ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ຍ່ອມຖວາຍທານຕາມກາລະສະມັຍໃນພຣະອະຣິຍະເຈົ້າທັງຫຼາຍ ຜູ້ປະພຶຕຕົງຄົງທີ່

ເມື່ອມີໃຈເຫຼື້ອມໃສສັດທາແລ້ວ ທັກຂິນາຍ່ອມມີຜົລອັນໄພບູນ

ຊົນທັງຫຼາຍເຫຼົ່າໃດຮ່ວມອະນຸໂມທະນາ ຫຼືຊ່ວຍທຳການຂົນຂວາຍໃນທານນີ້

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທັກຂິນານັ້ນບໍ່ໄດ້ຂາດໄປດ້ວຍເຫຕແຫ່ງອະນຸໂມທະນານັ້ນເລີຍ

ແມ່ນວ່າຊົນຜູ້ຮ່ວມອະນຸໂມທະນາ ກໍມີສ່ວນແຫ່ງບຸນຍ໌ນັ້ນດ້ວຍ

ເພາະສະນັ້ນ ເມື່ອບຸກຄົນບໍ່ມີຈິຕທໍ້ຖອຍໃນທານ ທານນັ້ນຍ່ອມມີຜົລຫຼາຍ

ບຸນຍ໌ທີ່ທຳແລ້ວ ຍ່ອມເປັນທີ່ເພິ່ງຂອງສັຕທັງຫຼາຍໃນກາລຂ້າງໜ້າໄດ້ແລ.

(ໃນຄາຖາຜະນວກທ້າຍພຣະສູຕນັ້ນ ມີບາລີຢ່າງນີ້)

ກາເລ ທະທັນຕິ ສັປປັນຍາ ວະທັນຍູ ວີຕະມັຈສະຣາ,

ກາເລນະ ທິນນັງ ອະຣິເຢສຸ ອຸຊຸພູເຕສຸ ຕາທິສຸ,

ວິປປະສັນນະມະນາ ຕັສສະ ວິປຸລາ ໂຫຕິ ທັກຂິນາ,

ເຢ ຕັຕຖະ ອະນຸໂມທັນຕິ ເວີຍຍາວັຈຈັງ ກະໂຣນຕິ ວາ,

ນະ ເຕນະ ທັກຂິນາ ໂອນາ,

ເຕປິ ປຸນຍັສສະ ພາຄິໂນ,

ຕັສສະມາ ທະເທ ອັປປະຕິວານະຈິຕໂຕ

ຢັຕຖະ ທິນນັງ ມະຫັບຜະລັງ,

ປຸນຍານິ ປະຣະໂລກັສມິງ ປະຕິຕຖາ ໂຫນຕິ ປານິນັນຕິ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເຫຕໃນການໃຫ້ທານ (ນັຍທີ ໔) ໓໒

- ບາລີ ສັຕກ. ອັງ. ໒໓/໔໐໓/໒໒໓.

ພິກຂຸທັງຫຼາຍ ! ເຫຕເກີດຂຶ້ນແຫ່ງທານ ໘ ປະການນີ້ ມີຢູ່ ໘ ປະການເປັນແນວໃດ ຄື

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານ ຄືເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາເຫັນກະສັຕມະຫາສານ ພຣາມມະຫາສານ ຫຼືຄະຫະບໍດີມະຫາສານ ຜູ້ເອີບອີ່ມພຽບພ້ອມ ຖືກບຳເລີຢູ່ດ້ວຍກາມະຄຸນ ໕ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ “ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັຕມະຫາສານ ພຣາມມະຫາສານ ຫຼືຄະຫະບໍດີມະຫາສານ” ເຂົາຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງຕໍ່າ ບໍ່ຈະເຣີນຍິ່ງຂຶ້ນ ພາຍຫຼັງແຕ່ການຕາຍ ເພາະການທຳລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັຕມະຫາສານ ພຣາມມະຫາສານ ຫຼືຄະຫະບໍດີມະຫາທານ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສຳເລັດໄດ້ ເພາະຈິຕບໍຣິສຸດ.

ພິກຂຸທັງຫຼາຍ! ສ່ວນບຸກຄົນບາງຄົນໃນໂລກນີ້ ຍ່ອມໃຫ້ທານ ຄືເຂົ້າ ນ້ຳ... ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ຟັງມາວ່າ ເທວະດາຊັ້ນຈາຕຸມະຫາຣາຊິກາ ມີອາຍຸຍືນ ມີວັນນະ ເຕັມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ “ໂອໜໍ ! ເມື່ອຕາຍໄປຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ຊັ້ນຈາຕຸມະຫາຣາຊິກາ” ເຂົາຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງທີ່ຕໍ່າ ບໍ່ຈະເຣີນຍິ່ງຂຶ້ນ ພາຍຫຼັງແຕ່ການຕາຍ ເພາະການທຳລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ຊັ້ນຈາຕຸມະຫາຣາຊິກາ ແຕ່ຂໍ້ນັ້ນເຮົາກ່າວວ່າເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສຳເລັດໄດ້ ເພາະຈິຕບໍຣິສຸດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ