປະຕະນະມິຄະທາຍະວັນ
ໃກ້ເມືອງພາຣານະສີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໓໕
ຄັ້ງນັ້ນ ມາຣຜູ້ມີບາບໄດ້ເຂົ້າໄປຫາພຣະຜູ້ມີພຣະພາຄເຖິງທີ່ປະທັບ ແລ້ວໄດ້ກ່າວຄຸກຄາມ ພຣະຜູ້ມີພຣະພາຄ ດ້ວຍຄາຖານີ້ວ່າ :-
“ດູຣາສະມະນະ ! ທ່ານເປັນຜູ້ທີ່ເຮົາຜູກໄວ້ແລ້ວ ດ້ວຍບ້ວງແຫ່ງມາຣທັງທີ່
ເປັນບ້ວງທິບແລະບ້ວງມະນຸສ. ທ່ານເປັນຜູ້ຖືກຜູກແລ້ວດ້ວຍບ້ວງແຫ່ງມາຣ ທ່ານຍ່ອມເປັນຜູ້ພົ້ນໄປຈາກເຮົາບໍ່ໄດ້ດອກ” ດັ່ງນີ້.
ພຣະຜູ້ມີພຣະພາຄ ຕຣັດຕໍ່ໄປວ່າ :-
ເຮົາພົ້ນແລ້ວຈາກບ້ວງແຫ່ງມາຣ ທັງທີ່ເປັນບ້ວງທິບແລະບ້ວງມະນຸສ.
ເຮົາເປັນຜູ້ພົ້ນແລ້ວຈາກບ້ວງມາຣ ເຮົາແຫຼະຈະເປັນຜູ້ກວາດລ້າງທ່ານ
ນະມາຣເອີຍ !
ລໍາດັບນັ້ນມາຣຜູ້ມີບາບ ຮູ້ສຶກວ່າ ພຣະຜູ້ມີພຣະພາຄ ຮູ້ກໍາພືດເຮົາເສຍແລ້ວ ພຣະສຸຄົຕຮູ້ກໍາພືດເຮົາເສຍແລ້ວ ມີທຸກຂ໌ໂທມະນັສ ອັນຕະທານໄປແລ້ວໃນບ່ອນນັ້ນນັ້ນເອງ.
ທົງຖືວ່າພິກຂຸສາວົກທຸກວັນນະ ເປັນສະມະນະສາກະຢະປຸຕຕິຢະ
ໂດຍສະເໝີກັນ ໑








