ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອັກຄິເວສະນະ ! ພິກຂຸຜູ້ຫຼຸດພົ້ນແລ້ວດ້ວຍອາການເຊັ່ນນີ້ ຍ່ອມປະກອບດ້ວຍ ອະນຸດຕະຣິຍະ ໓ ປະການ ຄື ທັດສະນານຸດຕະຣິຍະ ປະຕິປະທານຸດຕະຣິຍະ ວິມຸຕຕານຸດຕະຣິຍະ ; ມີຈິຕຫຼຸດພົ້ນແລ້ວເຊັ່ນນີ້ ຍ່ອມສັກກາຣະ ຍ່ອມເຄົາຣົບ ຍ່ອມນັບຖື ຍ່ອມບູຊາຕະຖາຄົຕ ວ່າ ພຣະຜູ້ມີພຣະພາຄນັ້ນ ເປັນຜູ້ຕຣັສຮູ້ແລ້ວ ຍ່ອມສະແດງທັມ ເພື່ອການຕຣັສຮູ້, ເປັນຜູ້ຝຶກຕົນແລ້ວ ຍ່ອມສະແດງທັມເພື່ອການຝຶກຕົນ, ເປັນຜູ້ສະງົບລະງັບແລ້ວ ຍ່ອມສະແດງທັມເພື່ອຄວາມສະງົບລະງັບ, ເປັນຜູ້ຂ້າມແລ້ວ ຍ່ອມສະແດງທັມເພື່ອການຂ້າມ, ເປັນຜູ້ປະຣິນິບພານ (ດັບເຢັນສະນິດ) ແລ້ວ ຍ່ອມສະແດງທັມເພື່ອການປະຣິນິບພານ, ດັ່ງນີ້.
໓໓໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ສາວົກຂອງພຣະເສຍຊີບບໍ່ເສຍສີລ ໑
ພິກຂຸ ທ. ! ເຊັ່ນດຽວກັບທີ່ມະຫາສະມຸດ ຍ່ອມມີນໍ້າຢຸດຢູ່ລະດັບໃດລະດັບໜຶ່ງເປັນທໍາມະດາ ຈະລົ້ນຝັ່ງອອກໄປກໍບໍ່ ນີ້ເຊັ່ນໃດ ; ພິກຂຸ ທ. ! ເຮົາບັນຍັດສິກຂາບົດໃດໆ ແກ່ສາວົກທັງຫຼາຍຂອງເຮົາແລ້ວ ສາວົກທັງຫຼາຍຂອງເຮົາຍ່ອມບໍ່ກ້າວລ່ວງເກີນສິກຂາບົດນັ້ນໆ ເຖິງແມ່ນຈະຕ້ອງເສຍຊີວິຕ.
ພິກຂຸ ທ. ! ຂໍ້ທີ່ເຮົາບັນຍັດສິກຂາບົດໃດໆ ແກ່ສາວົກທັງຫຼາຍຂອງເຮົາແລ້ວ ສາວົກທັງຫຼາຍຂອງເຮົາ ຍ່ອມບໍ່ກ້າວລ່ວງເກີນສິກຂາບົດນັ້ນໆ ເຖິງແມ່ນຈະຕ້ອງເສຍຊີວິຕນັ້ນແລ ເປັນສິ່ງໜ້າອັດສະຈັນ ບໍ່ໜ້າຈະມີໄດ້ ເປັນສິ່ງທີສອງໃນທັມວິນັຍນີ້, ຊຶ່ງເມື່ອພິກຂຸທັງຫຼາຍໄດ້ເຫັນແລ້ວໆ ຊຶ່ງຂໍ້ນີ້ ຍ່ອມເກີດຄວາມພໍໃຈຢ່າງຍິ່ງ ໃນທັມວິນັຍນີ້.
ຕຣັດໃຫ້ສາວົກຕິດຕາມຟັງແຕ່ເລື່ອງເປັນໄປເພື່ອນິບພານ ໒
(ຫຼັງຈາກທີ່ໄດ້ຕຣັດເລື່ອງບຸກຄົນຜູ້ມີສັມປະຊັນຍະກ່ຽວກັບ ສຸນຍະຕາ ອະເນນຊາ ອິຣິຍາບົດ ອຸພະໂຕກະຖາ ອຸພະໂຕວິຕົກ ກາມະຄຸນ ໕ ແລະປັນຈຸປາທານຂັນທ໌ແລ້ວ ໄດ້ຕຣັດເຖິງຄວາມເປັນຜູ້ມີສັມປະຊັນຍະໃນທັມເຫຼົ່ານັ້ນ ຕໍ່ໄປວ່າ :-)
ອານົນທ໌ ! ທັມເຫຼົ່ານີ້ ດັ່ງທີ່ກ່າວມາແລ້ວນັ້ນ ເປັນທັມ ເນື່ອງມາແຕ່ກຸສົລໂດຍສ່ວນດຽວ ເປັນອະຣິຍະທັມ ເຄື່ອງນໍາອອກຈາກຂ້າເສິກ ຄື ກິເລສ ເປັນ ໂລກຸດຕະຣະທັມ ນໍາພາໃຫ້ເກີດພາວະເໜືອໂລກ ບໍ່ເປັນທີ່ຢັ່ງລົງແຫ່ງມາຣ.
ອານົນທ໌ ! ເຈົ້າຈະສໍາຄັນຂໍ້ຄວາມນີ້ວ່າແນວໃດ : ສາວົກມອງເຫັນຢູ່ຊຶ່ງອໍານາດ ແຫ່ງປະໂຍຊນ໌ອັນໃດ ຈຶ່ງສົມຄວນທີ່ຈະຕິດຕາມສາສດາຢູ່ຢ່າງໃກ້ຊິດ.
໑. ບາລີ ໂສນະວັກຄະ ອຸ. ຂຸ. ໒໔/໑໕໕/໑໑໘. ຕຣັດແກ່ພິກຂຸ ທ. ທີ່ບຸບພາຣາມ ໃກ້ເມືອງສາວັຕຖີ.
໒. ບາລີ ມຫາສຸນຍະຕະສູຕ ອຸປຣິ. ມ. ໑໔/໒໔໑/໓໕໑. ຕຣັດແກ່ພຣະອານົນທ໌ ທີ່ຄະຕາຢະສາກະຢະວິຫາຣ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໓໑
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ທັມ ທ. ຂອງພວກຂ້ານ້ອຍມີພຣະຜູ້ມີພຣະພາຄເປັນມູນ ມີພຣະຜູ້ມີພຣະພາຄເປັນຜູ້ນໍາ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງ. ຂ້າແຕ່ພຣະອົງຜູ້ຈະເຣີນ ! ເປັນກາລະທີ່ຊອບແລ້ວໜໍ ຂໍໃຫ້ອັດຖະແຫ່ງພາສິຕນັ້ນ ຈົ່ງແຈ່ມແຈ້ງຈາກພຣະຜູ້ມີພຣະພາຄເອງເຖີ້ນ ພິກຂຸ ໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວ ຈັກທົງຈໍາໄວ້.”
ອານົນທ໌ ! ສາວົກບໍ່ສົມຄວນທີ່ຕິດຕາມສາສດາ ພຽງເພື່ອຟັງຊຶ່ງສູຕ ເຄີຍຍະ ໄວຍາກອນ. ຂໍ້ນັ້ນເພາະເຫດໃດໜໍ ? ອານົນທ໌ ! ຂໍ້ນັ້ນເພາະເຫດວ່າ ທັມ ທ. ຊະນິດນັ້ນເປັນທັມທີ່ພວກເຈົ້າຟັງແລ້ວ ຈໍາແລ້ວ ສະສົມແລ້ວດ້ວຍວາຈາ ໃສ່ໃຈແລ້ວ ແທງຕະຫຼອດດ້ວຍດີດ້ວຍທິຕຖິແລ້ວມາຕັ້ງແຕ່ດົນ. ອານົນທ໌ ! ສ່ວນກະຖາໃດ ທີ່ເປັນໄປເພື່ອຄວາມຂູດເກົາຢ່າງຍິ່ງ ສະບາຍແກ່ການພິຈາຣະນາຂອງຈິຕ ເປັນໄປເພື່ອນິບພິທາໂດຍສ່ວນດຽວ ເປັນໄປເພື່ອວິຣາຄະ ນິໂຣທະ ອຸປະສະມະ ອະພິນຍາ ສັມໂພທິ ແລະນິບພານ ອັນໄດ້ແກ່ອັບປີຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັກຄະກະຖາ ວິຣິຢາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານະທັດສະນະກະຖາ. ອານົນທ໌ ! ເພື່ອໄດ້ຟັງກະຖາ ເຊັ່ນນີ້ແລ ສາວົກຍ່ອມສົມຄວນ ທີ່ຈະຕິດຕາມສາສດາຢູ່ຢ່າງໃກ້ຊິດ.
ທົງຂໍໃຫ້ສາວົກເປັນທັມມະທາຍາດ
ຢ່າເປັນອາມິດທາຍາດ ໑








