ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣະຜູ້ມີພຣະພາຄຕຣັດຕອບວ່າ “ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິ ວ່າ ‘ສິ່ງທັງປວງ ມີຢູ່’ ດັ່ງນີ້ : ນີ້ ເປັນສ່ວນສຸດ (ບໍ່ແມ່ນທາງສາຍກາງ) ທີໜຶ່ງ”.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ກໍສິ່ງທັງປວງ ບໍ່ມີຢູ່ຫຼືໜໍ ?”

ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິວ່າ “ສິ່ງທັງປວງ ບໍ່ມີຢູ່’ ດັ່ງນີ້ : ນີ້ ເປັນສ່ວນສຸດ (ບໍ່ແມ່ນທາງສາຍກາງ) ທີສອງ”.

ພຣາມ ! ຕະຖາຄົຕ ຍ່ອມ ສະແດງທັມໂດຍສາຍກາງ ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ ... (ຕໍ່ຈາກນີ້ ທົງສະແດງກະແສແຫ່ງປະຕິຈຈະສະມຸບບາດ ຊຶ່ງເຮັດໃຫ້ກ່າວບໍ່ໄດ້ວ່າມີອັນໃດທີ່ເປັນຕົວຕົນໂດຍແທ້ຈິງ ຫຼືບໍ່ມີອັນໃດເສຍເລີຍ)

: ກ່ຽວກັບ “ຜູ້ນັ້ນ” ຫຼື “ຜູ້ອື່ນ” ໓

ຄັ້ງໜຶ່ງ ທີ່ເຊຕະວັນ ພຣາມຜູ້ໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ແລ້ວທູນຖາມວ່າ “ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຜູ້ນັ້ນເຮັດ, ຜູ້ນັ້ນສະເຫວີຍ (ຜົລ) ດັ່ງນັ້ນຫຼື ?”

ພຣະຜູ້ມີພຣະພາຄຕຣັດຕອບວ່າ “ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິວ່າ ‘ຜູ້ນັ້ນເຮັດ, ຜູ້ນັ້ນສະເຫວີຍ (ຜົລ)’ ດັ່ງນີ້ : ນີ້ ເປັນສ່ວນສຸດ (ບໍ່ແມ່ນທາງສາຍກາງ) ທີໜຶ່ງ”.

໒. ບາລີ ນິທານ. ສັງ. ໑໖/໙໑/໑໗໓, ຕຣັດແກ່ຊານຸດໂສນີພຣາມ ທີ່ເຊຕະວັນ ; ໑໖/໒໑/໔໔, ຕຣັດແກ່

ພຣາມກັຈຈານະໂຄຕ ທີ່ເຊຕະວັນ.

໓. ບາລີ ນິທານ. ສັງ. ໑໖/໙໐/໑໗໐. ຕຣັດແກ່ພຣາມຜູ້ໜຶ່ງ ທີ່ເຊຕະວັນ ໃກ້ເມືອງສາວັຕຖີ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໔໙

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຜູ້ອື່ນເຮັດ, ຜູ້ອື່ນສະເຫວີຍ (ຜົລ) ຫຼື ?”

ພຣາມ ! ຄໍາກ່າວທີ່ຢືນຢັນລົງໄປດ້ວຍທິຕຖິວ່າ “ຜູ້ອື່ນເຮັດ, ຜູ້ອື່ນສະເຫວີຍ (ຜົລ)’ ດັ່ງນີ້ : ນີ້ ເປັນສ່ວນສຸດ (ບໍ່ແມ່ນທາງສາຍກາງ) ທີສອງ”.

ພຣາມ ! ຕະຖາຄົຕ ຍ່ອມ ສະແດງທັມໂດຍສາຍກາງ ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ ... (ຕໍ່ຈາກນີ້ ທົງສະແດງກະແສແຫ່ງປະຕິຈຈະສະມຸບບາດ ຊຶ່ງຄວາມບໍ່ມີສັຕບຸກຄົນຕົວຕົນເຮົາເຂົາ ດັ່ງນັ້ນ ຈຶ່ງບໍ່ມີຜູ້ນັ້ນຫຼືຜູ້ອື່ນ)

: ກ່ຽວກັບ “ເຮັດເອງ” ຫຼື “ຜູ້ອື່ນເຮັດ” ໔

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ພຣະອົງ, ເມື່ອຂ້ານ້ອຍທູນຖາມວ່າ ‘ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສຸຂແລະທຸກຂ໌ເປັນສິ່ງທີ່ບຸກຄົນເຮັດເອງຫຼື ?’ ດັ່ງນີ້, ທົງຕອບວ່າ ‘ຢ່າກ່າວແນວນັ້ນເລີຍ ຕິມ ພຣຸກຂະ !’ ດັ່ງນີ້ ; ເມື່ອຂ້ານ້ອຍທູນຖາມວ່າ ‘ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສຸຂແລະທຸກຂ໌ເປັນສິ່ງທີ່ບຸກຄົນອື່ນເຮັດຫຼື ?’ ດັ່ງນີ້, ທົງຕອບວ່າ ‘ຢ່າກ່າວແນວນັ້ນເລີຍ ຕິມພຣຸກຂະ !’ ດັ່ງນີ້ ; ເມື່ອຂ້ານ້ອຍທູນຖາມວ່າ ‘ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສຸຂແລະທຸກຂ໌ເປັນສິ່ງທີ່ບຸກຄົນເຮັດເອງດ້ວຍແລະບຸກຄົນອື່ນເຮັດໃຫ້ດ້ວຍຫຼື ?’ ດັ່ງນີ້, ທົງຕອບວ່າ ‘ຢ່າກ່າວແນວນັ້ນເລີຍ ຕິມພຣຸກຂະ !’ ດັ່ງນີ້ ; ເມື່ອຂ້ານ້ອຍທູນຖາມວ່າ ‘ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສຸຂແລະທຸກຂ໌ເປັນສິ່ງທີ່ບໍ່ແມ່ນເຮັດເອງຫຼືໃຜເຮັດໃຫ້ ກໍເກີດຂຶ້ນໄດ້ຫຼື ?’ ດັ່ງນີ້, ທົງຕອບວ່າ ‘ຢ່າກ່າວແນວນັ້ນເລີຍ ຕິມພຣຸກຂະ !’ ດັ່ງນີ້ ; ເມື່ອຂ້ານ້ອຍທູນຖາມວ່າ ‘ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສຸຂແລະທຸກຂ໌ບໍ່ມີຫຼື ?’ ດັ່ງນີ້, ທົງຕອບວ່າ ‘ຕິມພຣຸກຂະ ! ບໍ່ແມ່ນສຸຂແລະທຸກຂ໌ບໍ່ມີ, ທີ່ແທ້ສຸຂແລະທຸກຂ໌ມີຢູ່’ ດັ່ງນີ້ ; ຄັນຂ້ານ້ອຍທູນຖາມວ່າ ‘ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຖ້າເຊັ່ນນັ້ນ ພຣະໂຄດົມຜູ້ຈະເຣີນ ຍ່ອມບໍ່ຮູ້ບໍ່ເຫັນສຸຂແລະທຸກຂ໌ຊັ້ນຕີ້ ?’ ດັ່ງນີ້, ກໍຍັງທົງຕອບວ່າ ‘ຕິມພຣຸກຂະ ! ເຮົາຈະບໍ່ຮູ້ບໍ່ເຫັນສຸຂແລະທຸກຂ໌ ກໍຫາບໍ່ໄດ້ ; ເຮົາແລ ຍ່ອມຮູ້ ຍ່ອມເຫັນ ຊຶ່ງສຸຂແລະທຸກຂ໌’. ດັ່ງນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍພຣະໂຄດົມຜູ້ຈະເຣີນ ຈົ່ງຕຣັດບອກຊຶ່ງ (ເລື່ອງລາວແຫ່ງ) ສຸຂແລະທຸກຂ໌ ; ແລະຈົ່ງສະແດງຊຶ່ງ (ເລື່ອງລາວແຫ່ງ) ສຸຂແລະທຸກຂ໌ ; ແກ່ຂ້ານ້ອຍເຖີ້ນ”.

໔. ບາລີ ນິທານ. ສັງ. ໑໖/໒໗/໕໕. ຕຣັດແກ່ຕິມພະຣຸກຂະປະຣິບພາຊົກ ທີ່ໄປທູນຖາມເລື່ອງນີ້ກັບພຣະອົງ

ທີ່ເຊຕະວັນ.

໒໕໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ