ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຕິມພຣຸກຂະ ! ເມື່ອບຸກຄົນມີຄວາມສໍາຄັນໝັ້ນໝາຍມາແຕ່ຕົ້ນວ່າ “ເວທະນາກໍສິ່ງນັ້ນ ບຸກຄົນຜູ້ສະເຫວີຍເວທະນາກໍສິ່ງນັ້ນ” ດັ່ງນີ້ໄປເສຍແລ້ວ ແມ່ນວ່າດັ່ງນີ້ເຮົາກໍຍັງບໍ່ກ່າວວ່າ “ສຸຂແລະທຸກຂ໌ເປັນສິ່ງທີ່ບຸກຄົນເຮັດເອງ”.

ຕິມພຣຸກຂະ ! ເມື່ອບຸກຄົນຖືກເວທະນາກະທົບໃຫ້ມີຄວາມສໍາຄັນໝັ້ນໝາຍມາແຕ່ຕົ້ນວ່າ “ເວທະນາກໍສິ່ງອື່ນ ບຸກຄົນຜູ້ສະເຫວີຍເວທະນາກໍສິ່ງອື່ນ” ດັ່ງນີ້ໄປເສຍແລ້ວ ແມ່ນວ່າເຊັ່ນນີ້ເຮົາກໍຍັງບໍ່ກ່າວວ່າ “ສຸຂແລະທຸກຂ໌ເປັນສິ່ງທີ່ບຸກຄົນອື່ນເຮັດໃຫ້”.

ຕິມພຣຸກຂະ ! ຕະຖາຄົຕ ຍ່ອມ ສະແດງທັມໂດຍສາຍກາງ ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ ... (ຕໍ່ຈາກນີ້ ທົງສະແດງກະແສແຫ່ງປະຕິຈຈະສະມຸບບາດ ຊຶ່ງສະແດງຄວາມບໍ່ມີສັຕບຸກຄົນຕົວຕົນເຮົາເຂົາ ດັ່ງນັ້ນຈຶ່ງບໍ່ມີຜູ້ນັ້ນຫຼືຜູ້ອື່ນທີ່ເປັນຜູ້ເຮັດ ເປັນພຽງກະແສແຫ່ງປະຕິຈຈະສະມຸບບາດເທົ່ານັ້ນ)

(ອີກນັຍໜຶ່ງ ໕)

(ອະເຈລະກັສສະປະເຂົ້າໄປເຝົ້າ ແລ້ວທູນຖາມພຣະຜູ້ມີພຣະພາຄ ກ່ຽວກັບເລື່ອງຄວາມທຸກຂ໌ ວ່າເຮັດເອົາເອງຫຼືຜູ້ອື່ນເຮັດໃຫ້ເປັນຕົ້ນ ຕຣັດຕອບແລ້ວ ເຂົາໄດ້ຂາບທູນຕໍ່ໄປ ຊຶ່ງຄໍາຂາບທູນນັ້ນມີຂໍ້ຄວາມຕົງເປັນອັນດຽວກັນກັບຂໍ້ຄວາມຕອນຕົ້ນ ຂອງເລື່ອງທີ່ແລ້ວມາເບື້ອງເທິງນັ້ນທຸກປະການ ຜິດກັນແຕ່ຄໍາວ່າ “ຄວາມທຸກຂ໌” ແທນຄໍາວ່າ “ສຸຂທຸກຂ໌” ເທົ່ານັ້ນ ຈົນເຖິງຂໍ້ຄວາມວ່າ ... ເຮົາແລ ຍ່ອມຮູ້ ຍ່ອມເຫັນ ຊຶ່ງຄວາມທຸກຂ໌. ດັ່ງນີ້. “ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍພຣະຜູ້ມີພຣະພາຄ ຈົ່ງຕຣັດບອກຊຶ່ງ (ເລື່ອງລາວແຫ່ງ) ຄວາມທຸກຂ໌ ; ແລະຈົ່ງທົງສະແດງຊຶ່ງ (ເລື່ອງລາວແຫ່ງ) ຄວາມທຸກຂ໌ ແກ່ຂ້ານ້ອຍເຖີ້ນ”. ພຣະຜູ້ມີພຣະພາຄ ໄດ້ຕຣັດດັ່ງນີ້ວ່າ :-)

໕. ບາລີ ນິທານ. ສັງ. ໑໖/໒໔/໕໐. ຕຣັດແກ່ອະເຈລະກັສສະປະ ທີ່ເວລຸວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໕໑

ກັສສະປະ ! ເມື່ອບຸກຄົນມີຄວາມສໍາຄັນໝັ້ນໝາຍມາແຕ່ຕົ້ນວ່າ “ຜູ້ນັ້ນເຮັດ, ຜູ້ນັ້ນສະເຫວີຍ (ຜົລ)” ດັ່ງນີ້ເສຍແລ້ວ ເຂົາມີວາທະ (ຄືລັດທິຢືນຢັນຢູ່) ວ່າ “ຄວາມທຸກຂ໌ເປັນສິ່ງທີ່ບຸກຄົນເຮັດເອງ”. ດັ່ງນີ້ : ນັ້ນຍ່ອມແລ່ນໄປສູ່ (ຄອງແຫ່ງ) ສັສສະຕະ (ທິຕຖິທີ່ຖືວ່າທ່ຽງ).

ກັສສະປະ ! ເມື່ອບຸກຄົນຖືກເວທະນາກະທົບໃຫ້ມີຄວາມສໍາຄັນໝັ້ນໝາຍມາແຕ່ຕົ້ນວ່າ “ຜູ້ອື່ນເຮັດ, ຜູ້ອື່ນສະເຫວີຍ (ຜົລ)” ດັ່ງນີ້ເສຍແລ້ວ ເຂົາມີວາທະ (ຄືລັດທິຢືນຢັນຢູ່) ວ່າ “ຄວາມທຸກຂ໌ ເປັນສິ່ງທີ່ບຸກຄົນອື່ນເຮັດໃຫ້”. ດັ່ງນີ້ : ນັ້ນ ຍ່ອມແລ່ນໄປສູ່ (ຄອງແຫ່ງ) ອຸຈເສທະ (ທິຕຖິທີ່ຖືວ່າຂາດສູນ).

ກັສສະປະ ! ຕະຖາຄົຕ ຍ່ອມ ສະແດງທັມໂດຍສາຍກາງ ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ ... (ຕໍ່ຈາກນີ້ ທົງສະແດງກະແສແຫ່ງປະຕິຈຈະສະມຸບບາດ ຊຶ່ງສະແດງໃຫ້ເຫັນວ່າບໍ່ມີສັຕບຸກຄົນຕົວຕົນເຮົາເຂົາ ອັນຈະເປັນທີ່ຕັ້ງແຫ່ງການບັນຍັດວ່າເຮົາເອງຫຼືຜູ້ອື່ນ)

: ກ່ຽວກັບ “ຢ່າງໃດຢ່າງໜຶ່ງ” ຫຼື “ຢ່າງອື່ນ” ໖

(ເມື່ອພຣະຜູ້ມີພຣະພາຄ ຕຣັດກະແສແຫ່ງປະຕິຈຈະສະມຸບບາດ ຝ່າຍສະມຸທະຢະວາຣະຈົບລົງແລ້ວ ພິກຂຸອົງຄ໌ໜຶ່ງໄດ້ທູນຖາມວ່າ :-)

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຊະຣາມໍຣະນະ ເປັນແນວໃດໜໍ ? ແລະຊະຣາມໍຣະນະ ເປັນຂອງໃຜ ?”

(ໄດ້ຕຣັດຕອບວ່າ :-)

ນັ້ນເປັນບັນຫາທີ່ບໍ່ຄວນຈະເປັນບັນຫາເລີຍ : ພິກຂຸ ! ບຸກຄົນໃດຈະຍ່ອມກ່າວເຊັ່ນນີ້ວ່າ “ຊະຣາມໍຣະນະເປັນແນວໃດ ແລະຊະຣາມໍຣະນະນີ້ເປັນຂອງໃຜ” ດັ່ງນີ້ກໍດີ ; ຫຼືວ່າບຸກຄົນໃດຈະຍ່ອມກ່າວເຊັ່ນນີ້ວ່າ “ຊະຣາມໍຣະນະເປັນແບບອື່ນ (: ກົງກັນຂ້າມຈາກທີ່ກ່າວວ່າເປັນແນວໃດ, ຕາມນັຍທໍາອິດ) ແລະຊະຣາມໍຣະນະນີ້ເປັນຂອງຜູ້ອື່ນ (: ກົງກັນຂ້າມຈາກທີ່ກ່າວວ່າເປັນຂອງໃຜ, ຕາມນັຍທໍາອິດ)” ດັ່ງນີ້ກໍດີ :

໖. ບາລີ ນິທານ. ສັງ. ໑໖/໗໒/໑໒໙-໑໓໒. ຕຣັດແກ່ພິກຂຸອົງໜຶ່ງ. ບາລີ ນິທານ. ສັງ. ໑໖/໗໕/໑໓໘-໙.

ມີຄໍາຕຣັດເໝືອນກັບເບື້ອງເທິງ ຕ່າງແຕ່ບໍ່ມີພິກຂຸທູນຖາມ ແລະຕຣັດແກ່ພິກຂຸທັງຫຼາຍ.

໒໕໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ