ຄູ່ມືໂສດາບັນ
ໜ້າ/ 82
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະກຸສົລແລະອະກຸສົລມູນດ້ວຍ ຮູ້ແຈ້ງຊຶ່ງກຸສົລແລະກຸສົລມູນດ້ວຍ; ແມ່ນດ້ວຍເຫຕພຽງເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ອະກຸສົລ ນັ້ນເປັນແນວໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ການເຮັດສັຕມີຊີວິດໃຫ້ຕົກຫຼົ່ນ ເປັນອະກຸສົລ; ການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເປັນອະກຸສົລ; ການປະພຶດຜິດໃນກາມ ເປັນອະກຸສົລ; ການກ່າວຕົວະເປັນອະກຸສົລ; ວາຈາສໍ່ສຽດ ເປັນອະກຸສົລ; ວາຈາຫຍາບຄາຍ ເປັນອະກຸສົລ; ການກ່າວຄຳໂລເລ ເປັນອະກຸສົລ; ອະພິຊຊາ ເປັນອະກຸສົລ; ພະຍາບາດ ເປັນອະກຸສົລ; ມິຈສາທິຕຖິ ເປັນອະກຸສົລ; ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ ທ່ານກ່າວວ່າ ເປັນອະກຸສົລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ອະກຸສົລມູນ ນັ້ນ ເປັນແນວໃດໜໍ ?
ໂລພະ ເປັນອະກຸສົລມູນ; ໂທສະ ເປັນອະກຸສົລມູນ; ໂມຫະ ເປັນອະກຸສົລມູນ. ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ ທ່ານກ່າວວ່າ ເປັນອະກຸສົລມູນ.
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ກຸສົລ ນັ້ນເປັນຢ່າງໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ເຈຕະນາເວັ້ນຈາກປານາຕິບາຕ ເປັນກຸສົລ; ເຈຕະນາເວັ້ນຈາກອະທິນນາທານ ເປັນກຸສົລ; ເຈຕະນາ ເວັ້ນຈາກກາເມສຸມິຈສາຈາຣ ເປັນກຸສົລ; ເຈຕະນາເວັ້ນຈາກມຸສາວາດ ເປັນກຸສົລ; ເຈຕະນາເວັ້ນຈາກປິສຸນາວາດ ເປັນກຸສົລ; ເຈຕະນາເວັ້ນຈາກຜະຣຸສະວາດ ເປັນກຸສົລ; ເຈຕະນາເວັ້ນຈາກສັມຜັບປະລາປະວາດ ເປັນກຸສົລ; ອະນະພິຊຊາ ເປັນກຸສົລ; ອັບພະຍາບາດ ເປັນກຸສົລ; ສັມມາທິຕຖິ ເປັນກຸສົລ. ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ທ່ານກ່າວວ່າ ເປັນກຸສົລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ກຸສົລມູນນັ້ນ ເປັນຢ່າງໃດໜໍ ?
ອະໂລພະ ເປັນກຸສົລມູນ; ອະໂທສະ ເປັນກຸສົລມູນ; ອະໂມຫະ ເປັນກຸສົລມູນ. ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ ທ່ານກ່າວວ່າ ເປັນກຸສົລມູນ.
ທ່ານຜູ້ມີອາຍຸທັງຫຼາຍ ! ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະກຸສົລຢ່າງນີ້, ຮູ້ແຈ້ງຊຶ່ງອະກຸສົລມູນຢ່າງນີ້, ຮູ້ແຈ້ງຊຶ່ງກຸສົລຢ່າງນີ້ ຮູ້ແຈ້ງຊຶ່ງກຸສົລມູນຢ່າງນີ້ ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີ ເຮົາເປັນ ໄດ້ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ທ່ານເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.
ທ່ານຜູ້ມີອາຍຸທັງຫຼາຍ ! ແມ່ນວ່າດ້ວຍເຫຕມີປະມານເທົ່ານີ້ແລ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຂ. ໝວດເນື່ອງດ້ວຍອາຫານສີ່
“ທ່ານຜູ້ມີອາຍຸທັງຫຼາຍ ! ກໍປະຣິຍາຍແມ່ນຢ່າງອື່ນ ຍັງມີອີກບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ທິຕຖິຂອງທ່ານດຳເນີນໄປຕົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ? ”








