ທານ
ໜ້າ/ 70
ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍໄດ້ ທຽບຄຽງເຂົ້າໃນວິນັຍກໍໄດ້ ຈົ່ງແນ່ໃຈວ່າ “ນີ້ເປັນຄຳສອນຂອງພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນແທ້ແນ່ນອນ. ແລະພິກຂຸອົງຄ໌ນັ້ນຈື່ຈຳມາຢ່າງດີແລ້ວ” ພວກເຈົ້າຈົ່ງຈໍາມະຫາປະເທສ....ນີ້ໄວ້...
- ບາລີ ມຫາ. ທີ. ໑໐/໑໔໔/໑໑໓ - ໖.
ອານົນທ໌ ! ຄວາມຄິດອາດມີແກ່ພວກເຈົ້າຢ່າງນີ້ວ່າ ທັມວິນັຍຂອງພວກເຮົາ ມີພຣະສາສດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພຣະສາສດາ ດັ່ງນີ້ ອານົນທ໌ ! ຂໍ້ນີ້ພວກເຈົ້າຢ່າຄິດຢ່າງນັ້ນ ອານົນທ໌ ! ທັມກໍດີ ວິນັຍກໍດີ ທີ່ເຮົາສະແດງແລ້ວ ບັນຍັຕແລ້ວ ແກ່ພວກເຈົ້າທັງຫຼາຍ ທັມວິນັຍນັ້ນ ຈັກເປັນສາສດາຂອງພວກເຈົ້າທັງຫຼາຍ ໂດຍກາລລ່ວງລັບໄປແຫ່ງເຮົາ.
ອານົນທ໌ ! ໃນກາລບັດນີ້ກໍດີ ໃນກາລລ່ວງລັບໄປແຫ່ງເຮົາກໍດີ ໃຜກໍຕາມຈັກຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່ ອານົນທ໌ ! ພິກຂຸພວກໃດເປັນຜູ້ໄຝ່ໃນສິກຂາ ພິກຂຸພວກນັ້ນຈັກເປັນຜູ້ຢູ່ໃນຖານະອັນເລີດທີ່ສຸດແລ.
ອານົນທ໌ ! ຄວາມຂາດສູນແຫ່ງກັລລະຍານະວັຕນີ້ ມີໃນຍຸກແຫ່ງບຸຣຸສໃດ ບຸຣຸສນັ້ນຊື່ວ່າ ເປັນບຸຣຸສຄົນສຸດທ້າຍແຫ່ງບຸຣຸສທັງຫຼາຍ.... ເຮົາຂໍກ່າວຢໍ້າກັບພວກເຈົ້າວ່າ.... ພວກເຈົ້າທັງຫຼາຍຢ່າເປັນບຸຣຸສຄົນສຸດທ້າຍຂອງເຮົາເລີຍ.
- ບາລີ ມຫາ. ທີ. ໑໐/໑໗໘/໑໔໑.
- ບາລີ ມ. ມ. ໑໓/໔໒໗/໔໖໓.
- ບາລີ ມຫາວາຣ. ສັງ. ໑໙/໒໑໗/໗໔໐.
ບຸກຄົນໃຫ້ອາຫາຣຊື່ວ່າໃຫ້ກຳລັງ
ໃຫ້ຜ້າແພຊື່ວ່າໃຫ້ວັນນະ
ໃຫ້ຍານພາຫະນະຊື່ວ່າໃຫ້ຄວາມສຸຂ
ໃຫ້ປະທີບໂຄມໄຟຊື່ວ່າໃຫ້ຈັກຂຸ
ແລະຜູ້ທີ່ໃຫ້ທີ່ຢູ່ອາໄສຊື່ວ່າໃຫ້ທຸກສິ່ງທຸກຢ່າງ
ສ່ວນຜູ້ທີ່ພໍ່າສອນທັມຊື່ວ່າໃຫ້ອະມະຕະ.
- ບາລີ ສຄາຖ. ສັງ. ໑໕/໔໔/໑໓໘.
ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ ທັມ ໔ ປະການເປັນແນວໃດ ຄື
(໑) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະພຸດທະເຈົ້າ
(໒) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະທັມ
(໓) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະສົງຄ໌
(໔) ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ.
ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍ
ທັມ ໔ ປະການເຫຼົ່ານີ້ແລ
ຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕໍ່າເປັນທຳມະດາ
ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.
- ບາລີ ມຫາວາຣ. ສັງ. ໑໙/໔໔໐/໑໔໕໑.








