ຄູ່ມືໂສດາບັນ
ໜ້າ/ 82
ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລອະຣິຍະສາວົກມາຮູ້ແຈ້ງຊຶ່ງເວທະນາ ຊຶ່ງເຫຕເປັນແດນເກີດແຫ່ງເວທະນາຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ເວທະນາ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງເວທະນາ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບເວທະນາ ໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໔ ຕັ້ງແຕ່ຄຳວ່າ ໝູ່ແຫ່ງເວທະນາທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງເວທະນາ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງເວທະນາ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ງ. ໗ ກ່ຽວກັບຜັສສະ
“ທ່ານຜູ້ມີອາຍຸທັງຫຼາຍ ! ກໍປະຣິຍາຍແມ່ນຢ່າງອື່ນ ຍັງມີອີກບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ທິຕຖິຂອງທ່ານດຳເນີນໄປຕົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະ ສາວົກມາຮູ້ແຈ້ງຊຶ່ງຜັສສະ ຊຶ່ງເຫຕເປັນແດນເກີດແຫ່ງຜັສສະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍ ເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ຜັສສະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຜັສສະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຜັສສະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຜັສສະ ໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໔-໔໕ ຕັ້ງແຕ່ຄຳວ່າ ໝູ່ແຫ່ງຜັສສະທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








