ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ມານົບ ! ສັຕທັງຫລາຍມີກັມເປັນຂອງຕົນ ເປັນທາຍາດ ແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈໍາແນກສັດໃຫ້ຕໍ່າຊາມແລະປານີດໄດ້.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໖໐
ມັນລິກາສູຕ
ສະບັບຫລວງ ໒໑/໑໙໒/໑໙໗.
ສະໄໝໜຶ່ງ ພຣະຜູ້ມີພຣະພາກ ປະທັບຢູ່ ນະພຣະວິຫາຣເຊຕະວັນອາຣາມຂອງທ່ານອານາຖະບິນດິກະເສດຖີ ໃກ້ພຣະນະຄອນສາວັດຖີ ຄັ້ງນັ້ນແລ ພຣະນາງມັນລິກາເເທວີ ສະເດັດເຂົ້າໄປເຜົ້າພຣະຜູ້ມມີພຣະພາກເຖິງທີ່ປະທັບ ຊົງຖະວາຍອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມ ພຣະຜູ້ມີພຣະພາກວ່າ :
ຂ້າແຕ່ພຣະອົງຜູ້ຈະເຣີນ ອັນໃດໜໍເປັນເຫດເປັນປັດຈັຍໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີຜິວພັນຂີ້ຮ້າຍ ຮູບຂີ້ເລ່ ບໍ່ໜ້າເບິ່ງຍາກຈົນ ຂາດເຂີນສັບສົມບັດ ແລະມີສັກດາຕໍ່າ
ຂ້າແຕ່ພຣະອົງຜູ້ຈະເຣີນ ອັນໃດເປັນເຫດເປັນປັດຈັຍໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີຜິວພັນຂີ້ຮ້າຍ ຮູບຂີ້ເລ່ ບໍ່ໜ້າເບິ່ງ ແຕ່ເປັນຄົນຮັ່ງມີ ໂພຄະສົມບັດຫລາຍ ແລະສັກດາສູງ
ຂ້າແຕ່ພຣະອົງຜູ້ຈະເຣີນ ອັນໃດໜໍເປັນເຫດເປັນປັດຈັຍ ໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີຮູບຮ່າງງາມ ໜ້າເບິ່ງໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນອັນງົດງາມຢ່າງຍິ່ງ ແຕ່ເປັນຄົນຍາກຈົນ ຂາດເຂີນຊັບສົມບັດ ແລະສັກດາຕໍ່າ
ຂ້າແຕ່ພຣະອົງຜູ້ຈະເຣີນ ອັນໃດໜໍເປັນເຫດເປັນປັດຈັຍ ໃຫ້ມາຕຸຄາມບາງຄົນໃນໂລກນີ້ ມີຮູບຮ່າງງາມ ໜ້າເບິ່ງໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນອັນງົດງາມຢ່າງຍິ່ງ ແຕ່ເປັນຄົນຍາກຈົນ ຂາດເຂີນຊັບສົມບັດ ແລະສັກດາສູງ. ພຣະຜູ້ມີພຣະພາກຕຣັດວ່າ :
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ດູຣາພະນາງມັນລິກາ ! ມາຕຸຄາມບາງຄົນໃນໂລກນີ້ ເປັນຜູ້ມັກໂກດ ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກເວົ້າວ່າແມ່ນພຽງເລັກນ້ອຍກໍຄັດເຄືອງ ສູນຄຽດກະຟຶດກະຟັດ ແຂງກະດ້າງ ສະແດງຄວາມໂກດ ຄັດເຄືອງ ແລະຄວາມບໍ່ພໍໃຈໃຫ້ປາກົດ ທັງເປັນຜູ້ບໍ່ໃຫ້ທານ ຄືເຂົ້າ ນໍ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟແກ່ສະມະນະຫລືພຣາມ ແລະເປັນຄົນມີໃຈອິດສາຣິສະຍາ ໃນລາບ ສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ແລະການບູຊາຂອງຜູ້ອື່ນ ຂວາງກັ້ນຕັດຮອນ ຜູກຄວາມອິດສາຣິສະຍາ ຖ້າມາຕຸຄາມນັ້ນຈຸຕິຈາກອັຕຕະພາບນັ້ນ ມາສູ່ຄວາມເປັນເຊັ່ນນີ້ ກັບມາເກີດໃນຊາຕໃດໆ ຍ່ອມເປັນຜູ້ມີຜິວພັນຂີ້ຮ້າຍ ຮູບຂີ້ເລ່ ບໍ່ໜ້າເບິ່ງ ທັງເປັນຄົນຍາກຈົນ ຂາດເຂີນຊັບສົມບັດ ແລະສັກດາຕໍ່າ.
ດູຣາພະນາງມັນລິກາ ! ມາຕຸຄາມບາງຄົນໃນໂລກນີ້ ເປັນຜູ້ມັກໂກດ ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກເວົ້າວ່າແມ່ນພຽງເລັກນ້ອຍ ກໍຄັດເຄືອງ ສູນຄຽດກະຟຶດກະຟັດ ແຂງກະດ້າງ ສະແດງຄວາມໂກດ ຄັດເຄືອງ ແລະຄວາມບໍ່ພໍໃຈໃຫ້ປາກົດ ແຕ່ເປັນຜູ້ໃຫ້ທານ ຄືເຂົ້າ ນໍ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ແລະປະທີບໂຄມໄຟແກ່ສະມະນະ ຫລືພຣາມ ແຕ່ເປັນຄົນບໍ່ມີໃຈອິດສາຣິດສະຍາໃນລາບ ສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຜູ້ອື່ນ ບໍ່ຂວາງກັ້ນ ບໍ່ຕັດຮອນ ບໍ່ຜູກຄວາມອິດສາຣິດສະຍາ ມາຕຸຄາມນັ້ນຈຸຕິຈາກອັຕຕະພາບນັ້ນ ມາສູ່ຄວາມເປັນເຊັ່ນນີ້ ກັບມາເກີດໃນຊາຕໃດໆ ຍ່ອມເປັນຜູ້ມີຜິວພັນຂີ້ຮ້າຍ ຮູບຂີ້ເລ່ ບໍ່ໜ້າເບິ່ງ ແຕ່ເປັນຄົນຮັ່ງມີ ມີຊັບຫລາຍ ມີໂພຄະສົມບັດຫລາຍ ແລະສັກດາສູງ.
ດູຣາພະນາງມັນລິກາ ! ມາຕຸຄາມບາງຄົນໃນໂລກນີ້ ບໍ່ເປັນຜູ້ມັກໂກດ ບໍ່ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກເວົ້າວ່າຫຼາຍ ກໍບໍ່ຄັດເຄືອງ ບໍ່ສູນຄຽດ ບໍ່ກະຟຶດກະຟັດ ບໍ່ແຂງກະດ້າງ ບໍ່ສະແດງຄວາມໂກດ ຄວາມຄັດເຄືອງ ແລະຄວາມບໍ່ພໍໃຈໃຫ້ປາກົດ ແຕ່ເປັນຜູ້ບໍ່ໃຫ້ທານ ຄືເຂົ້າ ນໍ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟແກ່ສະມະນະຫລືພຣາມ ແລະເປັນຜູ້ມີໃຈອິດສາຣິດສະຍາໃນລາບ ສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ແລະການບູຊາຂອງຜູ້ອື່ນ ຂວາງກັ້ນ ຕັດຮອນ ຜູກຄວາມອິດສາຣິດສະຍາ ຖ້າມາຕຸຄາມນັ້ນຈຸຕິຈາກອັຕຕະພາບນັ້ນ ມາສູ່ຄວາມເປັນເຊັ່ນນີ້








