ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເຮົາຍັງບໍ່ຮູ້ແຈ້ງພ້ອມສະເພາະ ຊຶ່ງກັມອັນສັຕເຮັດ ສັ່ງສົມແລ້ວດ້ວຍເຈຕະນາ ກໍຍັງບໍ່ກ່າວພາວະຄວາມສິ້ນສຸດຂອງກັມນັ້ນ ບໍ່ວ່າຈະເປັນກັມໃຫ້ຜົລໃນທິຕຖະທັມ (ທັນທີ) ໃນອຸປະປັຊຊະ (ເວລາຕໍ່ໄປ) ຫຼືໃນອະປະຣະປະຣິຢາຢະ (ເວລາຕໍ່ໄປອີກ). ພິກຂຸ ທ. ! ເຮົາຍັງບໍ່ຮູ້ແຈ້ງພ້ອມສະເພາະ ຊຶ່ງກັມອັນສັຕເຮັດ ສັ່ງສົມແລ້ວດ້ວຍເຈຕະນາ ກໍຍັງບໍ່ກ່າວຊຶ່ງການເຮັດທີ່ສຸດແຫ່ງທຸກຂ໌.

ພິກຂຸ ທ. ! ໃນຂໍ້ນັ້ນ ການເຖິງທົ່ວມີປະການຕ່າງໆ ຊຶ່ງໂທດແຫ່ງການງານອັນເປັນໄປທາງກາຍ ອັນປະກອບດ້ວຍເຈຕະນາອັນເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນຜົລ ມີຢູ່ ໓ ຢ່າງ ; ການເຖິງທົ່ວມີປະການຕ່າງໆ ຊຶ່ງໂທດແຫ່ງການງານ ອັນເປັນໄປທາງວາຈາ ອັນປະກອບດ້ວຍເຈຕະນາອັນເປັນອະກຸສົລ

໑. ບາລີ ທສກ. ອັງ. ໒໔/໓໑໓, ໓໑໙, ໓໒໑/໑໙໔, ໑໙໕, ໑໙໖. ຕຣັດແກ່ພິກຂຸ ທ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໗໓

ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນຜົລ ມີຢູ່ ໔ ຢ່າງ ; ການເຖິງທົ່ວມີປະການຕ່າງໆ ຊຶ່ງໂທດແຫ່ງການງານອັນເປັນໄປທາງໃຈ ອັນປະກອບດ້ວຍເຈຕະນາ ອັນເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນຜົລ ມີຢູ່ ໓ ຢ່າງ.

(ຕໍ່ຈາກນີ້ ທົງຈໍາແນກລາຍລະອຽດຂອງກາຢະກັມ ວະຈີກັມ ມະໂນກັມ ຝ່າຍອະກຸສົລ ທີ່ຍົກໄວ້ເປັນຫົວຂໍ້ເບື້ອງຕົ້ນນັ້ນ ທຸກຢ່າງທຸກປະການ, ແລ້ວກໍທົງແຈກລາຍລະອຽດຂອງກາຢະກັມ ວະຈີກັມ ມະໂນກັມ ຝ່າຍກຸສົລ ໂດຍຮູບແບບດຽວກັນກັບຝ່າຍອະກຸສົລທຸກຢ່າງທຸກປະການ ; ອັນເປັນການສະແດງໃຫ້ເຫັນວ່າ ທົງຮູ້ແຈ້ງພ້ອມສະເພາະຊຶ່ງກັມ ທັງຝ່າຍອະກຸສົລແລະຝ່າຍກຸສົລຈິງແທ້ ຢ່າງພຽງພໍທີ່ຈະກ່າວເຖິງຄວາມສິ້ນສຸດແຫ່ງກັມ ແລະການເຮັດທີ່ສຸດແຫ່ງຄວາມທຸກຂ໌ ດັ່ງທີ່ໄດ້ທົງປາຣົບໄວ້ເບື້ອງຕົ້ນນັ້ນ).

ສິ່ງທີ່ບໍ່ຕ້ອງທົງຮັກສາອີກຕໍ່ໄປ ໑

ພິກຂຸ ທ. ! ທັມສີ່ຢ່າງ ເຫຼົ່ານີ້ ເປັນສິ່ງທີ່ຕະຖາຄົຕບໍ່ຕ້ອງສັງລວມຮັກສາ (ດ້ວຍເຈຕະນາງົດເວັ້ນອີກຕໍ່ໄປ). ສີ່ຢ່າງ ເຫຼົ່າໃດໜໍ ?

(໑) ພິກຂຸ ທ. ! ຕະຖາຄົຕມີມາຣະຍາດທາງກາຍບໍຣິສຸດສະອາດ, ກາຢະທຸຈະຣິຕ ທີ່ຕະຖາຄົຕຕ້ອງຮັກສາ (ຄືປິດບັງ) ວ່າ “ໃຜໆ ອື່ນ ຢ່າລ່ວງຮູ້ເຖິງກາຢະທຸຈະຣິຕຂໍ້ນີ້ຂອງເຮົາ” ດັ່ງນີ້ ຍ່ອມບໍ່ມີແກ່ ຕະຖາຄົຕ.

(໒) ພິກຂຸ ທ. ! ຕະຖາຄົຕ ມີມາຣະຍາດທາງວາຈາ ບໍຣິສຸດສະອາດ, ວະຈີ ທຸຈະຣິຕທີ່ຕະຖາຄົຕຕ້ອງຮັກສາ ວ່າ “ໃຜໆ ອື່ນ ຢ່າລ່ວງຮູ້ເຖິງວະຈີທຸຈະຣິຕຂໍ້ນີ້ຂອງເຮົາ” ດັ່ງນີ້ ຍ່ອມບໍ່ມີແກ່ ຕະຖາຄົຕ.

(໓) ພິກຂຸ ທ. ! ຕະຖາຄົຕ ມີມາຣະຍາດທາງໃຈ ບໍຣິສຸດສະອາດ, ມະໂນທຸຈະຣິຕທີ່ຕະຖາຄົຕຕ້ອງຮັກສາ ວ່າ “ໃຜໆ ອື່ນ ຢ່າລ່ວງຮູ້ເຖິງມະໂນທຸຈະຣິຕຂໍ້ນີ້ຂອງເຮົາ” ດັ່ງນີ້ ຍ່ອມບໍ່ມີແກ່ ຕະຖາຄົຕ.

(໔) ພິກຂຸ ທ. ! ຕະຖາຄົຕ ມີການລ້ຽງຊີບ ບໍຣິສຸດສະອາດ, ມິດສາຊີບ ທີ່ຕະຖາຄົຕຕ້ອງຮັກສາ ວ່າ “ໃຜໆ ອື່ນ ຢ່າລ່ວງຮູ້ເຖິງມິດສາຊີບຂໍ້ນີ້ຂອງເຮົາ” ດັ່ງນີ້ ຍ່ອມບໍ່ມີແກ່ ຕະຖາຄົຕເລີຍ.

໑. ບາລີ ສັຕຕກ. ອັງ. ໒໓/໘໔/໕໕.

໑໗໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ທົງສະຫຼາດໃນເລື່ອງຊຶ່ງພົ້ນວິໄສໂລກ ໑

ພິກຂຸ ທ. ! ເຮົາແລ ເປັນຜູ້ສະຫຼາດໃນເລື່ອງ ໂລກນີ້ ສະລາດໃນເລື່ອງ ໂລກອື່ນ, ເປັນຜູ້ສະຫຼາດຕໍ່ວັຕຕະອັນເປັນທີ່ຢູ່ຂອງມາຣ ສະຫຼາດຕໍ່ ວິວັຕຕະອັນບໍ່ເປັນທີ່ຢູ່ຂອງມາຣ, ເປັນຜູ້ສະຫຼາດຕໍ່ວັຕຕະອັນເປັນທີ່ຢູ່ຂອງມະຣຶຕະຢູ ສະຫຼາດຕໍ່ ວິວັຕຕະອັນບໍ່ເປັນທີ່ຢູ່ຂອງມະຣຶຕະຢູ, ຊົນເຫຼົ່າໃດຖືວ່າເລື່ອງນີ້ຄວນຟັງຄວນເຊື່ອ ຂໍ້ນັ້ນ ຈະເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ແກ່ຊົນທັງຫຼາຍເຫຼົ່ານັ້ນຊົ່ວສິ້ນກາລະນານ.

ທັງໂລກນີ້ແລະໂລກອື່ນ ຕະຖາຄົຕຜູ້ຊາບດີຢູ່ ໄດ້ປະກາດໄວ້ແຈ່ມແຈ້ງແລ້ວ

ທັງຖິ່ນທີ່ມາຣໄປບໍ່ເຖິງ ແລະຖິ່ນທີ່ມະຣຶຕະຢູໄປບໍ່ເຖິງ ຕະຖາຄົຕຜູ້ຮູ້ແຈ້ງເຂົ້າໃຈແຈ້ງ

ໄດ້ປະກາດໄວ້ແຈ່ມແຈ້ງແລ້ວ ເພາະຄວາມຮູ້ໂລກທັງປວງ. ປະຕູນະຄອນ

ແຫ່ງຄວາມບໍ່ຕາຍ ຕະຖາຄົຕເປີດໂລ່ງໄວ້ແລ້ວ ເພື່ອສັຕທັງຫຼາຍ

ເຂົ້າເຖິງຖິ່ນອັນກະເສມ. ກະແສແຫ່ງມາຣຜູ້ມີບາບ ຕະຖາຄົຕປິດກັ້ນເສຍແລ້ວ

ກໍາຈັດເສຍແລ້ວ ເຮັດໃຫ້ໝົດພິດສົງແລ້ວ. ພິກຂຸ ທ. ! ເຈົ້າທັງຫຼາຍ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ