ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍເທວະດາ ຢູ່ຮ່ວມກັບຍິງຜີນັ້ນ ເປັນແນວໃດໜໍ ?
ສາມີໃນໂລກນີ້ ເປັນຜູ້ງົດເວັ້ນຈາກການຂ້າສັດ ຈາກການລັກຊັບ ຈາກການປະພຶດຜິດໃນກາມ ຈາກການເວົ້າຕົວະຈາກການດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ມີສີລ ມີກັນລະຍານະທັມ ມີໃຈປາສະຈາກ ມົນທິນຄືຄວາມຂີ້ຖີ່ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ; ສ່ວນພັນຣະຍາຂອງເຂົາ ເປັນຜູ້ມັກຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນທຸສີລ ມີບາບທັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງໍາ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ຊາຍເທວະດາ ຢູ່ຮ່ວມກັບຍິງຜີ ເປັນເຊັ່ນນີ້ແລ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍເທວະດາ ຢູ່ຮ່ວມກັບຍິງເທວະດານັ້ນ ເປັນແນວໃດໜໍ ?
ສາມີໃນໂລກນີ້ ເປັນຜູ້ງົດເວັ້ນຈາກການຂ້າສັດ ຈາກການລັກຊັບ ຈາກການປະພຶດຜິດໃນກາມ ຈາກການເວົ້າຕົວະ
ຈາກການດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ມີສີລ ມີກັນລະຍານະທັມ ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ແລະພັນຣະຍາຂອງເຂົາ ກໍເປັນຜູ້ງົດເວັ້ນຈາກການຂ້າສັດ ຈາກການລັກຊັບ ຈາກການປະພຶດຜິດໃນກາມ ຈາກການເວົ້າຕົວະ ຈາກການດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ມີສີລ ມີກັນລະຍານະທັມ ມີໃຈປາສະຈາກມົນທິນ ຄືຄວາມຂີ້ຖີ່ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ຊາຍເທວະດາ ຢູ່ຮ່ວມກັບຍິງເທວະດາ ເປັນເຊັ່ນນີ້ແລ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ການຢູ່ຮ່ວມກັນ ໔ ປະການ ເປັນເຊັ່ນນີ້ແລ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ພາກທີ ໔
ຫລັກໃນການໃຊ້ວາຈາ
ບົດທີ ໔໔
ຄຸນສົມບັດຂອງທູຕ
ສະບັບຫລວງ ໗/໒໐໑/໓໙໘
ພິກຂຸທັງຫລາຍ ! ພິກຂຸປະກອບດ້ວຍອົງຄ໌ ໘ ຄວນເຮັດໜ້າທີ່ທູຕ. ອົງຄ໌ ໘ ເປັນແນວໃດໜໍ ? ຄື ພິກຂຸໃນທັມວິນັຍນີ້ :
໑. ຮັບຟັງ ; ໔. ຊົງຈໍາ ;
໒. ໃຫ້ຜູ້ອື່ນຟັງ ; ໕. ເຂົ້າໃຈຄວາມ ;
໓. ກໍານົດ ; ໖. ໃຫ້ຜູ້ອື່ນເຂົ້າໃຈຄວາມ;
໗. ສະຫຼາດຕໍ່ສິ່ງທີ່ເປັນປະໂຫຍດແລະບໍ່ເປັນປະໂຫຍດ;
໘. ບໍ່ກໍ່ຄວາມຜິດຖຽງກັນ.
ພິກຂຸໃດ ທີ່ເຂົ້າໄປສູ່ບໍຣິສັດທີ່ເວົ້າຄໍາຫຍາບ ກໍບໍ່ສະທ້ານຫວັ່ນໄຫວ ບໍ່ຍັງຄໍາເວົ້າໃຫ້ເສຍ ບໍ່ປົກປິດຂ່າວສານ ເວົ້າຈົນໝົດຄວາມສົງໄສ ແລະຖືກຖາມກໍບໍ່ໂກດ.
ພິກຂຸຜູ້ເຊັ່ນນີ້ແລ ຍ່ອມຄວນເຮັດໜ້າທີ່ທູຕ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໔໕
ວາຈາທີ່ບໍ່ມີໂທດ
ສະບັບຫລວງ ໒໒/໒໗໑/໑໙໘
ພິກຂຸທັງຫລາຍ ! ວາຈາປະກອບດ້ວຍອົງ ໕ ປະການ ເປັນວາຈາສຸພາສິດ ບໍ່ແມ່ນວາຈາທຸບພາສິດ ເປັນວາຈາທີ່ບໍ່ມີໂທດ ແລະວິນຍູຊົນບໍ່ຕິຕຽນ.
ອົງ ໕ ປະການນັ້ນ ເປັນແນວໃດໜໍ ? ໕ ປະການຄື :-
໑. ກ່າວແລ້ວຄວນແກ່ເວລາ (ກາເລນະ ພາສິຕາ ໂຫຕິ).
໒. ກ່າວແລ້ວຕາມສັຈຈິງ (ສັຈຈະ ພາສິຕາ ໂຫຕິ).
໓. ກ່າວແລ້ວຢ່າງອ່ອນຫວານ (ສັນຫາ ພາສິຕາ ໂຫຕິ).
໔. ກ່າວແລ້ວຢ່າງປະກອບດ້ວຍປະໂຫຍດ
(ອັຕຖະສັນຫິຕາ ພາສິຕາ ໂຫຕິ).
໕. ກ່າວແລ້ວດ້ວຍເມດຕາຈິຕ
(ເມຕັຕຕະຈັຕເຕນະ ພາສິຕາ ໂຫຕິ).
ພິກຂຸທັງຫລາຍ ! ວາຈາປະກອບດ້ວຍອົງ ໕ ປະການເຫຼົ່ານີ້ແລ ເປັນວາຈາສຸພາສິດ ບໍ່ແມ່ນວາຈາທຸບພາສິດ ເປັນວາຈາທີ່ບໍ່ມີໂທດ ແລະວິນຍູຊົນບໍ່ຕິຕຽນ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໔໖
ວາຈາຂອງອະສັຕຕະບຸຣຸດ
ສະບັບຫລວງ ໒໑/໑໐໐/໗໓
ພິກຂຸທັງຫລາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເປັນທີ່ຮູ້ຈັກກັນວ່າເປັນ ອະສັຕຕະບຸຣຸດ.
ທັມ ໔ ປະການນັ້ນ ເປັນແນວໃດໜໍ ? ໔ ປະການຄື :-








