ທານ
ໜ້າ/ 70
ພິກຂຸທັງຫຼາຍ ! ໃນຂໍ້ນີ້ ທາຍົກກໍເປັນຜູ້ມີສີລ ມີທັມງາມ ປະຕິຄາຫົກກໍເປັນຜູ້ມີສີລ ມີທັມງາມ ຢ່າງນີ້ແລທັກຂິນາຊື່ວ່າ ບໍຣິສຸດທັງຝ່າຍທາຍົກແລະຝ່າຍປະຕິຄາຫົກ.
ພິກຂຸທັງຫຼາຍ ! ນີ້ແລ ຄວາມບໍຣິສຸດແຫ່ງທັກຂິນາ ໔ ຢ່າງ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ການວາງຈິຕເມື່ອໃຫ້ທານ ໕໖
- ບາລີ ສັຕຕກ. ອັງ. ໒໓/໖໐/໔໙.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດໜໍ ເປັນເຫຕເປັນປັຈຈັຍ ເຄື່ອງໃຫ້ທານເຊັ່ນນັ້ນນັ້ນແລ ທີ່ບຸກຄົນບາງຄົນໃນໂລກນີ້ ໃຫ້ແລ້ວມີຜົລຫຼາຍ ບໍ່ມີອານິສົງສ໌ຫຼາຍ ອັນໃດໜໍເປັນເຫຕເປັນປັຈຈັຍ ເຄື່ອງໃຫ້ທານເຊັ່ນນັ້ນນັ້ນແລ ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົລຫຼາຍມີອານິສົງສ໌ຫຼາຍ.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍມີຄວາມຫວັງຜົລ ໃຫ້ທານໂດຍມີຈິຕຜູກພັນໃນຜົລ ໃຫ້ທານໂດຍມຸ່ງການສັ່ງສົມ(ບຸນຍ໌) ໃຫ້ທານໂດຍຄິດວ່າ “ເຮົາຕາຍໄປຈັກໄດ້ສະເວີຍຜົລຂອງທານນີ້” ເຂົາຈຶ່ງໃຫ້ທານ ຄື ເຂົ້າ ນ້ຳ ເຄື່ອງນຸ່ງ ຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ... ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຈາຕຸມະຫາຣາຊິກາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ ໃຫ້ທານໂດຍບໍ່ມີຈິຕຜູກພັນໃນຜົລ ໃຫ້ທານໂດຍບໍ່ມຸ້ງການສັ່ງສົມ(ບຸນຍ໌) ໃຫ້ທານໂດຍບໍ່ຄິດວ່າ “ເຮົາຕາຍໄປຈັກໄດ້ສະເຫວີຍຜົລຂອງທານນີ້” ແຕ່ເຂົາໃຫ້ທານດ້ວຍ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຄິດວ່າ “ການໃຫ້ທານເປັນການດີ” ເຂົາຈຶ່ງໃຫ້ທານ ຄື ເຂົ້າ ນ້ຳ.... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າ ດາວະດຶງ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ...ບໍ່ໄດ້ໃຫ້ທານດ້ວຍຄິດວ່າ “ການໃຫ້ທານເປັນການດີ” ແຕ່ໃຫ້ທານດ້ວຍຄິດວ່າບິດາມານດາ ປູ່ຍ່າຕານາຍເຄີຍໃຫ້ເຄີຍທຳມາ ເຮົາກໍບໍ່ຄວນທຳໃຫ້ເສຍປະເພນີ ເຂົາໃຫ້ທານຄື ເຂົ້າ ນ້ຳ ... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຍາມາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄືມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີ
ຄວາມຫວັງຜົລ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າມານດາບິດາ ປູ່ຍ່າຕານາຍ ເຄີຍໃຫ້ເຄີຍທຳມາ ເຮົາກໍບໍ່ຄວນທຳໃຫ້ເສຍປະເພນີ ແຕ່ໃຫ້ທານດ້ວຍຄິດວ່າ ເຮົາຫຸງຫາກິນ ສະມະນະຫຼືພຣາມເຫຼົ່ານີ້ບໍ່ຫຸງຫາກິນ ເຮົາຫຸງຫາກິນໄດ້ ຈະບໍ່ໃຫ້ທານແກ່
ສະມະນະຫຼືພຣາມຜູ້ບໍ່ຫຸງຫາ ບໍ່ສົມຄວນ ເຂົາໃຫ້ທານ ຄື
ເຂົ້າ ນ້ຳ.... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເຫຼົ່າດຸສິຕ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ.... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເຮົາຫຸງຫາກິນໄດ້ສະມະນະຫຼືພຣາມເຫຼົ່ານີ້ຫຸງຫາກິນບໍ່ໄດ້ ເຮົາຫຸງຫາກິນໄດ້








