ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມບໍ່ເປັນຜູ້ເຂົ້າໄປຫາ ສະມະນະຫລືພຣາມແລ້ວສອບຖາມວ່າ ອັນໃດເປັນກຸສົລ, ອັນໃດເປັນອະກຸສົລ, ອັນໃດມີໂທດ, ອັນໃດຫາໂທດບໍ່ໄດ້, ອັນໃດຄວນເສບ, ອັນໃດບໍ່ຄວນເສບ, ອັນໃດເມື່ອເຮັດແລ້ວ ຍ່ອມບໍ່ເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ, ອັນໃດເມື່ອເຮັດແລ້ວ ຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ, ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນີບາດ ນະຣົກ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫລັງ ຈະເປັນຄົນທີ່ມີປັນຍາຕໍ່າຊາມ.
ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນທີ່ມີປັນຍາຕໍ່າຊາມນີ້ ຄື : ບໍ່ເປັນຜູ້ເຂົ້າໄປຫາ ສະມະນະຫລືພຣາມແລ້ວສອບຖາມວ່າ ອັນໃດເປັນກຸສົລ, ອັນໃດເປັນອະກຸສົລ, ອັນໃດມີໂທດ, ອັນໃດຫາໂທດບໍ່ໄດ້, ອັນໃດຄວນເສບ, ອັນໃດບໍ່ຄວນເສບ, ອັນໃດເມື່ອເຮັດແລ້ວ ຍ່ອມບໍ່ເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ, ອັນໃດເມື່ອເຮັດແລ້ວ ຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຍ່ອມເປັນຜູ້ເຂົ້າໄປຫາ ສະມະນະຫລືພຣາມແລ້ວສອບຖາມວ່າ ອັນໃດເປັນກຸສົລ, ອັນໃດເປັນອະກຸສົລ, ອັນໃດມີໂທດ, ອັນໃດຫາໂທດບໍ່ໄດ້, ອັນໃດຄວນເສບ, ອັນໃດບໍ່ຄວນເສບ, ອັນໃດເມື່ອເຮັດແລ້ວ ຍ່ອມບໍ່ເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ, ອັນໃດເມື່ອເຮັດແລ້ວ ຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ, ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດນະທີ່ໃດໆ ໃນພາຍຫລັງ ຈະເປັນຄົນທີ່ມີປັນຍາຫລາຍ.
ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນທີ່ມີປັນຍາຫລາຍນີ້ ຄື : ຍ່ອມເປັນຜູ້ເຂົ້າໄປຫາ ສະມະນະຫລືພຣາມແລ້ວສອບຖາມວ່າ ອັນໃດເປັນກຸສົລ, ອັນໃດເປັນອະກຸສົລ, ອັນໃດມີໂທດ, ອັນໃດຫາໂທດບໍ່ໄດ້, ອັນໃດຄວນເສບ, ອັນໃດບໍ່ຄວນເສບ, ອັນໃດເມື່ອເຮັດແລ້ວ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ, ອັນໃດເມື່ອເຮັດແລ້ວຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ມານົບ ! ດ້ວຍປະການດັ່ງນີ້ແລ
ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນ ຍ່ອມນໍາມາຊຶ່ງຄວາມມີອາຍຸສັ້ນ
ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນ ຍ່ອມນໍາມາຊຶ່ງຄວາມມີອາຍຸຍືນ
ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາພະຍາດຫລາຍ ຍ່ອມນໍາມາຊຶ່ງຄວາມມີໂຣຄາພະຍາດຫລາຍ
ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາພະຍາດໜ້ອຍ
ຍ່ອມນໍາມາຊຶ່ງຄວາມມີໂຣຄາພະຍາດໜ້ອຍ
ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວຂີ້ຮ້າຍ ຍ່ອມນໍາມາຊຶ່ງຄວາມມີຜິວພັນຂີ້ຮ້າຍ
ປະຕິປະທາທີ່ເປັນໄປເພື່ອຄວາມເປັນຜູ້ໜ້າເຫຼື້ອມໃສ ຍ່ອມນໍາມາຊຶ່ງຄວາມເປັນຜູ້ໜ້າເຫຼື້ອມໃສ
ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາໜ້ອຍ ຍ່ອມນໍາມາຊຶ່ງຄວາມມີສັກດາໜ້ອຍ
ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາຫລາຍ ຍ່ອມນໍາມາຊຶ່ງຄວາມມີສັກດາຫລາຍ
ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະໜ້ອຍ ຍ່ອມນໍາມາຊຶ່ງຄວາມມີໂພຄະໜ້ອຍ
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫລາຍ ຍ່ອມນໍາມາຊຶ່ງຄວາມມີໂພຄະຫລາຍ
ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນຕະກູນຕໍ່າ ຍ່ອມນໍາມາຊຶ່ງຄວາມເກີດໃນຕະກູນຕໍ່າ
ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນຕະກູນສູງ ຍ່ອມນໍາມາຊຶ່ງຄວາມເກີດໃນຕະກູນສູງ
ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕໍ່າຊາມ ຍ່ອມນໍາມາຊຶ່ງຄວາມມີປັນຍາຕໍ່າຊາມ
ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫລາຍ ຍ່ອມນໍາມາຊຶ່ງຄວາມມີປັນຍາຫລາຍ.








