ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອານົນທ໌ ! ເຮົາບໍ່ພະຍາຍາມເຮັດກັບພວກເຈົ້າຢ່າງຖະນຸຖະໜອມ ເໝືອນພວກຊ່າງໝໍ້ເຮັດແກ່ໝໍ້ທີ່ຍັງປຽກຍັງດິບຢູ່. ອານົນທ໌ ! ເຮົາຈະຂະໜາບແລ້ວ ຂະໜາບອີກ ບໍ່ມີຢຸດ. ອານົນທ໌ ! ເຮົາຈະຊີ້ໂທດແລ້ວ ຊີ້ໂທດອີກ ບໍ່ມີຢຸດ. ຜູ້ໃດມີແກ່ນແຂງຜູ້ນັ້ນຈັກທົນຢູ່ໄດ້.
໓໒໘ ພຸດທະປະວັດຈາກພຣະໂອຖ - ພາກ ໔
ສາວົກຂອງພຣະອົງຫຼຸດພົ້ນເພາະພິຈາຣະນາຄວາມເປັນ
ອະນັຕຕາໃນເບັນຈະຂັນທ໌ ໑
“ພຣະໂຄດົມຜູ້ຈະເຣີນ ! ດ້ວຍການປະຕິບັດແບບໃດ ສາວົກຂອງພຣະອົງຈຶ່ງຈະໄດ້ຊື່ວ່າ ເປັນຜູ້ປະຕິບັດຕາມຄໍາສອນ ປະຕິບັດຕົງຕໍ່ໂອວາດ ຂ້າມພົ້ນຄວາມສົງໄສໄປໄດ້ ບໍ່ຕ້ອງທ່ຽວຖາມຜູ້ອື່ນວ່າ ນີ້ແນວໃດ ນີ້ແນວໃດ ມີຄວາມກ້າຫານ ບໍ່ຕ້ອງເຊື່ອຕາມບຸກຄົນອື່ນ ໃນຄໍາສອນແຫ່ງສາສດາຕົນ ?”
ອັກຄິເວສະນະ ! ສາວົກຂອງເຮົາ ໃນສາສນານີ້ ພິຈາຣະນາເຫັນດ້ວຍປັນຍາອັນຊອບ ຕົງຕາມທີ່ເປັນຈິງດັ່ງນີ້ວ່າ ຮູບ...ເວທະນາ...ສັນຍາ...ສັງຂາຣ...ວິນຍານ໒ ຢ່າງໃດຢ່າງໜຶ່ງກໍຕາມ ທັງທີ່ລ່ວງລັບໄປແລ້ວ ທັງທີ່ຍັງບໍ່ມາ ທັງທີ່ເກີດຢູ່ໃນບັດນີ້ກໍຕາມ ທີ່ເປັນພາຍໃນກໍຕາມ ພາຍນອກກໍຕາມ ຫຍາບກໍຕາມ ລະອຽດກໍຕາມ ຕໍ່າຊາມກໍຕາມ ດີກໍຕາມ ໃນທີ່ໄກກໍຕາມ ໃນທີ່ໃກ້ກໍຕາມ ທັງໝົດນັ້ນ ເປັນແຕ່ພຽງວ່າ ຮູບ...ເວທະນາ...ສັນຍາ...ສັງຂາຣ...ວິນຍານ, ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ບໍ່ແມ່ນອັຕຕາຂອງເຮົາ ດັ່ງນີ້.
ອັກຄິເວສະນະ ! ດ້ວຍການປະຕິບັດພຽງເທົ່ານີ້ ສາວົກຂອງເຮົາຍ່ອມໄດ້ຊື່ວ່າ ເປັນຜູ້ປະຕິບັດຕາມຄໍາສອນ ປະຕິບັດຕົງຕໍ່ໂອວາດ ຂ້າມພົ້ນຄວາມສົງໄສໄປໄດ້ ບໍ່ຕ້ອງທ່ຽວຖາມຜູ້ອື່ນວ່າ ນີ້ແນວໃດ ນີ້ແນວໃດ ມີຄວາມກ້າຫານ ບໍ່ຕ້ອງເຊື່ອຕາມບຸກຄົນອື່ນ ໃນຄໍາສອນແຫ່ງສາສດາຕົນ ດັ່ງນີ້.
“ພຣະໂຄດົມຜູ້ຈະເຣີນ ! ດ້ວຍເຫດພຽງເທົ່າໃດ ພິກຂຸໄດ້ຊື່ວ່າເປັນພຣະອະຣະຫັນຕ໌ ມີອາສະວະດັບສິ້ນແລ້ວ ມີພຣົມມະຈັນຍູ່ຈົບແລ້ວ ມີກິດທີ່ຕ້ອງເຮັດອັນໄດ້ເຮັດສໍາເລັດແລ້ວ ມີຂອງໜັກອັນປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມບັນລຸແລ້ວ ມີສັງໂຍຊນ໌ໃນພົບດັບຮອບແລ້ວ ຫຼຸດພົ້ນແລ້ວດ້ວຍປັນຍາເປັນເຄື່ອງຮູ້ໂດຍຖືກຕ້ອງ ?”
໑. ບາລີ ຈູລະສັຈຈະກະສູຕ ມູ. ມ. ໑໒/໔໓໓/໔໐໑. ຕຣັດແກ່ສັຈຈະກະນິຄັນຖະບຸຕ ທີ່ປ່າມະຫາວັນ
ໃກ້ເມືອງເວສາລີ.
໒. ໃນບາລີແຍກກ່າວເທື່ອລະຢ່າງ ຄວາມເໝືອນກັນທັງຫ້າຢ່າງ ໃນບ່ອນນີ້ກ່າວລວມພ້ອມກັນ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໒໙
ອັກຄິເວສະນະ ! ພິກຂຸໃນກໍລະນີນີ້ ເປັນຜູ້ ຫຼຸດພົ້ນແລ້ວ ດ້ວຍຄວາມບໍ່ຢຶດໝັ້ນ ເພາະເຫັນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງ ດັ່ງນີ້ວ່າ ຮູບ...ເວທະນາ...ສັນຍາ...ສັງຂາຣ...ວິນຍານ (ແຍກຕຣັດເທື່ອລະຢ່າງ) ຢ່າງໃດຢ່າງໜຶ່ງກໍຕາມ ທັງທີ່ລ່ວງລັບໄປແລ້ວ ທັງທີ່ຍັງບໍ່ມາ ທັງທີ່ເກີດຢູ່ໃນບັດນີ້ກໍຕາມ ທີ່ເປັນພາຍໃນກໍຕາມ ພາຍນອກກໍຕາມ ຫຍາບກໍຕາມ ລະອຽດກໍຕາມ ຕໍ່າຊາມກໍຕາມ ດີກໍຕາມ ໃນທີ່ໄກກໍຕາມ ໃນທີ່ໃກ້ກໍຕາມ ທັງໝົດນັ້ນ ເປັນແຕ່ພຽງວ່າ ຮູບ...ເວທະນາ...ສັນຍາ...ສັງຂາຣ... ວິນຍານ, ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ບໍ່ແມ່ນອັຕຕາຂອງເຮົາ ດັ່ງນີ້.
ອັກຄິເວສະນະ ! ດ້ວຍເຫດພຽງເທົ່ານີ້ແລ ພິກຂຸໄດ້ຊື່ວ່າເປັນພຣະອະຣະຫັນຕ໌ ມີອາສະວະດັບສິ້ນແລ້ວ ມີພຣົມມະຈັນຢູ່ຈົບແລ້ວ ມີກິດທີ່ຕ້ອງເຮັດອັນໄດ້ເຮັດສໍາເລັດແລ້ວ ມີຂອງໜັກອັນປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມບັນລຸແລ້ວ ມີສັງໂຍຊນ໌ໃນພົບດັບຮອບແລ້ວ ຫຼຸດພົ້ນແລ້ວດ້ວຍປັນຍາເປັນເຄື່ອງຮູ້ໂດຍຖືກຕ້ອງ.








