ທານ
ໜ້າ/ 70
(໕) ຕະກູລທັງຫຼາຍເຖິງຄວາມຖືກທຳລາຍ ເພາະຊັພ
ທີ່ຝັງໄວ້ເຄື່ອນຈາກທີ່
(໖) ຕະກູລທັງຫຼາຍເຖິງຄວາມຖືກທຳລາຍ ເພາະການງານ
ທີ່ປະກອບບໍ່ດີ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(໗) ຄົນໃນຕະກູລໃຊ້ຈ່າຍໂພຄະຊັພເຫຼົ່ານັ້ນຟຸ່ມເຟືອຍ
ໃຫ້ພິນາດສູນຫາຍໄປ
(໘) ຄວາມບໍ່ທ່ຽງເປັນທີ່ ໘
ຄາມະນິ ! ເຫຼົ່ານີ້ແລ ຄືເຫຕປັຈຈັຍ ໘ ຢ່າງ ເພື່ອການທຳລາຍແຫ່ງຕະກູລທັງຫຼາຍ ເມື່ອເຫຕປັຈຈັຍ ໘ ຢ່າງເຫຼົ່ານີ້ມີຢູ່ ຜູ້ໃດຍ່ອມກ່າວຫາເຮົາຢ່າງນີ້ວ່າ ພຣະຜູ້ມີພຣະພາຄປະຕິບັຕເພື່ອໃຫ້ຕະກູລຂາດສູນ ເພື່ອໃຫ້ຕະກູລເສື່ອມ ເພື່ອໃຫ້ຕະກູລຄັບແຄ້ນ ດັ່ງນີ້ ຜູ້ນັ້ນຍັງບໍ່ລະວາຈານັ້ນ ຍັງບໍ່ລະຄວາມຄິດນັ້ນ ຍັງບໍ່ສະລະທິຕຖິນັ້ນ ຕ້ອງດິ່ງລົງໃນນະຣົກເປັນແນ່ແທ້.
ຄະນະຜູ້ແປແລະກວດແກ້ເປັນພາສາລາວ :
ພຣະອາຈາຣຍ໌ ປັນຍານັນດະ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ຊາຄະຣະທັມໂມ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ວ. ວົງແສງສີ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ອະຣິຍະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ໄມ ທັມມະທາໂສ ວັດ............... ບ. ໂພນຕານ ມ. ຄໍາເກີດ ຂ. ບໍລິຄໍາໄຊ (ຜູ້ແປຈາກຕົ້ນສະບັບຂອງວັດນາປ່າພົງ).
ຄະນະສິສສານຸສິສວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
໑໐. ພຣະສູຕຂອງຄວາມສໍາຄັນ ທີ່ຊາວພຸດຕ້ອງສຶກສາ ແຕ່ຄໍາສອນຈາກພຣະພຸດທະເຈົ້າເທົ່ານັ້ນ.
ອັກຄິເວສະນະ ! ເຮົານັ້ນໜໍ ຕັ້ງແຕ່ເລີ່ມສະແດງ ຈົນຮອດຄຳສຸດທ້າຍແຫ່ງການກ່າວເລື່ອງນັ້ນໆ ຍ່ອມຕັ້ງໄວ້ຊຶ່ງຈິຕໃນສະມາທິນິມິຕອັນເປັນໄປພາຍໃນໂດຍແທ້ ໃຫ້ຈິຕດຳຣົງຢູ່ ໃຫ້ຈິຕຕັ້ງໝັ້ນຢູ່ ກະທຳໃຫ້ມີຈິຕເປັນເອກ ດັ່ງເຊັ່ນທີ່ຄົນທັງຫຼາຍເຄີຍໄດ້ຍິນ ວ່າເຮົາກະທຳຢູ່ເປັນປະຈຳ ດັ່ງນີ້.
- ບາລີ ມູ. ມ. ໑໒/໔໕໘/໔໓໐.
ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍເປັນຜູ້ທີ່ເຮົານຳພາໄປແລ້ວດ້ວຍທັມນີ້ ອັນເປັນທັມທີ່ບຸກຄົນຈະຍ່ອມເຫັນໄດ້ດ້ວຍຕົນເອງ (ສັນທິຕຖິໂກ) ເປັນທັມໃຫ້ຜົລບໍ່ຈຳກັດກາລ (ອະກາລິໂກ) ເປັນທັມທີ່ຄວນເອີ້ນກັນມາເບິ່ງ (ເອຫິປັສສິໂກ) ຄວນນ້ອມເຂົ້າມາໃສ່ຕົວ (ໂອປະນະຢິໂກ) ອັນວິນຍູຊົນຈະຍ່ອມຮູ້ໄດ້ສະເພາະຕົນ (ປັຈຈັຕຕັງ ເວທິຕັບໂພ ວິນຍູຫິ).
- ບາລີ ມູ. ມ. ໑໒/໔໘໕/໔໕໑.
ພິກຂຸທັງຫຼາຍ ! ນັບຕັ້ງແຕ່ຣາຕຣີ ທີ່ຕະຖາຄົຕໄດ້ຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ຈົນວ່າຮອດຣາຕຣີ ທີ່ຕະຖາຄົຕປະຣິນິບພານດ້ວຍອະນຸປາທິເສສະນິບພານທາຕ ຕະຫຼອດເວລາລະຫວ່າງນັ້ນ ຕະຖາຄົຕໄດ້ກ່າວສອນພ່ຳສອນ ສະແດງອອກຊຶ່ງຖ້ອຍຄຳໃດ ຖ້ອຍຄຳເຫຼົ່ານັ້ນທັງໝົດ ຍ່ອມເຂົ້າກັນໄດ້ໂດຍປະການດຽວທັງສິ້ນ ບໍ່ຂັດແຍ້ງກັນເປັນປະການອື່ນເລີຍ.
- ບາລີ ອິຕິວຸ. ຂຸ. ໒໕/໓໒໑/໒໙໓.








