ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຈຸນທະ ! ນັ້ນແຫຼະ ຄືຖານະທີ່ມີຢູ່ ຄືຖານະທີ່ປະຣິບພາຊົກຜູ້ເປັນລັດທິອື່ນ ທ. ຈະກ່າວເຊັ່ນນີ້ ວ່າ “ພວກສະມະນະສາກະຢະປຸຕຕິຢະ ຢູ່ກັນແບບປະກອບດ້ວຍສຸຂັນລິການຸໂຍຄ ໔ ຢ່າງເຫຼົ່ານີ້” ດັ່ງນີ້. ພວກເຈົ້າຈົ່ງກ່າວກັບເຂົາວ່າ ເຊັ່ນນັ້ນຖືກແລ້ວ. ປະຣິບພາຊົກເຫຼົ່ານັ້ນກ່າວກັບພວກເຈົ້າຢູ່ຢ່າງຖືກຕ້ອງ ; ຈະກ່າວຕູ່ພວກເຈົ້າດ້ວຍຄໍາບໍ່ຈິງ ບໍ່ແທ້ ກໍຫາກບໍ່ແມ່ນ.
ທົງຊາບພຣາມມະນະສັຈ ໑
ປະຣິບພາຊົກທັງຫຼາຍ ! ພຣາມມະນະສັຈ ໔ ຢ່າງນີ້ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ. ພຣາມມະນະສັຈ ໔ ຄືອັນໃດໜໍ ?
ປະຣິບພາຊົກ ທ. ! ໃນທັມວິນັຍນີ້ ພຣາມໄດ້ເວົ້າກັນແນວນີ້ວ່າ “ສັຕທັງປວງ ບໍ່ຄວນຂ້າ”. ພຣາມທີ່ເວົ້າຢູ່ເຊັ່ນນີ້ຊື່ວ່າເວົ້າຄໍາສັຈ ບໍ່ແມ່ນກ່າວມຸສາ. ແລະພຣາມນັ້ນ ບໍ່ຖືເອົາການທີ່ເວົ້າຄໍາສັຈນັ້ນ ເປັນເຫດສໍາຄັນຕົນວ່າ “ເຮົາເປັນສະມະນະ, ເຮົາເປັນພຣາມ, ເຮົາດີກວ່າເຂົາ, ເຮົາສະເໝີກັບເຂົາ, ເຮົາດ້ອຍກວ່າເຂົາ”. ເປັນແຕ່ວ່າ ຄວາມຈິງອັນໃດມີຢູ່ໃນຂໍ້ນັ້ນ ຄັນຮູ້ຄວາມຈິງນັ້ນດ້ວຍປັນຍາອັນຍິ່ງເອງແລ້ວ ກໍເປັນຜູ້ ປະຕິບັດເພື່ອຄວາມເອັນດູສົງສານສັຕທັງຫຼາຍ ເທົ່ານັ້ນເອງ.
໑. ບາລີ ຈຕຸກກ. ອັງ. ໒໑/໒໓໙/໑໘໕. ຕຣັດແກ່ທີ່ປະຊຸມປະຣິບພາຊົກຊຶ່ງກໍາລັງສົນທະນາກັນຢູ່ດ້ວຍເລື່ອງ
ພຣາມະນະສັຈ ທີ່ປະຣິບພາຊະກາຣາມ ຮິມຝັ່ງແມ່ນໍ້າສັບປິນີ, ແຕ່ນີ້ຄືພຣາມະນະສັຈຢ່າງພຸດທະສາສນາ.
໑໘໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ປະຣິບພາຊົກ ທ. ! ອີກຂໍ້ໜຶ່ງ ພຣາມໄດ້ເວົ້າກັນແນວນີ້ວ່າ “ກາມທຸກຊະນິດ ບໍ່ທ່ຽງ ເປັນທຸກຂ໌ ມີອັນແປປ່ຽນເປັນທໍາມະດາ”. ພຣາມ ທີ່ກ່າວຢູ່ແນວນີ້ ຊື່ວ່າເວົ້າຄໍາສັຈ ບໍ່ແມ່ນກ່າວມຸສາ. ແລະພຣາມນັ້ນບໍ່ຖືເອົາການທີ່ເວົ້າຄໍາສັຈນັ້ນ ຂຶ້ນເປັນເຫດສໍາຄັນຕົນວ່າ “ເຮົາເປັນສະມະນະ, ເຮົາເປັນພຣາມ, ເຮົາດີກວ່າເຂົາ, ເຮົາສະ ເໝີກັບເຂົາ, ເຮົາດ້ອຍກວ່າເຂົາ”. ເປັນແຕ່ວ່າ ຄວາມຈິງອັນໃດມີຢູ່ໃນຂໍ້ນັ້ນ ຄັນຮູ້ຄວາມຈິງນັ້ນດ້ວຍປັນຍາອັນຍິ່ງເອງແລ້ວ ກໍເປັນຜູ້ ປະຕິບັດເພື່ອຄວາມໜ່າຍກາມ ເພື່ອຄາຍກໍາໜັດໃນກາມ ເພື່ອດັບກາມທັງຫຼາຍເສຍ ເທົ່ານັ້ນເອງ.
ປະຣິບພາຊົກ ທ. ! ອີກຂໍ້ໜຶ່ງ ພຣາມໄດ້ເວົ້າກັນແນວນີ້ວ່າ “ພົບທຸກພົບ ບໍ່ທ່ຽງ ເປັນທຸກຂ໌ ມີອັນແປປ່ຽນເປັນທໍາມະດາ”. ພຣາມທີ່ກ່າວຢູ່ແນວນີ້ ຊື່ວ່າເວົ້າຄໍາສັຈ ບໍ່ແມ່ນກ່າວມຸສາ. ແລະພຣາມນັ້ນບໍ່ຖືເອົາການທີ່ເວົ້າຄໍາສັຈນັ້ນ ຂຶ້ນເປັນເຫດສໍາຄັນຕົນວ່າ “ເຮົາເປັນສະມະນະ, ເຮົາເປັນພຣາມ, ເຮົາດີກວ່າເຂົາ, ເຮົາສະເໝີກັບເຂົາ, ເຮົາດ້ອຍກວ່າເຂົາ”. ເປັນແຕ່ວ່າ ຄວາມຈິງອັນໃດມີຢູ່ໃນຂໍ້ນັ້ນ ຄັນຮູ້ຄວາມຈິງນັ້ນດ້ວຍປັນຍາອັນຍິ່ງເອງແລ້ວ ກໍເປັນຜູ້ ປະຕິບັດເພື່ອໜ່າຍພົບ ເພື່ອຄາຍກໍາ ໜັດໃນພົບ ເພື່ອດັບພົບເສຍ ເທົ່ານັ້ນເອງ.
ປະຣິບພາຊົກ ທ. ! ອີກຂໍ້ໜຶ່ງ ພຣາມໄດ້ເວົ້າກັນແນວນີ້ວ່າ “ບໍ່ມີອັນໃດທີ່ເປັນໂຕເຮົາ, ຄວາມກັງວົນຕໍ່ສິ່ງໃດຫຼືໃນອັນໃດໆ ກໍບໍ່ມີວ່າເປັນໂຕເຮົາ ; ແລະບໍ່ມີອັນໃດທີ່ເປັນຂອງເຮົາ ຄວາມກັງວົນໃນສິ່ງໃດໆ ກໍບໍ່ມີວ່າເປັນຂອງເຮົາ”. ພຣາມທີ່ເວົ້າຢູ່ແນວນີ້ ຊື່ວ່າເວົ້າຄໍາສັຈ ບໍ່ແມ່ນກ່າວມຸສາ. ແລະພຣາມນັ້ນ ບໍ່ຖືເອົາການທີ່ເວົ້າຄໍາສັຈນັ້ນ ຂຶ້ນເປັນເຫດສໍາຄັນຕົນວ່າ “ເຮົາເປັນສະມະນະ, ເຮົາເປັນພຣາມ, ເຮົາດີກວ່າເຂົາ, ເຮົາສະເໝີກັບເຂົາ, ເຮົາດ້ອຍກວ່າເຂົາ”. ເປັນແຕ່ວ່າ ຄວາມຈິງອັນໃດມີຢູ່ໃນຂໍ້ນັ້ນ ຄັນຮູ້ຄວາມຈິງນັ້ນດ້ວຍປັນຍາອັນຍິ່ງເອງແລ້ວ ກໍເປັນຜູ້ ປະຕິບັດເພື່ອໃຫ້ເຂົ້າແນວທາງທີ່ບໍ່ມີກັງວົນໃດໆ ເທົ່ານັ້ນເອງ.
ປະຣິບພາຊົກ ທ. ! ນີ້ແລ ພຣາມມະນະສັຈ ໔ ປະການ ທີ່ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໘໕
ທົງເຫັນນະຣົກແລະສະຫວັນ ທີ່ຜັສສາຢະຕະນະຫົກ ໑
ພິກຂຸ ທ. ! ລາບຂອງເຈົ້າທັງຫຼາຍ ພິກຂຸ ທ. ! ເປັນການໄດ້ທີ່ີດີຂອງເຈົ້າ ທ. ແລ້ວ. ພິກຂຸ ທ. ! ຂະນະສໍາລັບການປະພຶດພຣົມະຈັນ ພວກເຈົ້າກໍໄດ້ໂດຍສະເພາະແລ້ວ.








