ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງເປັນທັມມະທາຍາດ (ຄືຮັບມໍຣະດົກທັມ) ຂອງເຮົາເຖີ້ນ, ຢ່າເປັນອາມິສທາຍາດ (ຄືຮັບມໍຣະດົກສິ່ງຂອງ) ເລີຍ. ຄວາມທີ່ຄວນຈະເປັນຫ່ວງຂອງເຮົາ ໃນເຈົ້າທັງຫຼາຍ ມີຢູ່ວ່າ “ເຮັດແນວໃດເສຍ ສາວົກທັງຫຼາຍຂອງເຮົາ ກໍຄົງຈະເປັນທັມມະທາຍາດ, ບໍ່ເປັນອາມິດທາຍາດ” ດັ່ງນີ້.
໑. ບາລີ ທັມມະທາຍາດະສູຕ ມູ. ມ. ໑໒/໒໑/໒໑. ຕຣັດແກ່ພິກຂຸທັງຫຼາຍ ທີ່ເຊຕະວັນ.
໓໓໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ພິກຂຸ ທ. ! ຖ້າພວກເຈົ້າເປັນອາມິດທາຍາດ ບໍ່ເປັນທັມມະທາຍາດຂອງເຮົາແລ້ວ, ເຈົ້າທັງຫຼາຍກໍຈະຖືກເຂົາຂາຍໜ້າວ່າ “ສາວົກທັງຫຼາຍຂອງພຣະສາສດາ ເປັນອາມິດທາຍາດຢູ່ໂດຍປົກກະຕິ ຫາກໄດ້ເປັນທັມມະທາຍາດກໍບໍ່ເລີຍ” ດັ່ງນີ້. ແມ່ນວ່າເຮົາເອງກໍຈະຖືກເຂົາໂທດວ່າ “ສາວົກທັງຫຼາຍຂອງພຣະສາສດາ ລ້ວນແຕ່ເປັນອາມິດທາຍາດກັນປົກກະຕິ ຫາກໄດ້ເປັນທັມມະທາຍາດກໍບໍ່ເລີຍ” ດັ່ງນີ້.
ພິກຂຸ ທ. ! ຖ້າພວກເຈົ້າພາກັນເປັນທັມມະທາຍາດຂອງເຮົາ ແລະບໍ່ເປັນອາມິດທາຍາດ ແລ້ວນັ້ນ, ເຈົ້າທັງຫຼາຍກໍຈະໄດ້ຮັບການຍົກຍ້ອງວ່າ “ສາວົກທັງຫຼາຍຂອງພຣະສາສດາ ລ້ວນແຕ່ເປັນທັມມະທາຍາດຢູ່ໂດຍປົກກະຕິ ຫາກໄດ້ເປັນອາມິດທາຍາດກໍບໍ່” ດັ່ງນີ້. ແມ່ນວ່າເຮົາເອງກໍຈະໄດ້ຮັບການສັນລະເສີນວ່າ “ສາວົກທັງຫຼາຍຂອງພຣະສາສດາ ລ້ວນແຕ່ເປັນທັມມະທາຍາດຢູ່ໂດຍປົກກະຕິ ຫາກໄດ້ເປັນອາມິດທາຍາດກໍບໍ່ເລີຍ” ດັ່ງນີ້ດ້ວຍເໝືອນກັນ.
ພິກຂຸ ທ. ! ເພາະສະນັ້ນໃນເລື່ອງນີ້ ເຈົ້າທັງຫຼາຍຈົ່ງພາກັນເປັນທັມມະທາຍາດຂອງເຮົາເຖີ້ນ, ຢາໄດ້ເປັນອາມິດທາຍາດເລີຍ. ຄວາມທີ່ຄວນຈະເປັນຫ່ວງຂອງເຮົາ ໃນເຈົ້າທັງຫຼາຍ ມີຢູ່ວ່າ “ເຮັດແນວໃດເສຍ ສາວົກທັງຫຼາຍຂອງເຮົາ ຈົ່ງເປັນຜູ້ເປັນທັມມະທາຍາດເຖີ້ນ, ຢ່າໄດ້ເປັນອາມິດທາຍາດເລີຍ” ດັ່ງນີ້.
ທົງຊັກຊວນໃຫ້ສາວົກປະພຶດເໝືອນດັ່ງທີ່ເຄີຍປະພຶດ ໑
ພິກຂຸ ທ. ! ເຮົາຍັງຮູ້ສຶກໄດ້ຢູ່ຊຶ່ງທັມສອງຢ່າງ ຄື ຄວາມບໍ່ສັນໂດດໃນກຸສົລທັມ ທ. ແລະ ຄວາມເປັນຜູ້ບໍ່ຖອຍກັບໃນຄວາມພຽນ. ພິກຂຸ ທ. ! ເຮົາຍ່ອມຕັ້ງໄວ້ເຊິ່ງຄວາມບໍ່ຖອຍກັບວ່າ “ຈົ່ງເຫຼືອຢູ່ແຕ່ໜັງ ເອັນ ກະດູກເທົ່ານັ້ນ, ຊີ້ນເນື້ອແລະເລືອດໃນສຣີຣະຈົ່ງເຫືອດແຫ້ງໄປ. ປະໂຍຊນ໌ໃດ ອັນບຸກຄົນຈະບັນລຸໄດ້ດ້ວຍກໍາລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸສ, ຫາກຍັງບໍ່ບັນລຸປະໂຍຊນ໌ນັ້ນແລ້ວ ຈະຢຸດຄວາມພຽນເສຍ ເປັນບໍ່ມີ.” ດັ່ງນີ້.
໑. ບາລີ ທຸກ. ອັງ. ໒໐/໖໔/໒໕໑. ຕຣັດແກ່ພິກຂຸທັງຫຼາຍ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໓໓
ພິກຂຸ ທ. ! ການຕຣັສຮູ້ ເປັນສິ່ງທີ່ເຮົາເຖິງທັບແລ້ວດ້ວຍ ຄວາມບໍ່ປະມາດ ອະນຸດ ຕະຣະໂຍຄັກເຂມາທັມ ກໍເປັນສິ່ງທີ່ເຮົາເຖິງທັບແລ້ວດ້ວຍ ຄວາມບໍ່ປະມາດ.
ພິກຂຸ ທ. ! ຖ້າແມ່ນວ່າພວກເຈົ້າ ຈົ່ງຕັ້ງໄວ້ຊຶ່ງຄວາມບໍ່ຖອຍກັບ ວ່າ “ຈົ່ງເຫຼືອຢູ່ແຕ່ໜັງ ເອັນ ກະດູກເທົ່ານັ້ນ, ຊີ້ນເນື້ອແລະເລືອດໃນສຣີຣະຈະເຫືອດແຫ້ງໄປ. ປະໂຍຊນ໌ໃດ ອັນບຸກຄົນຈະບັນລຸໄດ້ດ້ວຍກໍາລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸສ, ຫາກຍັງບໍ່ບັນລຸປະໂຍຊນ໌ນັ້ນແລ້ວ ຈັກຢຸດຄວາມພຽນເສຍ ເປັນບໍ່ມີ.” ດັ່ງນີ້. ແລ້ວນັ້ນ ; ພິກຂຸ ທ. ! ພວກເຈົ້າ ຈະເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ຊຶ່ງທີ່ສຸດແຫ່ງພຣົມມະຈັນ ອັນບໍ່ມີອັນໃດອື່ນຍິ່ງກວ່າ ອັນເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕຜູ້ອອກບວດຈາກເຮືອນ ເປັນຜູ້ບໍ່ມີເຮືອນໂດຍຖືກຕ້ອງ, ໄດ້ຕໍ່ກາລບໍ່ດົນໃນທິຕຖິທັມ ເຂົ້າເຖິງແລ້ວແລຢູ່ ເປັນແນ່ນອນ.
ພິກຂຸ ທ. ! ເພາະເຫດນັ້ນ ໃນກໍລະນີ ເຈົ້າ ທ. ຈົ່ງສ້າງຄວາມສໍານຶກຢ່າງນີ້ວ່າ “ເຮົາຈະຕັ້ງໄວ້ເຊິ່ງຄວາມບໍ່ຖອຍກັບ ວ່າ ‘ຈົ່ງເຫຼືອຢູ່ແຕ່ໜັງ ເອັນ ກະດູກເທົ່ານັ້ນ, ຊີ້ນເນື້ອແລະເລືອດໃນສຣີຣະຈະເຫືອດແຫ້ງໄປ. ປະໂຍຊນ໌ໃດ ອັນບຸກຄົນຈະບັນລຸໄດ້ດ້ວຍກໍາລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸສ, ຫາກຍັງບໍ່ບັນລຸປະໂຍຊນ໌ນັ້ນແລ້ວ ຈະຢຸດຄວາມພຽນເສຍເປັນບໍ່ມີ.” ດັ່ງນີ້. ພິກຂຸ ທ. ! ເຈົ້າ ທ. ຈົ່ງສ້າງຄວາມສໍານຶກດັ່ງນີ້ ເຖີ້ນ.
ທົງຂໍຮ້ອງຢ່າໃຫ້ວິວາດກັນເພາະທັມທີ່ທົງສະແດງ ໑








