ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໑ ພິກຂຸ ທ. ! ຈັກຂຸ ຍານ ປັນຍາ ວິຊຊາ ແສງສະຫວ່າງ ຂອງເຮົາໄດ້ເກີດຂຶ້ນແລ້ວໃນທັມທີ່ເຮົາບໍ່ເຄີຍໄດ້ຟັງມາແຕ່ກ່ອນວ່າ “ນີ້ເປັນຄວາມຈິງອັນປະເສີດຄືທຸກຂ໌ ...ຄວາມຈິງອັນປະເສີດຄືທຸກຂ໌ນີ້ນັ້ນ ເປັນສິ່ງທີ່ຄວນກໍານົດຮອບຮູ້, ...ຄວາມຈິງອັນປະເສີດຄືທຸກຂ໌ນີ້ນັ້ນ ເຮົາໄດ້ກໍານົດຮອບຮູ້ແລ້ວ”; ແລະວ່າ “ນີ້ເປັນຄວາມຈິງອັນປະເສີດ ຄືເຫດໃຫ້ເກີດທຸກຂ໌ ...ຄວາມຈິງຄືເຫດໃຫ້ເກີດທຸກຂ໌ນີ້ນັ້ນ ຄວນລະເສຍ, ...ຄວາມຈິງອັນປະເສີດ ຄືເຫດໃຫ້ເກີດທຸກຂ໌ນີ້ນັ້ນ ເຮົາລະເສຍໄດ້ແລ້ວ” ແລະວ່າ “ນີ້ເປັນຄວາມຈິງອັນປະເສີດ ຄືຄວາມດັບທຸກຂ໌ ...ຄວາມດັບທຸກຂ໌ນີ້ ຄວນເຮັດໃຫ້ແຈ້ງ, ...ຄວາມດັບທຸກຂ໌ນີ້ ເຮົາເຮັດໃຫ້ແຈ້ງໄດ້ແລ້ວ” ແລະວ່າ “ນີ້ເປັນຄວາມຈິງອັນປະເສີດ ຄືທາງໃຫ້ເຖິງຄວາມດັບທຸກຂ໌ ...ທາງໃຫ້ເຖິງຄວາມດັບທຸກນີ້ຄວນຝຶກໃຫ້ຈະເຣີນ, ...ທາງໃຫ້ເຖິງຄວາມດັບທຸກຂ໌ນີ້ ເຮົາຝຶກໃຫ້ຈະເຣີນໄດ້ແລ້ວ” ດັ່ງນີ້.
໑. ຕໍ່ໄປນີ້ເປັນບາລີ ມຫາວາຣ. ສັງ. ໑໙/໕໒໙/໑໖໖໖. ຕຣັດແກ່ປັນຈະວັກຄີ ທີ່ມິຄະທາຍະວັນ ພາຣານະສີ.
໑໘໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ທົງຮັບຮອງສຸຂັນລິການຸໂຢຄະທີ່ເປັນໄປເພື່ອນິບພານ
ຂອງພວກສະມະນະສາກະຢະປຸຕຕິຢະ ໑
ຈຸນທະ ! ຖານະນັ້ນມີຢູ່ແທ້, ຄືຖານະທີ່ປະຣິບພາຊົກຜູ້ເປັນລັດທິອື່ນ ທ. ຈະກ່າວ ເຊັ່ນນີ້ວ່າ “ພວກສະມະນະສາກະຢະປຸຕຕິຢະ ຢູ່ກັນຕາມແບບປະກອບດ້ວຍສຸຂັນ ລິການຸໂຢຄະ (ພົວພັນຢູ່ກັບຄວາມສຸຂ) ໔ ຢ່າງເຫຼົ່ານີ້” ດັ່ງນີ້. ຈຸນທະ ! ເມື່ອພວກປະຣິບພາຊົກຜູ້ເປັນລັດທິອື່ນ ກ່າວຢູ່ເຊັ່ນນີ້ ພວກເຈົ້າຈົ່ງກ່າວກັບເຂົາວ່າ ທ່ານຢ່າກ່າວດັ່ງນັ້ນເລີຍ. ກໍປະຣິບພາຊົກເຫຼົ່ານັ້ນ ຈະຍ່ອມກ່າວກັບພວກເຈົ້າຢູ່ໂດຍຊອບກໍຫາບໍ່ໄດ້ ແຕ່ຈະກ່າວຕູ່ພວກເຈົ້າດ້ວຍຄໍາບໍ່ຈິງ ບໍ່ແທ້ ກໍຫາກບໍ່ແມ່ນ.
ຈຸນທະ ! ສຸຂັນລິການຸໂຍຄ ໔ ຢ່າງເຫຼົ່ານີ້ ເປັນໄປເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ເປັນໄປເພື່ອຄວາມດັບ ຄວາມເຂົ້າໄປສະງົບລະງັບ ເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມ ເພື່ອນິບພານ ໂດຍສ່ວນດຽວ.
ສີ່ຢ່າງເຫຼົ່າໃດໜໍ ? ຈຸນທະ ! ສີ່ຢ່າງຄື ພິກຂຸໃນທັມວິນັຍນີ້ ເພາະສງັດຈາກກາມ ແລະອະກຸສົລທັມ ທ. ຈຶ່ງບັນລຸ ຊານທີ ໑ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່ : ນີ້ເປັນສຸຂັນລິການຸໂຍຄທີໜຶ່ງ ; ຈຸນທະ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງບັນລຸ ຊານທີ ໒ ເປັນເຄື່ອງຜ່ອງໃສແຫ່ງໃຈ ໃນພາຍໃນ ນໍາໃຫ້ເກີດສະມາທິ ມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່ : ນີ້ເປັນສຸຂັນລິການຸໂຍຄທີສອງ ; ຈຸນທະ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມຈາງຄາຍໄປແຫ່ງປີຕິ ຈຶ່ງຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸ ຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ, ແລ້ວແລຢູ່ : ນີ້ເປັນສຸຂັນລິການຸໂຍຄທີສາມ ;
໑. ບາລີ ປາສາທິກະສູຕ ປາ. ທີ. ໑໑/໑໔໔/໑໑໕. ຕຣັດແກ່ຈຸນທະສະມະນຸດເທສ ທີ່ອັມພະວັນ
ປະສາດຂອງເຈົ້າສາກະຍະພວກເວທັນຍາ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໘໓
ຈຸນທະ ! ຂໍ້ອື່ນຍັງມີອີກ : ພິກຂຸເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັດສະແລະໂທມະນັດສະ ທ. ໃນກາລກ່ອນ ຈຶ່ງບັນລຸ ຊານທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່ : ນີ້ເປັນສຸຂັນລິການຸໂຍຄທີສີ່. ຈຸນທະ ! ສຸຂັນລິການຸໂຍຄສີ່ຢ່າງເຫຼົ່ານີ້ແລ ເປັນໄປເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ...ໆລໆ... ເພື່ອນິບພານ, ໂດຍສ່ວນດຽວ.








