ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ຫລື ຕະກູນຖອກຂີ້ເຫຍື່ອ ຊຶ່ງເປັນຄົນຍາກຈົນ ມີເຂົ້າແລະນໍ້າໜ້ອຍ ເປັນຜູ້ຝືດເຄືອງ ມີອາຫານແລະເຄື່ອງນຸ່ງຫົ່ມຫາໄດ້ໂດຍຍາກ ເຂົ້າເປັນຜູ້ມີຜິວພັນຂີ້ຮ້າຍ ບໍ່ໜ້າເບິ່ງ ຕໍ່າເຕ້ຍຕຸກປຸກ ຂີ້ໂຣຄ ຕາບອດ ເປັນງ່ອຍພິການ ມີໂຕຕະແຄງໄປທາງຂ້າງ ບໍໍ່ຄ່ອຍຈະມີເຂົ້າ ນໍ້າ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ບ່ອນນອນ ບ່ອນຢູ່ອາໄສ ແລະປະທີບໂຄມໄຟ ເຖິງແມ່ນດັ່ງນັ້ນ ເຂົາກໍປະພຶດສຸຈະຣິຕດ້ວຍກາຍ ວາຈາ ໃຈ ຄັນເຂົາປະພຶດສຸຈະຣິຕດ້ວຍກາຍ ວາຈາ ໃຈ ແລ້ວ ເມື່ອຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

ມະຫາຣາຊ ! ບຸຣຸດຍ່ອມຂຶ້ນຈາກແຜ່ນດິນສູ່ບັນລັງ ຫຼືຍ່ອມຂຶ້ນຈາກບັນລັງສູ່ຫລັງມ້າ ຫຼື ຍ່ອມຂຶ້ນຈາກຫລັງມ້າສູ່ຄໍຊ້າງ ຫລືຍ່ອມຂຶ້ນຈາກຄໍຊ້າງສູ່ຜາສາດ ແມ່ນວ່ານີ້ເຊັ່ນໃດ. ມະຫາຣາຊ ! ຕະຖາຄົຕຍ່ອມກ່າວ່າບຸຣຸດນັ້ນ ມີອຸປະໄມເຊັ່ນນັ້ນ.

ມະຫາຣາຊ ! ເຊັ່ນນີ້ແລ ບຸກຄົນຊື່ວ່າເປັນຜູ້ມືດມາແລ້ວ ສະຫວ່າງຕໍ່ໄປ.

ມະຫາຣາຊ ! ກໍແນວໃດ ບຸກຄົນຊື່ວ່າ ເປັນຜູ້ສະຫວ່າງມາແລ້ວ ມືດຕໍ່ໄປ ?

ມະຫາຣາຊ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫລັງໃນຕະກູນສູງ ຄື ໃນຕະກູນຂັຕຕິຍະມະຫາສານ

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ຕະກູນພຣາມມະຫາສານ ຫລືຕະກູນຄະຫະບໍດີມະຫາສານ ອັນອຸດົມຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ມີຄໍາແລະເງິນພໍໂຕ ມີອຸປະກອນແຫ່ງຊັບພໍໂຕ ມີຊັບແລະເຂົ້າເປືອກພໍໂຕ ເຂົາມີຮູບຮ່າງງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຄວາມຈົບງາມແຫ່ງຜິວພັນຢ່າງຍິ່ງ ຮັ່ງມີດ້ວຍເຂົ້າດ້ວຍນໍ້າ ເຄື່ຶອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ບ່ອນນອນ ບ່ອນຢູ່ອາໄສ ແລະປະທີບໂຄມໄຟ ແຕ່ເຂົາກັບປະພຶດທຸຈະຣິຕດ້ວຍກາຍ ວາຈາ ໃຈ ຄັນເຂົາປະພຶດທຸຈະຣິຕດ້ວຍກາຍ ວາຈາ ໃຈ ແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.

ມະຫາຣາຊ ! ບຸຣຸດລົງຈາກຜາສາດສູ່ຄໍຊ້າງ ຫຼືລົງຈາກຄໍຊ້າງສູ່ຫລັງມ້າ ຫຼືລົງຈາຫລັງມ້າສູ່ບັນລັງ ຫຼືລົງຈາກບັນລັງສູ່ພື້ນດິນ ຫຼືລົງຈາກພື້ນດິນໄປສູ່ບ່ອນມືດ ແມ່ນວ່ານີ້ເຊັ່ນໃດ.

ມະຫາຣາຊ ! ເຊັ່ນນີ້ແລ ບຸກຄົນຊື່ວ່າ ເປັນຜູ້ສະຫວ່າງມາແລ້ວ ກັບມືດຕໍ່ໄປ.

ມະຫາຣາຊ ! ກໍບຸກຄົນແນວໃດຊື່ວ່າ ເປັນຜູ້ສະຫວ່າງມາແລ້ວ ຍັງສະຫວ່າງຕໍ່ໄປ ?

ມະຫາຣາຊ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫລັງໃນຕະກູນສູງ ຄື ໃນຕະກູນຂັຕຕິຍະມະຫາສານ

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ຕະກູນພຣາມມະຫາສານ ຫລືຕະກູນຄະຫະບໍດີມະຫາສານ ອັນອຸດົມຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ມີຄໍາແລະເງິນພໍໂຕ ມີອຸປະກອນແຫ່ງຊັບພໍໂຕ ມີຊັບແລະເຂົ້າເປືອກພໍໂຕ ເຂົາມີຮູບຮ່າງງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຄວາມຈົບງາມແຫ່ງຜິວພັນຢ່າງຍິ່ງ ຮັ່ງມີດ້ວຍເຂົ້າດ້ວຍນໍ້າ ເຄື່ຶງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ບ່ອນນອນ ບ່ອນຢູ່ອາໃສ ແລະປະທີບໂຄມໄຟ ເຂົາຍ່ອມປະພຶດສຸຈະຣິຕດ້ວຍກາຍ ວາຈາ ໃຈ ຄັນເຂົາປະພຶດສຸຈະຣິຕດ້ວຍກາຍ ວາຈາ ໃຈແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

ມະຫາຣາຊ ! ບຸຣຸດຍ່ອມກ້າວໄປດ້ວຍດີຈາກບັນລັງສູ່ບັນລັງ ຫລືຍ່ອມກ້າວໄປດ້ວຍດີຈາກຫລັງມ້າສູ່ຫລັງມ້າ ຫລືເພິ່ງກ້າວໄປດ້ວຍດີຈາກຄໍຊ້າງສູ່ຄໍຊ້າງ ຫລືຍ່ອມກ້າວໄປດ້ວຍດີຈາກຜາສາດສູ່ຜາສາດ ແມ່ນວ່ານີ້ເຊັ່ນໃດ. ມະຫາຣາຊ ! ຕະຖາຄົຕຍ່ອມກ່າວວ່າບຸກຄົນນີ້ ມີອຸປະໄມເຊັ່ນນັ້ນ.

ມະຫາຣາຊ ! ເຊັ່ນນີ້ແລ ບຸກຄົນຊື່ວ່າ ເປັນຜູ້ສະຫວ່າງແລ້ວ ຍັງສະຫວ່າງຕໍ່ໄປ.

ມະຫາຣາຊ ! ບຸກຄົນ ໔ ຈໍາພວກນີ້ແລ ມີປາກົດຢູ່ໃນໂລກ ດັ່ງນີ້.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໕໕

ອັນໃດຄືກັມເກົ່າແລະກັມໃໝ່

ສະບັບຫລວງ ໑໘/໑໖໖/໒໒໗-໒໓໑.

ພິກຂຸທັງຫລາຍ ! ເຮົາຈະສະແດງຊຶ່ງກັມທັງຫລາຍ ທັງກັມໃໝ່ແລະເກົ່າ (ນະວະປຸຣານະກັມມະ) ກັມມະນິໂຣດ ແລະ ກັມມະນິໂຣທຄາມິນີປະຕິປະທາ. ...

ພິກຂຸທັງຫລາຍ ! ກັມເກົ່າ (ປຸຣານະກັມມະ) ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ