ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອາການທີ່ທົງສະແດງທັມ ໑
ພິກຂຸ ທ. ! ເຮົາຍ່ອມສະແດງທັມເພື່ອຄວາມຮູ້ຍິ່ງ ບໍ່ແມ່ນເພື່ອບໍ່ຮູ້ຍິ່ງ, ເຮົາຍ່ອມສະແດງທັມມີເຫດຜົລພ້ອມ ບໍ່ແມ່ນບໍ່ມີເຫດຜົລພ້ອມ, ເຮົາຍ່ອມສະແດງທັມມີຄວາມໜ້າອັດສະຈັນ (ໜ້າຈັບອົກຈັບໃຈ) ບໍ່ແມ່ນບໍ່ມີຄວາມອັດສະຈັນ.
ພິກຂຸ ທ. ! ເຮົາຍ່ອມສະແດງທັມເພື່ອຄວາມຮູ້ຍິ່ງ ມີເຫດຜົລພ້ອມ ມີຄວາມໜ້າອັດສະຈັນ, ບໍ່ແມ່ນສະແດງເພື່ອຄວາມບໍ່ຮູ້ຍິ່ງ ບໍ່ມີເຫດຜົລ ບໍ່ມີຄວາມໜ້າອັດສະຈັນ ຢູ່ດັ່ງນີ້ ໂອວາດ ກໍເປັນສິ່ງທີ່ໃຜໆຄວນເຮັດຕາມ, ອະນຸສາສະນີ ກໍເປັນສິ່ງທີ່ໃຜໆຄວນຝຶກຕາມ.
ພິກຂຸ ທ. ! ພໍແລ້ວ ເພື່ອຄວາມຍິນດີ ຄວາມອີ່ມເອີບໃຈ ຄວາມໂສມະນັສແກ່ພວກເຈົ້າທັງຫຼາຍ ວ່າ “ພຣະຜູ້ມີພຣະພາຄ ເປັນອົງສັມມາສັມພຸດທະເຈົ້າ, ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄ ຕຣັດໄວ້ດີແລ້ວ, ພຣະສົງ ຄືຜູ້ປະຕິບັດດີແລ້ວ” ດັ່ງນີ້.
ສະມາທິນິມິຕໃນຂະນະທີ່ທົງສະແດງທັມ ໒
ອັກຄິເວສະນະ ! ກໍເຮົາສໍານຶກຢູ່ສະເໝີວ່າ ເຮົາເປັນຜູ້ສະແດງທັມ ແກ່ບໍຣິສັດ ຈໍານວນຮ້ອຍໆ. ອາດຈະມີຄົນຈັກຄົນໜຶ່ງ ມີຄວາມສໍາຄັນເຊັ່ນນີ້ວ່າ ພຣະສະມະນະໂຄດົມ ສະແດງທັມປາຣົບເຮົາຄົນດຽວເທົ່ານັ້ນ ດັ່ງນີ້ ; ອັກຄິເວສະນະ ! ທ່ານຢ່າຟ້າວເຫັນເຊັ່ນນັ້ນເລີຍ ຕະຫຼອດເວລາທີ່ຕະຖາຄົຕຍັງສະແດງທັມຢູ່ໂດຍຊອບ ເພື່ອປະໂຍຊນ໌ໃຫ້ມະຫາຊົນຮູ້ແຈ້ງ, ຢູ່ໂດຍສ່ວນດຽວ.
໑. ບາລີ ຕິກ. ອັງ. ໒໐/໓໕໖/໕໖໕. ຕຣັດແກ່ພິກຂຸທັງຫຼາຍ ທີ່ໂຄຕະມະກະເຈດີ ເວສາລີ.
໒. ບາລີ ມຫາສັຈຈະກະສູຕ ມູ. ມ. ໑໒/໔໖໐/໔໓໐. ຕຣັດແກ່ສັຈຈະກະນິຄັນຖະບຸຕ ອັກຄິເວສະນະ
ທີ່ກູຕາຄານສາລາ ປ່າມະຫາວັນ ໃກ້ເມືອງເວສາລີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໔໗
ອັກຄິເວສະນະ ! ເຮົານັ້ນຫຼື, ຈໍາເດີມແຕ່ເລີ່ມສະແດງ ຈົນວ່າເຖິງຄໍາສຸດທ້າຍແຫ່ງການກ່າວເລື່ອງນັ້ນໆ ຍ່ອມຕັ້ງໄວ້ຊຶ່ງຈິຕໃນສະມາທິນິມິຕ ອັນເປັນພາຍໃນໂດຍແທ້ ໃຫ້ຈິຕດໍາຣົງຢູ່ ໃຫ້ຈິຕຕັ້ງໝັ້ນຢູ່ ເຮັດໃຫ້ມີຄວາມເປັນຈິຕເອກ ດັ່ງເຊັ່ນທີ່ຄົນ ທ. ເຄີຍໄດ້ຍິນວ່າເຮົາເຮັດຢູ່ເປັນປະຈໍາ ດັ່ງນີ້.
ໝາຍເຫດ : ຂໍ້ຄວາມເຫຼົ່ານີ້ມີໃຈຄວາມວ່າ ທົງມີສະມາທິຈິຕຕະຫຼອດເວລາທີ່ທົງສະແດງທັມ ກ່າວຄືເມື່ອກໍາລັງຕຣັດ ; ໃນລະຫວ່າງແຫ່ງການຂາດຕອນຂອງຄໍາຕຣັດຊຶ່ງຖ້າເກີດມີຂຶ້ນ ກໍທົງມີສະມາທິເນື່ອງດ້ວຍສຸນຍະຕາ ດັ່ງທີ່ພຣະອົງມີຢູ່ເປັນປະຈໍາ. ເປັນອັນວ່າ ຕະຫຼອດເວລາທີ່ທົງສະແດງທັມບໍ່ມີຈິຕທີ່ລະໄປຈາກສະມາທິໃນພາຍໃນ. - ຜູ້ລວບລວມ.
ທົງສະແດງທັມໂດຍສາຍກາງ ບໍ່ແລ່ນດິ່ງໄປສຸດໂຕ່ງ ໑
: ກ່ຽວກັບ “ກາມະສຸຂັລລິການຸໂຍຄ” ຫຼື “ອັຕຕະກິລະມະຖານຸໂຍຄ”
ພິກຂຸ ທ. ! ມີສິ່ງທີ່ແລ່ນດິ່ງໄປສຸດໂຕ່ງຢູ່ ໒ ສິ່ງ ທີ່ບັນພະຊິຕບໍ່ຄວນຂ້ອງແວະດ້ວຍ. ສິ່ງທີ່ແລ່ນດິ່ງໄປສຸດໂຕ່ງນັ້ນຄືອັນໃດ ? ຄືການປະກອບຕົນພົວພັນຢູ່ດ້ວຍ ຄວາມໃຄ່ໃນກາມ ທ. ອັນເປັນການກະທໍາທີ່ຍັງຕໍ່າ ເປັນຂອງຊາວບ້ານ ເປັນຂອງຄົນຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌ ; ແລະ ການປະກອບຄວາມພຽນໃນການທໍຣະມານຕົນໃຫ້ລໍາບາກ ອັນນໍາມາຊຶ່ງຄວາມ ທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ສອງຢ່າງນີ້ແລ.
ພິກຂຸ ທ. ! ຂໍ້ປະຕິບັດເປັນທາງສາຍກາງ ທີ່ບໍ່ດິ່ງໄປຫາສິ່ງສຸດໂຕ່ງ ໒ ຢ່າງນັ້ນ ເປັນຂໍ້ປະຕິບັດທີ່ຕະຖາຄົຕໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັດເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັດເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເປັນໄປເພື່ອນິບພານ.
໑. ບາລີ ມຫາ. ວິ. ໔/໑໗/໑໓ ; ມຫາວາຣ. ສັງ. ໑໙/໕໒໘/໑໖໖໔ ; ຕຣັດແກ່ພິກຂຸປັນຈະວັກຄີ ທີ່ອິສິປະຕະນະ
ມິຄະທາຍະວັນ ; ແລະ ສລາ. ສັງ. ໑໘/໔໐໗/໖໐໓.
໒໔໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
: ກ່ຽວກັບ “ມີ” ຫຼື “ບໍ່ມີ” ໒
ຊານຸດໂສນີພຣາມ ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ແລ້ວທູນຖາມວ່າ “ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສິ່ງທັງປວງມີຢູ່ ຫຼືໜໍ ?”








