ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ໂມຄະບຸຣຸສ ! ອຸບາຍເຄື່ອງລະກາມ ໂດຍວິທີຫຼາຍແງ່ຫຼາຍມຸມ ເຮົາໄດ້ບອກແລ້ວບໍ່ແມ່ນບໍ. ການກໍານົດຮູ້ກາມສັນຍາ ໂດຍວິທີຫຼາຍແງ່ຫຼາຍມຸມ ເຮົາໄດ້ບອກແລ້ວບໍ່ແມ່ນບໍ. ອຸບາຍເຄື່ອງດັບເສຍຊຶ່ງຄວາມກະຫາຍໃນກາມ ໂດຍວິທີຫຼາຍແງ່ຫຼາຍມຸມ ເຮົາໄດ້ບອກແລ້ວບໍ່ແມ່ນບໍ. ອຸບາຍເຄື່ອງຖອນເສຍຊຶ່ງກາມວິຕົກ ໂດຍວິທີຫຼາຍແງ່ຫຼາຍມຸມ ເຮົາໄດ້ບອກແລ້ວບໍ່ແມ່ນບໍ. ອຸບາຍເຄື່ອງສງົບລະງັບຄວາມແຜດເຜົາຂອງກາມ ໂດຍວິທີຫຼາຍແງ່ຫຼາຍມຸມ ເຮົາໄດ້ບອກແລ້ວບໍ່ແມ່ນບໍ.

ໂມຄະບຸຣຸສ ! ມັນເປັນການດີສໍາລັບເຈົ້າ ທີ່ຈະໃສ່ອົງຄະຊາດຂອງເຈົ້າ ເຂົ້າໃນປາກຂອງງູທີ່ມີພິດຮ້າຍ ດີກວ່າທີ່ຈະໃສ່ເຂົ້າໃນອົງຄະຊາດ ແຫ່ງມາຕຸຄາມ. ໂມຄະບຸຣຸສ ! ມັນເປັນການດີສໍາລັບເຈົ້າ ທີ່ຈະໃສ່ອົງຄະຊາດຂອງເຈົ້າ ເຂົ້າໃນປາກຂອງງູເຫົ່າດໍາ ດີກວ່າທີ່ຈະໃສ່ເຂົ້າໃນອົງຄະຊາດແຫ່ງມາຕຸຄາມ. ໂມຄະບຸຣຸສ ! ມັນເປັນການດີສໍາລັບເຈົ້າ ໃນການທີ່ຈະຢ່ອນອົງຄະຊາດຂອງເຈົ້າ ລົງໃນຂຸມຖ່ານແດງທີ່ກໍາລັງລຸກໄໝ້ຮຸ່ງ ດີກວ່າທີ່ຈະໃສ່ເຂົ້າໃນອົງຄະຊາດແຫ່ງມາຕຸຄາມ. ເພາະເຫດໃດໜໍ ? ເພາະການຕາຍເສຍດ້ວຍເຫດນັ້ນ ກໍຍັງບໍ່ເຂົ້າເຖິງອະບາຍ ທຸຄະຕິວິນິບາຕ ນະຣົກ. ໂມຄະບຸຣຸສ ! ຂໍ້ທີ່ເຈົ້າຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕນະຣົກ ພາຍຫຼັງແຕ່ການຕາຍນັ້ນ ຍ່ອມມາຈາກການທີ່ເຈົ້າເສບອະສັດທັມ ອັນເປັນການເຮັດສໍາລັບພວກຊາວບ້ານ ເປັນການເຮັດຊັ້ນຕໍ່າຊາມ ຫຍາບຄາຍລຶກລັບ ເພາະຕ້ອງປົກປິດ ເປັນການເຮັດຂອງສັຕທີ່ຍັງຕ້ອງຢູ່ກັນເປັນຄູ່ໆ.

ໂມຄະບຸຣຸສ ! ເຈົ້າເປັນຜູ້ກໍ່ເລີ່ມການປະກອບອະກຸສົລຫຼວງຫຼາຍພາຍມາກ. ໂມຄະບຸຣຸສ ! ການກະທໍາເຊັ່ນນີ້ ບໍ່ເຮັດໃຫ້ເກີດຄວາມເຫຼື້ອມໃສແກ່ຜູ້ທີ່ຍັງບໍ່ທັນເຫຼື້ອມໃສ ບໍ່ເຮັດໃຫ້ຜູ້ທີ່ເຫຼື້ອມໃສແລ້ວໃຫ້ເຫຼື້ອມໃສຍິ່ງໆຂຶ້ນໄປ; ມີແຕ່ຈະເຮັດໃຫ້ຜູ້ບໍ່ເຫຼື້ອມໃສ ບໍ່ໃຫ້ເຫຼື້ອມໃສ ແລະເຮັດໃຫ້ຜູ້ທີ່ເຄີຍເຫຼື້ອມໃສບາງຄົນ ໃຫ້ປ່ຽນໄປເປັນຢ່າງອື່ນເທົ່ານັ້ນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໖໓

(ພຣະຜູ້ມີພຣະພາຄຕຣັດຕໍານິພິກຂຸຊື່ສຸທິນນ໌ ໂດຍປະການຕ່າງໆແລ້ວ ໄດ້ຕຣັດຊີ້ໂທດຂອງຄວາມເປັນຄົນລ້ຽງຍາກ ຄວາມເປັນຄົນເອົາໃຈຍາກ ຄວາມມັກໃຫຍ່ ຄວາມບໍ່ສັນໂດດ ຄວາມຄຸກຄີກັນເປັນໝູ່ ຄວາມກຽດຄ້ານ ແລ້ວຕຣັດຊີ້ຄວາມເປັນຄົນລ້ຽງງ່າຍ ຄວາມປາຖນາໜ້ອຍ ຄວາມສັນໂດດ ຄວາມຂັດເກົາ ເປັນຕົ້ນແລ້ວ ໄດ້ຕຣັດທັມມິກະຖາໂດຍສົມຄວນແກ່ເຫດການ ແລ້ວຕຣັດແກ່ພິກຂຸທັງຫຼາຍ :-)

ພິກຂຸ ທ. ! ເມື່ອເປັນເຊັ່ນນີ້ ເຮົາຈັກບັນຍັດສິກຂາບົດ ເພາະອາໄສອໍານາດແຫ່ງປະໂຍຊນ໌ ໑໐ ປະການ ຄື ເພື່ອຄວາມຕັ້ງຢູ່ດີຂອງໝູ່ສົງ ເພື່ອຄວາມຢູ່ເປັນຜາສຸກຂອງໝູ່ສົງ ເພື່ອຂົ່ມຄົນດື້ດ້ານ ເພື່ອຄວາມຢູ່ເປັນຜາສຸກຂອງພິກຂຸທີ່ຮັກສີລ ເພື່ອປິດກັ້ນອາສະວະໃນທິຕຖະທັມ ເພື່ອກໍາຈັດອາສະວະໃນສັມປະຣາຍະ ເພື່ອໃຫ້ເປັນທີ່ເຫຼື້ອມໃສແກ່ຜູ້ທີ່ຍັງບໍ່ເຫຼື້ອມໃສ ເພື່ອໃຫ້ຄົນທີ່ເຫຼື້ອມໃສຢູ່ແລ້ວເຫຼື້ອມໃສ ຍິ່ງໆຂຶ້ນໄປ ເພື່ອຄວາມຕັ້ງໝັ້ນແຫ່ງພຣະສັດທັມ ເພື່ອອະນຸເຄາະວິນັຍ ອັນເປັນລະບຽບສໍາລັບໝູ່ ... ດັ່ງນີ້.

ທົງສະແດງຫຼັກພຣະສາສນາ ບໍ່ມີວິນຍານທີ່ວຽນວ່າຍຕາຍເກີດ ໑

ສາຕິ ! ແທ້ບໍ່ຕາມທີ່ໄດ້ຍິນວ່າ ເຈົ້າມີທິຕຖິອັນລາມົກເກີດຂຶ້ນແລ້ວແນວນີ້ວ່າ “ເຮົາຍ່ອມຮູ້ທົ່ວເຖິງທັມ ຕາມທີ່ພຣະຜູ້ມີພຣະພາຄທົງສະແດງແລ້ວວ່າ ວິນຍານນີ້ນີ້ແຫຼະ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ, ຫາກແມ່ນເປັນສິ່ງອື່ນກໍບໍ່” ດັ່ງນີ້ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຍ່ອມຮູ້ທົ່ວເຖິງທັມ ຕາມທີ່ພຣະຜູ້ມີພຣະພາຄທົງສະແດງແລ້ວເຊັ່ນນັ້ນວ່າ ວິນຍານນີ້ນີ້ແຫຼະ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ, ຫາກແມ່ນເປັນສິ່ງອື່ນກໍບໍ່ ດັ່ງນີ້”.

໑. ບາລີ ມຫາຕັນຫາສັງຂະຍະສູຕ ມູ. ມ. ໑໒/໔໗໕/໔໔໒. ຕຣັດແກ່ພິກຂຸສາຕິເກວັຕຕະບຸຕ

ທີ່ເຊຕະວະນາຣາມ ໃຫ້ເມືອງສາວັຕຖີ.

໒໖໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ສາຕິ ! ວິນຍານນັ້ນ ເປັນແນວໃດ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ນັ້ນຄືສະພາບຜູ້ເວົ້າ ຜູ້ຮູ້ສຶກ (ຕໍ່ເວທະນາ) ຊຶ່ງສະເຫວີຍວິບາກແຫ່ງກັມດີກັມຊົ່ວ ທ. ໃນພົບນັ້ນໆ”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ