ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຍ່ອມບໍ່ເປັນຜູ້ໃຫ້ເຂົ້າ ນໍ້າ ຜ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງປະທີບໂຄມໄຟ ແກ່ສະມະນະຫລືພຣາມ ເພາະກັມນັ້ນອັນເຂົາໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນີບາດ ນະຣົກ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນທີ່ມີໂພຄະໜ້ອຍ.

ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນທີ່ມີໂພຄະໜ້ອຍນີ້ ຄື : ບໍ່ເປັນຜູ້ໃຫ້ເຂົ້າ ນໍ້າ ຜ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງປະທີບໂຄມໄຟ ແກ່ສະມະນະຫລືພຣາມ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຍ່ອມເປັນຜູ້ໃຫ້ເຂົ້າ ນໍ້າ ຜ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງປະທີບໂຄມໄຟ ແກ່ສະມະນະຫລືພຣາມ ເພາະກັມນັ້ນອັນເຂົາໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນທີ່ມີໂພຄະຫລາຍ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນທີ່ມີໂພຄະຫຼາຍນີ້ ຄື ຍ່ອມເປັນຜູ້ໃຫ້ເຂົ້າ ນໍ້າ ຜ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງປະທີບໂຄມໄຟ ແກ່ສະມະນະຫລືພຣາມ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຄົນແຂງກະດ້າງ ຈອງຫອງ ຍ່ອມບໍ່ຂາບໄຫວ້ຄົນທີ່ຄວນຂາບໄຫວ້, ບໍ່ລຸກຮັບຄົນທີ່ຄວນລຸກຮັບ, ບໍ່ໃຫ້ອາສະນະແກ່ຄົນທີ່ຄວນໃຫ້ອາສະນະ, ບໍ່ໃຫ້ທາງແກ່ຄົນທີ່ຄວນໃຫ້ທາງ, ບໍ່ສັກກາຣະຄົນທີ່ຄວນສັກກາຣະ, ບໍ່ເຄົາຣົບຄົນທີ່ຄວນເຄົາຣົບ, ບໍ່ນັບຖືຄົນທີ່ຄວນນັບຖື, ບໍ່ບູຊາຄົນທີ່ຄວນບູຊາ ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນີບາດ ນະຣົກ ຖ້າມາເປັນມະນຸດ ເກີດນະທີ່ໃດໆ ໃນພາຍຫລັງ ຈະເປັນຄົນທີ່ເກີດໃນຕະກູນຕໍ່າ.

ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນທີ່ເກີດໃນຕະກູນຕໍ່ານີ້ ຄື : ເປັນຄົນແຂງກະດ້າງ ຈອງຫອງ ຍ່ອມບໍ່ຂາບໄຫວ້ຄົນທີ່ຄວນຂາບໄຫວ້, ບໍ່ລຸກຮັບຄົນທີ່ຄວນລຸກຮັບ, ບໍ່ໃຫ້ອາສະນະແກ່ຄົນທີ່ຄວນໃຫ້ອາສະນະ,

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບໍ່ໃຫ້ທາງແກ່ຄົນທີ່ຄວນໃຫ້ທາງ, ບໍ່ສັກກາຣະຄົນທີ່ຄວນສັກກາຣະ, ບໍ່ເຄົາຣົບຄົນທີ່ຄວນເຄົາຣົບ, ບໍ່ນັບຖືຄົນທີ່ຄວນນັບຖື, ບໍ່ບູຊາຄົນທີ່ຄວນບູຊາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຄົນບໍ່ແຂງກະດ້າງ ບໍ່ຈອງຫອງ ຍ່ອມຂາບໄຫວ້ຄົນທີ່ຄວນຂາບໄຫວ້, ລຸກຮັບຄົນທີ່ຄວນລຸກຮັບ, ໃຫ້ອາສະນະແກ່ຄົນທີ່ຄວນໃຫ້ອາສະນະ, ໃຫ້ທາງແກ່ຄົນທີ່ຄວນໃຫ້ທາງ, ສັກກາຣະຄົນທີ່ຄວນສັກກາຣະ, ເຄົາຣົບຄົນທີ່ຄວນເຄົາຣົບ, ນັບຖືຄົນທີ່ຄວນນັບຖື, ບູຊາຄົນທີ່ຄວນບູຊາ ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫລັງ ຈະເປັນຄົນເກີດໃນຕະກູນທີ່ສູງ.

ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມເປັນຄົນເກີດໃນຕະກູນທີ່ສູງນີ້ ຄື : ເປັນຄົນບໍ່ແຂງກະດ້າງ ບໍ່ຈອງຫອງ ຍ່ອມຂາບໄຫວ້ຄົນທີ່ຄວນຂາບໄຫວ້, ລຸກຮັບຄົນທີ່ຄວນລຸກຮັບ, ໃຫ້ອາສະນະແກ່ຄົນທີ່ຄວນໃຫ້ອາສະນະ, ໃຫ້ທາງແກ່ຄົນທີ່ຄວນໃຫ້ທາງ, ສັກກາຣະຄົນທີ່ຄວນສັກກາຣະ, ເຄົາຣົບຄົນທີ່ຄວນເຄົາຣົບ, ນັບຖືຄົນທີ່ຄວນນັບຖື, ບູຊາຄົນທີ່ຄວນບູຊາ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ