ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຄໍາກ່າວຂອງບຸກຄົນທັງສອງນີ້ ມີອັຕຖະ (ຄວາມໝາຍເພື່ອການຢຶດໝັ້ນຖືໝັ້ນ) ແບບດຽວກັນ, ຕ່າງກັນແຕ່ພຽງພະຍັນຊະນະ (ສຽງທີ່ກ່າວ) ເທົ່ານັ້ນ.

ພິກຂຸ ! ເມື່ອທິຕຖິວ່າ “ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ” ດັ່ງນີ້ກໍດີ ມີຢູ່, ການຢູ່ແບບປະພຶດພຣົມມະຈັນ ກໍບໍ່ມີ. ພິກຂຸ ! ຫຼືວ່າ ເມື່ອທິຕຖິວ່າ “ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ” ດັ່ງນີ້ກໍດີ ມີຢູ່, ການຢູ່ແບບປະພຶດພຣົມມະຈັນ ກໍບໍ່ມີ.

ພິກຂຸ ! ຕະຖາຄົຕ ຍ່ອມ ສະແດງທັມໂດຍສາຍກາງ ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ ຄືຕະຖາຄົຕຍ່ອມສະແດງດັ່ງນີ້ວ່າ “ເພາະມີຊາດເປັນປັຈຈັຍ ຈຶ່ງມີຊະຣາມໍຣະນະ” ດັ່ງນີ້. ... (ໃນກໍລະນີແຫ່ງ ຊາດ - ພົບ - ອຸປາທານ - ຕັນຫາ - ເວທະນາ - ຜັສສະ - ສະລາຢະຕະນະ - ນາມຮູບ - ວິນຍານ - ສັງຂາຣ ກໍມີການຖາມແລະຕອບ ໂດຍໃນແນວດຽວກັນ).

: ກ່ຽວກັບ “ຄືກັນ” ຫຼື “ຕ່າງກັນ” ໗

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສິ່ງທັງປວງ ມີຢູ່ຫຼື ?”

ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິວ່າ “ສິ່ງທັງປວງ ມີຢູ່” ດັ່ງນີ້ : ນີ້ ເປັນລັດທິໂລກາຢະຕະຊັ້ນສຸດຍອດ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ກໍສິ່ງທັງປວງ ບໍ່ມີຢູ່ຫຼື ?”

ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິວ່າ “ສິ່ງທັງປວງ ບໍ່ມີຢູ່” ດັ່ງນີ້ : ນີ້ ເປັນລັດທິໂລກາຢະຕະແບບທີສອງ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສິ່ງທັງປວງມີສະພາບເປັນອັນດຽວກັນຫຼື ?”

ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິວ່າ “ສິ່ງທັງປວງ ມີສະພາບເປັນອັນດຽວກັນ” ດັ່ງນີ້ : ນີ້ ເປັນລັດທິໂລກາຢະຕະແບບທີສາມ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສິ່ງທັງປວງມີສະພາບຕ່າງກັນຫຼື?”

ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິວ່າ “ສິ່ງທັງປວງ ມີສະພາບຕ່າງກັນ” ດັ່ງນີ້ : ນີ້ ເປັນລັດທິໂລກາຢະຕະແບບທີສີ່.

໗. ບາລີ ນິທານ. ສັງ. ໑໖/໙໒/໑໗໖. ຕຣັດແກ່ໂລກາຍະຕິກະພຣາມ ທີ່ເຊຕະວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໕໓

ພຣາມ ! ຕະຖາຄົຕ ຍ່ອມ ສະແດງທັມໂດຍສາຍກາງ ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ. ... (ຕໍ່ຈາກນີ້ ທົງສະແດງກະແສແຫ່ງປະຕິຈຈະສະມຸບບາດ ຊຶ່ງເຮັດໃຫ້ກ່າວບໍ່ໄດ້ວ່າ ສິ່ງໃດມີຕົວຂອງມັນເອງໂດຍເດັດຂາດ ຈົນນໍາໄປປຽບກັບສິ່ງອື່ນໄດ້ວ່າຄືກັນຫຼືຕ່າງກັນ).

ບໍ່ທົງບັນຍັດອັນໃດເປັນອັນໃດ ໂດຍສ່ວນດຽວ ໑

(ພຣະຜູ້ມີພຣະພາຄ ບໍ່ໄດ້ທົງເປັນເອກັງສະວາທີ ຄືພວກທີ່ບັນຍັດອັນໃດດິ່ງລົງໄປໂດຍສ່ວນດຽວດັ່ງຂວານຜ່າຊາກ ແຕ່ທົງເປັນ ວິພັຊຊະວາທີ ຄືແບ່ງແຍກອອກເປັນສ່ວນໆ ເປັນສ່ວນທີ່ຄວນແລະບໍ່ຄວນ ໃນສິ່ງທີ່ມີຊື່ເອີ້ນແນວດຽວກັນ ດັ່ງທີ່ປາກົດຢູ່ໃນຂໍ້ຄວາມເບື້ອງລຸ່ມນີ້ ; ຄວນທີ່ພຸດທະບໍຣິສັດ ຈະລະວັງສັງວອນເປັນຢ່າງຍິ່ງ ເພື່ອຄົງຢູ່ໃນຮ່ອງຮອຍແຫ່ງມັຊຊິມາປະຕິປະທາ).

ຖືກແລ້ວ ຖືກແລ້ວ ຄະຫະບໍດີ ! ຄະຫະບໍດີ ! ໂມຄະບຸຣຸສເຫຼົ່ານັ້ນ ເປັນຜູ້ທີ່ຄວນຖືກຂົ່ມຂີ່ ດ້ວຍການຂົ່ມຂີ່ຢ່າງຖືກຕ້ອງເປັນທັມ ຕະຫຼອດກາລໂດຍກາລ.

ຄະຫະບໍດີ ! ເຮົາຍ່ອມບໍ່ກ່າວຕະບະທຸກຢ່າງ ວ່າເປັນຕະບະທີ່ຄວນບໍາເພັນ ຫຼືວ່າບໍ່ຄວນບໍາເພັນ ; ເຮົາບໍ່ກ່າວການສະມະທານທຸກຢ່າງ ວ່າຄວນສະມາທານ ຫຼືບໍ່ຄວນສະມາທານ ; ເຮົາບໍ່ກ່າວຄວາມພຽນທັງປວງ ວ່າຄວນຕັ້ງໄວ້ ຫຼືບໍ່ຄວນຕັ້ງໄວ້ ; ເຮົາບໍ່ກ່າວການສະລັດທັງປວງ ວ່າຄວນສະລັດ ຫຼືບໍ່ຄວນສະລັດ ; ເຮົາບໍ່ກ່າວຄວາມຫຼຸດພົ້ນທັງປວງ ວ່າຄວນຫຼຸດພົ້ນ ຫຼືບໍ່ຄວນຫຼຸດພົ້ນ.

ຄະຫະບໍດີ ! ເມື່ອບໍາເພັນຕະບະໃດຢູ່ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ ເຮົາກ່າວການບໍາເພັນຕະບະຊະນິດນີ້ ວ່າ ບໍ່ຄວນບໍາເພັນ ; ແຕ່ເມື່ອບໍາເພັນຕະບະໃດຢູ່ ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ ເຮົາກ່າວການບໍາເພັນຕະບະຊະນິດນີ້ ວ່າ ຄວນບໍາເພັນ.

໑. ບາລີ ທສກ. ອັງ. ໒໔/໒໐໕/໙໔. ຕຣັດແກ່ວັຊຊິຢະມາຫິຕະຄະຫະບໍດີ ທີ່ຝັ່ງສະໂບກຂະຣະນີຊື່ຄັກຄະຣາ

ໃກ້ເມືອງຈໍາປາ ພາຍຫຼັງທີ່ຄະຫະບໍດີນັ້ນໄປໂຕ້ວາທະກັບພວກປະຣິບພາຊົກອັນຍະເດຍຣະຖີມາແລ້ວ.

໒໕໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ