ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໂມຄະບຸຣຸສ ! ເຈົ້າຮູ້ທົ່ວເຖິງທັມທີ່ເຮົາສະແດງແລ້ວແນວນີ້ ເມື່ອສະແດງແກ່ໃຜໜໍ. ໂມຄະບຸຣຸສ ! ເຮົາກ່າວວິນຍານ ວ່າເປັນປະຕິຈຈະສະມຸບປັນນະທັມ (ສິ່ງທີ່ອາໄສປັດຈັຍແລ້ວເກີດຂຶ້ນ) ໂດຍປະຣິຍາຍຢ່າງຫຼວງຫຼາຍ ; ຖ້າເວັ້ນຈາກປັດຈັຍແລ້ວ ຄວາມເກີດແຫ່ງວິນຍານບໍ່ໄດ້ມີ ດັ່ງນີ້ບໍ່ແມ່ນຫຼື. ໂມຄະບຸຣຸສ ! ເມື່ອເປັນເຊັ່ນນັ້ນ ເຈົ້າຊື່ວ່າ ຍ່ອມກ່າວຕູ່ເຮົາດ້ວຍຖ້ອຍຄໍາທີ່ຕົນເອງຖືເອົາຜິດດ້ວຍ ຍ່ອມຂຸດຕົນເອງດ້ວຍ ຍ່ອມປະສົບສິ່ງທີ່ບໍ່ແມ່ນບຸນຍ໌ຢ່າງມາກຫຼາຍດ້ວຍ ; ໂມຄະບຸຣຸສ ! ຂໍ້ນັ້ນແຫຼະ ຈັກເປັນໄປເພື່ອຄວາມທຸກຂ໌ ບໍ່ເກື້ອກູນແກ່ເຈົ້າຕະຫຼອດກາລະນານ ດັ່ງນີ້.
ຄັ້ງນັ້ນ ພຣະຜູ້ມີພຣະພາຄຕຣັດຮຽກພິກຂຸ ທ. ແລ້ວຕຣັດວ່າ :-
ພິກຂຸ ທ. ! ພວກເຈົ້າຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ພິກຂຸສາຕິເກວັຕຕະບຸຕນີ້ ຍັງຈະພໍນັບວ່າເປັນພຣະເປັນສົງຄ໌ ໃນທັມວິນັຍນີ້ ໄດ້ແດ່ບໍ ?
“ຈະເປັນໄດ້ແນວໃດ ຂ້ານ້ອຍ ! ຫາບໍ່ໄດ້ເລີຍ ຂ້ານ້ອຍ !”
(ເມື່ອພິກຂຸ ທ. ທູນຕອບເຊັ່ນນີ້ແລ້ວ ພິກຂຸສາຕິ ເກວັຕຕະບຸຕ ກໍງຽບສຽງ ເກີ້ເຂີນ ຄໍຕົກ ກົ້ມໜ້າ ຊຶມເຫງົາ ບໍ່ມີປະຕິພານ ນິ້ງຢູ່. ພຣະຜູ້ມີພຣະພາຄເຈົ້າ ທອດພຣະເນດເຫັນດັ່ງນັ້ນແລ້ວ ໄດ້ຕຣັດວ່າ :-)
ໂມຄະບຸຣຸສ ! ເຈົ້າຈັກປາກົດດ້ວຍທິຕຖິອັນລາມົກນັ້ນຂອງຕົນເອງແລ ; ເຮົາຈັກສອບຖາມພິກຂຸ ທ. ໃນບ່ອນນີ້. (ແລ້ວທົງສອບຖາມພິກຂຸ ທ. ຈົນເປັນທີ່ປາກົດວ່າ ພຣະອົງບໍ່ໄດ້ທົງສະແດງທັມ ດັ່ງທີ່ສາຕິພິກຂຸກ່າວ ແລະທົງສະແດງ ການເກີດຂຶ້ນແຫ່ງວິນຍານ ໂດຍອາການແຫ່ງປະຕິຈຈະສະມຸບບາດ ຄົບທັງ ໖ ອາຍະຕະນະ).
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໖໕
ທົງສະແດງຫຼັກກັມຊະນິດທີ່ເປັນ “ພຸດທະສາສນາແທ້” ໑
ປຸນນະ ! ກັມ ໔ ຢ່າງເຫຼົ່ານີ້ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວປະກາດໃຫ້ຮູ້ທົ່ວກັນ. ກັມ ໔ ຢ່າງ ຄືອັນໃດໜໍ ?
ປຸນນະ ! ກັມດໍາ ມີວິບາກດໍາ ກໍມີຢູ່ ; ປຸນນະ ! ກັມຂາວ ມີວິບາກຂາວ ກໍມີຢູ່ ; ປຸນນະ ! ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ ກໍມີຢູ່ ; ປຸນນະ ! ກັມບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນໄປເພື່ອຄວາມດັບສິ້ນກັມ ກໍມີຢູ່.
ປຸນນະ ! ...ຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງຊຶ່ງກາຍະສັງຂາຣ ...ວະຈີສັງຂາຣ ...ມະໂນສັງຂາຣອັນເປັນໄປເພື່ອທຸກຂ໌ ແລ້ວຍ່ອມເຂົ້າເຖິງເຊິ່ງໂລກອັນປະກອບດ້ວຍທຸກຂ໌ ຖືກຕ້ອງຜັສສະອັນປະກອບດ້ວຍທຸກຂ໌ ...ຍ່ອມສະເຫວີຍເວທະນາອັນປະກອບດ້ວຍທຸກຂ໌ໂດຍສ່ວນດຽວ ດັ່ງເຊັ່ນພວກສັຕນະຣົກ ...ໆລໆ... : ປຸນນະ ! ນີ້ເອີ້ນວ່າ ກັມດໍາ ມີວິບາກດໍາ.
ປຸນນະ ! ...ຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງຊຶ່ງກາຍະສັງຂາຣ ...ວະຈີສັງຂາຣ ...ມະໂນສັງຂາຣອັນບໍ່ເປັນໄປເພື່ອທຸກຂ໌ ແລະ ຍ່ອມເຂົ້າເຖິງເຊິ່ງໂລກອັນບໍ່ປະກອບດ້ວຍທຸກຂ໌ ຖືກຕ້ອງຜັສສະອັນບໍ່ປະກອບດ້ວຍທຸກຂ໌ ...ຍ່ອມສະເຫວີຍເວທະນາອັນປະກອບດ້ວຍສຸຂໂດຍສ່ວນດຽວ ດັ່ງເຊັ່ນພວກເທບສຸພະກິນຫາ ...ໆລໆ... : ປຸນນະ ! ນີ້ເອີ້ນວ່າ ກັມຂາວ ມີວິບາກຂາວ.
ປຸນນະ ! ...ຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງຊຶ່ງກາຍະສັງຂາຣ ...ວະຈີສັງຂາຣ ...ມະໂນສັງຂາຣອັນເປັນໄປເພື່ອທຸກຂ໌ແດ່ ອັນບໍ່ເປັນໄປເພື່ອທຸກຂ໌ແດ່ ແລ້ວຍ່ອມເຂົ້າເຖິງເຊິ່ງໂລກອັນປະກອບດ້ວຍທຸກຂ໌ແດ່ ອັນບໍ່ປະກອບດ້ວຍທຸກຂ໌ແດ່ ຖືກຕ້ອງຜັສສະອັນປະກອບດ້ວຍທຸກຂ໌ ອັນບໍ່ປະກອບດ້ວຍທຸກຂ໌ແດ່
໑. ບາລີ ກຸກກຸໂຣວາທະສູຕ ມ. ມ. ໑໓/໘໒/໘໘. ຕຣັດແກ່ປຸນນະໂກລິຢະບຸຕ ຜູ້ປະພຶດວັຕດັ່ງງົວ
ທີ່ນິຄົມຫະລິດທະວະສະນະ ແຄວ້ນໂກລິຢະ.
໒໖໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
...ຍ່ອມສະເຫວີຍເວທະນາອັນປະກອບດ້ວຍສຸຂແລະທຸກຂ໌ປົນກັນ ດັ່ງເຊັ່ນພວກມະນຸສ ພວກເທບບາງພວກ ພວກວິນິບາຕບາງພວກ ...ໆລໆ... : ປຸນນະ ! ນີ້ເອີ້ນວ່າ ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ.








