ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຄະຫະບໍດີ ! ເມື່ອສະມາທານການສະມາທານໃດຢູ່ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ ເຮົາກ່າວການສະມາທານຊະນິດນີ້ ວ່າ ບໍ່ຄວນສະມາທານ ; ແຕ່ເມື່ອມີການສະມາທານການສະມາທານໃດຢູ່ ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ ເຮົາກ່າວການສະມາທານຊະນິດນີ້ ວ່າ ຄວນສະມາທານ.

ຄະຫະບໍດີ ! ເມື່ອຕັ້ງໄວ້ຊຶ່ງຄວາມພຽນໃດຢູ່ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ ເຮົາກ່າວການຕັ້ງໄວ້ຊຶ່ງຄວາມພຽນຊະນິດນີ້ ວ່າ ບໍ່ຄວນຕັ້ງໄວ້ ; ແຕ່ເມື່ອຕັ້ງໄວ້ຊຶ່ງຄວາມພຽນໃດຢູ່ ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ ເຮົາກ່າວການຕັ້ງໄວ້ຊຶ່ງຄວາມພຽນຊະນິດນີ້ ວ່າ ຄວນຕັ້ງໄວ້.

ຄະຫະບໍດີ ! ເມື່ອສະລັດຊຶ່ງການສະລັດໃດຢູ່ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ ເຮົາກ່າວການສະລັດຊະນິດນີ້ ວ່າ ບໍ່ຄວນສະລັດ ; ແຕ່ເມື່ອສະລັດຊຶ່ງການສະລັດໃດຢູ່ ອະກຸສົລທັມເສື່ອມ ກຸສົນທັມຈະເຣີນ ເຮົາກ່າວການສະລັດຊະນິດນີ້ ວ່າ ຄວນສະລັດ.

ຄະຫະບໍດີ ! ເມື່ອຫຼຸດພົ້ນດ້ວຍຄວາມຫຼຸດພົ້ນໃດຢູ່ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ ເຮົາກ່າວຄວາມຫຼຸດພົ້ນຊະນິດນີ້ ວ່າ ບໍ່ຄວນຫຼຸດພົ້ນ ; ແຕ່ເມື່ອຫຼຸດພົ້ນດ້ວຍຄວາມຫຼຸດພົ້ນໃດຢູ່ ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ ເຮົາກ່າວຄວາມຫຼຸດພົ້ນຊະນິດນີ້ ວ່າ ຄວນຫຼຸດພົ້ນ.

(ກ່ຽວກັບເລື່ອງນີ້ ຄວນອ່ານຂໍ້ຄວາມທີ່ໜ້າ ໒໔໕ ພາຍໃຕ້ຫົວຂໍ້ວ່າ “ທົງມີຫຼັກເເກນໃນການກ່າວຜິດຈາກຫຼັກເກນຂອງຄົນທົ່ວໄປ” ເປັນເຄື່ອງປະກອບດ້ວຍ).

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໕໕

ທົງສະແດງທັງເອກັງສິກະທັມແລະອະເນກັງສິກະທັມ ໑

ໂປດຖະປາທະ ! ປະຣິບພາຊົກ ທ. ເຫຼົ່ານັ້ນ ເປັນຄົນບອດ ບໍ່ມີຈັກຂຸຍິ່ງກວ່າຄົນທັງປວງໂດຍແທ້. ໃນບັນດາຄົນເຫຼົ່ານັ້ນ ທ່ານຄົນດຽວເທົ່ານັ້ນ ເປັນຄົນມີຈັກຂຸ. ໂປດຖະປາທະ ! ກໍເຮົາສະແດງ ບັນຍັດ ທັມທັງທີ່ເປັນເອກັງສິກະ (ທີ່ຄວນສະແດງບັນຍັດໂດຍສ່ວນດຽວ) ແລະເຮົາສະແດງ ບັນຍັດ ທັມທັງທີ່ເປັນອະເນກັງສິກະ (ທີ່ບໍ່ຄວນສະແດງບັນຍັດໂດຍສ່ວນດຽວ).

ໂປດຖະປາທະ ! ທັມທີ່ເຮົາສະແດງ ບັນຍັດ ວ່າເປັນອະເນກັງສິກະ ນັ້ນເປັນແນວໃດໜໍ ? ໂປດຖະປາທະ ! ທັມທີ່ເຮົາສະແດງບັນຍັດວ່າ ເປັນອະເນກັງສິກະນັ້ນ ຄືຂໍ້ທີ່ວ່າ “ໂລກທ່ຽງ” ດັ່ງນີ້ແດ່ ; ... “ໂລກບໍ່ທ່ຽງ” ດັ່ງນີ້ແດ່ ; ... “ໂລກມີທີ່ສິ້ນສຸດ” ດັ່ງນີ້ແດ່ ; ... “ໂລກບໍ່ມີທີ່ສິ້ນສຸດ” ດັ່ງນີ້ແດ່ ; ... “ຊີວະກໍດວງນັ້ນ ຮ່າງກາຍກໍຮ່າງນັ້ນ” ດັ່ງນີ້ແດ່ ; ... “ຊີວະກໍດວງອື່ນ ຮ່າງກາຍກໍຮ່າງອື່ນ” ດັ່ງນີ້ແດ່ ; ... “ຕາຍແລ້ວຍ່ອມເປັນດັ່ງທີ່ເປັນມາແລ້ວອີກ” ດັ່ງນີ້ແດ່ ; ... “ຕາຍແລ້ວ ຍ່ອມເປັນດັ່ງທີ່ເປັນມາແລ້ວອີກກໍມີ ບໍ່ເປັນກໍມີ” ດັ່ງນີ້ແດ່ ; ... “ຕາຍແລ້ວ ຍ່ອມເປັນດັ່ງທີ່ເປັນມາແລ້ວອີກ ກໍບໍ່ແມ່ນ ບໍ່ເປັນກໍແມ່ນ” ດັ່ງນີ້ແດ່. ໂປດຖະປາທະ ! ເພາະເຫດໃດໜໍ ເຮົາຈຶ່ງສະແດງ ບັນຍັດທັມເຫຼົ່ານີ້ ວ່າເປັນອະເນກັງສິກະ (ທີ່ບໍ່ຄວນສະແດງບັນຍັດໂດຍສ່ວນດຽວ) ? ໂປດຖະປາທະ ! ຂໍ້ນີ້ເພາະວ່າ ທັມເຫຼົ່ານັ້ນ ບໍ່ປະກອບດ້ວຍອັດຖະ ບໍ່ປະກອບດ້ວຍທັມ ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ບໍ່ເປັນໄປເພື່ອຄວາມໜ່າຍ ບໍ່ເປັນໄປເພື່ອຄວາມຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ບໍ່ເປັນໄປເພື່ອຄວາມ ສະງົບລະງັບ ບໍ່ເປັນໄປເພື່ອຄວາມຮູ້ຍິ່ງ ບໍ່ເປັນໄປເພື່ອຄວາມພ້ອມ ບໍ່ເປັນໄປເພື່ອນິບພານ ; ເພາະເຫດນັ້ນ ທັມເຫຼົ່ານັ້ນ ເຮົາຈຶ່ງສະແດງບັນຍັດ ວ່າເປັນອະເນກັງສິກະທັມ.

໑. ບາລີ ໂປຕຖະປາທສູຕ ສີ. ທີ. ໙/໒໓໕/໒໙໗. ຕຣັດແກ່ໂປດຖະປາທະປະຣິບພາຊົກທີ່ເຊຕະວັນ

ໃກ້ເມືອງສາວັຕຖີ.

໒໕໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ