ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ເປັນຄຳຂອງຕະຖາຄົຕ (ຕະຖາຄະຕະພາສິຕາ) ເປັນຂໍ້ຄວາມເລິກ (ຄັມພີຣາ) ມີຄວາມໝາຍເລິກເຊິ່ງ (ຄັມພີຣັຕຖາ) ເປັນຊັ້ນໂລກຸຕຕະຣະ (ໂລກຸຕຕະຣາ) ວ່າສະເພາະດ້ວຍເລື່ອງສຸນຍະຕາ (ສຸນຍະຕະປະຕິສັງຢຸຕຕາ) ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ. ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່

ເຂົາຍ່ອມຟັງດ້ວຍດີ ງ່ຽງຫູຟັງ ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາຮໍ່າຮຽນທັມທີ່ນັກກະວີແຕ່ງໃໝ່ນັ້ນແລ້ວ ກໍບໍ່ຊັກຖາມທວນຖາມແກ່ກັນແລະກັນ ບໍ່ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອັຕຖະເປັນຢ່າງໃດ ດັ່ງນີ້ ເຂົາເຫຼົ່ານັ້ນຍ່ອມເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍບໍ່ໄດ້ ບໍ່ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບໍ່ບັນເທົາຄວາມສົງສັຍໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງສັຍມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ.

ພິກຂຸທັງຫຼາຍ ! ບໍຣິສັດຊື່ ປະຕິປຸຈສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ໃນກໍລະນີນີ້ຄື ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ເມື່ອສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາພາກັນຮ່ຳຮຽນທັມທີ່ເປັນຕະຖາຄົຕພາສິຕນັ້ນແລ້ວ ກໍສໍ້ຖາມ ທວນຖາມແກ່ກັນແລະກັນ ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອັຕຖະເປັນຢ່າງໃດ ດັ່ງນີ້ ເຂົາເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງສັຍໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງສັຍ ມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ປະຕິປຸຈສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລບໍຣິສັດ ໒ ຈໍາພວກນັ້ນ. ພິກຂຸທັງຫຼາຍ ! ບໍຣິສັດທີ່ເລີດ ໃນບັນດາບໍຣິສັດທັງສອງພວກນັ້ນ ຄື ບໍຣິສັດປະຕິປຸຈສາ ວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ (ບໍຣິສັດທີ່ອາສັຍການສືບສວນທົບທວນກັນເອົາເອງເປັນເຄື່ອງນໍາພາໄປ ບໍ່ອາສັຍຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນໍາພາໄປ) ແລ.

- ບາລີ ທຸກ. ອັງ. ໒໐/໙໑-໙໒/໒໙໒.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ