ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ເລື່ອງນີ້ເຄີຍມີມາແລ້ວ ກອງເສິກຂອງກະສັຕພວກທະສາຣະຫະ ເອີ້ນວ່າ ອານກະ ມີຢູ່ ເມື່ອກອງອານກະນີ້ ມີຮອຍຍະຫຼືແຫງ ພວກກະສັຕທະສາຣະຫະໄດ້ຫາແຜ່ນໄມ້ໂຕອື່ນເຮັດເປັນຫຼິ້ມ ຕອກອັດເສີມລົງໃນຮອຍຍະຂອງກອງນັ້ນ(ທຸກຄັ້ງໄປ). ພິກຂຸທັງຫຼາຍ ! ເມື່ອເຊື່ອມຈອດເຂົ້າຫຼາຍເທື່ອຫຼາຍຄັ້ງເຊັ່ນນັ້ນ ດົນໄປກໍເຖິງສະໄໝໜຶ່ງ ເຊິ່ງຊີ້ນໄມ້ດັ້ງເດີມຂອງໂຕກອງໝົດສິ້ນໄປ ເຫຼືອຢູ່ແຕ່ໂຕໄມ້ທີ່ເຮັດເສີມໃໝ່ເທົ່ານັ້ນ.

ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ໃນກາລຍືດຍາວຝ່າຍອະນາຄົຕ ຈະມີພິກຂຸທັງຫຼາຍ ສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່

ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ເຫຼົ່ານັ້ນມາກ່າວຢູ່ ເຂົາຈະຟັງດ້ວຍດີ ຈະງ່ຽງຫູຟັງ ຈະຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນໄປເສຍ.

ພິກຂຸທັງຫຼາຍ ! ຄວາມອັນຕະທານຂອງສຸຕຕັນຕະເຫຼົ່ານັ້ນທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ຈັກມີໄດ້ດ້ວຍອາການຢ່າງນີ້ແລ.

- ບາລີ ນິທານ. ສັງ. ໑໖/໓໑໑/໖໗໒-໓.

ພິກຂຸທັງຫຼາຍ ! ພວກພິກຂຸບໍຣິສັດໃນກໍລະນີນີ້ ສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ.

ພິກຂຸທັງຫຼາຍ ! ສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ

ແລະຍ່ອມສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ຈຶ່ງພາກັນຮ່ຳຮຽນ ຊັກຖາມ ທວນຖາມແກ່ກັນແລະກັນຢູ່ວ່າ ຂໍ້ນີ້ເປັນຢ່າງໃດ ມີຄວາມໝາຍຈັກນັຍຍະ ດັ່ງນີ້ ດ້ວຍການກະທຳດັ່ງນີ້ ເຂົາຍ່ອມເປີດທັມທີ່ຖືກປົກປິດໄວ້ໄດ້ ທັມທີ່ຍັງບໍ່ປາກົດ ເຂົາກໍເຮັດໃຫ້ປາກົດໄດ້ ຄວາມສົງສັຍໃນທັມຫຼາຍປະການທີ່ໜ້າສົງສັຍ ເຂົາກໍບັນເທົາລົງໄດ້.

ພິກຂຸທັງຫຼາຍ ! ບໍຣິສັດຊື່ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ